32 C
Vientiane
Monday, May 12, 2025
spot_img

ສ.ເກົາຫຼີ ເປີດຕົວຜູ້ປະກາດຂ່າວທີ່ມີຄວາມພິການທາງຫູ ຄົນທຳອິດ

“ຄວາມພິການບໍ່ແມ່ນອຸປະສັກ ແລະ ຂ້ອຍຈະບໍ່ໃຫ້ມັນມາກຳນົດຊີວິດຂອງຂ້ອຍ” ໂຣ ຮີຈີ ຜູ້ປະກາດຂ່າວຄົນພິການທາງການໄດ້ຍິນຄົນທຳອິດຂອງເກົາຫຼີໃຕ້ ເຊິ່ງໃນເມື່ອວັນທີ 7 ພຶດສະພາ 2025ທີ່ຜ່ານມາ, ໂຣ ຮີຈີ ອາຍຸ 26 ປີ ໄດ້ເລີ່ມຕົ້ນບົດບາດໃໝ່ໃນຖານະຜູ້ປະກາດຂ່າວຂອງສະຖານີໂທລະພາບ KBS ເຊິ່ງນັບເປັນຄັ້ງທຳອິດໃນປະຫວັດສາດຂອງ ສ. ເກົາຫຼີ ທີ່ມີຜູ້ປະກາດຂ່າວທີ່ມີຄວາມບົກຜ່ອງທາງການໄດ້ຍິນ.

ລາວໄດ້ຮັບໂອກາດນີ້ຜ່ານໂຄງການພິເສດຂອງ KBS ທີ່ຈັດຂຶ້ນຕັ້ງແຕ່ປີ 2011 ເພື່ອເປີດພື້ນທີ່ໃຫ້ຜູ້ພິການໄດ້ສະແດງສັກກະຍະພາບໃນສາຍງານຜູ້ປະກາດຂ່າວ ໂດຍລາວເປັນຄົນທີ 8 ທີ່ໄດ້ຮັບຄັດເລືອກເຂົ້າສູ່ຫ້ອງສົ່ງ.

ໂຣ ຮີຈີເລົ່າວ່າ: ແຮງບັນດານໃຈສຳຄັນຂອງລາວ ຄືການເປັນຄວາມຫວັງໃຫ້ກັບຄົນອື່ນໆ ທີ່ອາດກຳລັງຮູ້ສຶກວ່າຂໍ້ຈຳກັດຂອງຕົນເອງຄືອຸປະສັກ, ລາວໃຊ້ເວລາຫຼາຍປີໃນການຝຶກຝົນການເວົ້າ ແລະ ການອອກສຽງ ທັງທີ່ໄດ້ຍິນສຽງພຽງແຜ່ວເບົາ ແລະ ຍັງໃຊ້ວິທີຝຶກແປກໃໝ່ເຊັ່ນການຄາບໄມ້ທູ່ໄວ້ໃນປາກ ເພື່ອຮັບຮູ້ແຮງສັ່ນສະເທືອນຈາກສຽງຂອງຕົວເອງ ເຊິ່ງຊ່ວຍໃຫ້ການອອກສຽງຊັດເຈນຍິ່ງຂຶ້ນ.

ເຖິງແມ່ນຄວາມສາມາດໃນການຟັງຈະມີຂໍ້ຈຳກັດ, ແຕ່ລາວກໍຜ່ານການຝຶກຝົນຢ່າງໜັກ ຈົນສາມາດເຮັດວຽກຮ່ວມກັບທີມຂ່າວໃນຫ້ອງສົ່ງທີ່ເເທ້ຈິງໄດ້ຢ່າງມືອາຊີບ. ນອກຈາກນີ້, ລາວຍັງຢາກໃຫ້ເສັ້ນທາງຂອງລາວ ກາຍເປັນແຮງບັນດານໃຈໃຫ້ຫຼາຍຄົນລຸກຂຶ້ນມາເດີນຕາມຄວາມຝັນ.

ທີ່ມາ ເເລະ ຮູບພາບ: koreaherald

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles