ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຮ່ວມກັບ ຄະນະຊ່ຽວ ຊານການແພດ ໂຮງໝໍຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ ປິດຊຸດອົບຮົມວຽກງານພະຍາບານ ຊຸດທີ 12 ພາຍໃຕ້ຫົວຂໍ້: ການກະກຽມຄົນເຈັບກ່ອນຜ່າຕັດ ແລະ ການດູແລຄົນເຈັບຫຼັງຜ່າຕັດ ປະຈຳປີ 2025 ໂດຍມີ ສະຫາຍ ພັນເອກ ດຣ ຄໍາໄມ ບົວໃບອ່ອນ ຫົວໜ້າຫ້ອງບໍລິຫານ ແລະ ສັງລວມການແພດ, ສະຫາຍ ພັນເອກ ອ່ານເຈຍເຈີ ຫົວໜ້າຄະນະຊ່ຽວຊານ ສປ ຈີນ ຊຸດທີ 12 ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ສະຫາຍ ຊ່ຽວຊານດ້ານພະຍາບານ ຈາກ ສປ ຈີນ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນຜ່ານມາ, ພວກເຮົາໄດ້ຈັດການຮຽນ-ການສອນທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ທີ່ເນັ້ນໃສ່ການດູແລຄົນເຈັບໃນຊ່ວງກ່ອນ ແລະ ຫລັງຜ່າຕັດ ເຊິ່ງຊຸດອົບຮົມຄັ້ງນີ້, ກວມເອົາຫົວຂໍ້ຕ່າງໆ ເຊັ່ນ: ການຄວບຄຸມການຕິດເຊື້ອ, ວິທີການກະກຽມເຄື່ອງອະເຊື້ອ ແລະ ຂັ້ນຕອນການຊ່ວຍເຫລືອສຸກເສີນ ໂດຍຜູ້ເຂົ້າຮ່ວມໄດ້ມີຄວາມເອົາໃຈໃສ່ໃນການຮຽນຮູ້ ແລະ ມີຄວາມຮັບຜິດຊອບສູງ.
ຜ່ານການປະເມີນທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ເຫັນໄດ້ວ່າ: ຜູ້ເຂົ້າຮ່ວມມີຄວາມກ້າວໜ້າຢ່າງຊັດເຈນໃນດ້ານຕ່າງໆ ເຊັ່ນ: ການກະກຽມເຄື່ອງອະເຊື້ອ ແລະ ການຮ່ວມມືກັນເປັນທີມ. ພ້ອມນີ້, ໃນລະຫວ່າງການຝຶກອົບຮົມ, ທັງຝ່າຍຈີນ ແລະ ຝ່າຍລາວ ບໍ່ພຽງແຕ່ແລກປ່ຽນເຕັກນິກທາງການແພດ ແລະ ການດູແລຄົນເຈັບ, ແຕ່ຍັງແບ່ງປັນຄວາມຄິດເຫັນດ້ານຫລັກການພະຍາບານ ແລະ ປະສົບການດ້ານການເຮັດວຽກ. ຊຸດຝຶກອົບຮົມໃນຄັ້ງນີ້, ບໍ່ແມ່ນຈຸດສິ້ນສຸດ, ແຕ່ແມ່ນຈຸດເລີ່ມຕົ້ນໃໝ່ ພວກເຮົາຫວັງວ່າຜູ້ເຂົ້າຮ່ວມຝຶກອົບຮົມທຸກທ່ານ ຈະນໍາໃຊ້ຄວາມຮູ້ທີ່ໄດ້ນັ້ນ ປະກອບເຂົ້າໃນການປັບປຸງມາດຕະຖານ ການດູແລຄົນເຈັບໃນພະແນກຂອງຕົນ ແລະ ທີມງານການແພດຈາກ ສປ ຈີນ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເພື່ອຮ່ວມກັນສົ່ງເສີມການດູແລຄົນເຈັບໃນຊ່ວງກ່ອນຜ່າ ຕັດ, ລະຫວ່າງການຜ່າຕັດ ແລະ ຫລັງຜ່າຕັດໃນ ສປປ ລາວ.
ໃນພິທີ, ໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ພະຍາບານ ແລະ ມີກິດຈະກໍາການສາທິດການກະກຽມຄົນເຈັບກ່ອນຂຶ້ນຫ້ອງຜ່າຕັດ, ການກຽມເຄື່ອງອະເຊື້ອ, ສະແດງເຕັກນິກວິທີການແຍ່ຍ່ຽວໃສ່ຫຸ່ນຈໍາລອງ, ສະແດງເຕັກນິກວິທີ່ການລ້າງບາດ ຈາກພະຍາບານທີ່ໄດ້ຮັບການຝຶກອົບຮົມຕື່ມອີກ.