ພິທີເຊັນສັນຍາໂຄງການປັບປຸງອາຄານສຳນັກງານອົງການປົກຄອງນະ ຄອນຫຼວງວຽງຈັນ (ນວ) ລະ ຫວ່າງຫ້ອງວ່າການ ນວ ກັບ ບໍລິສັດ ສຸກປະສົງຊັບຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 8 ພຶດສະພາ 2025 ທີ່ຫ້ອງວ່າການ ນວ ຮ່ວມລົງນາມລະຫວ່າງ ທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການ ນວ ແລະ ທ່ານ ແກ້ວປະສົງ ໄຊໂກສີ ປະ ທານບໍລິສັດ ສຸກປະສົງຈະເລີນຊັບກໍ່ສ້າງ ຈຳກັດຜູ້ດຽວ ມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເສດຖາ ບັນດາຜູ້ຕາງໜ້າຈາກພະແນກການ ອົງການທຽບເທົ່າ ຫ້ອງວ່າການ ນວ ຂະແໜງການ ແລະ ພາກ ສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ສຳລັບໂຄງການປັບປຸງອາຄານສຳນັກງານອົງການປົກຄອງ ນວ ຕັ້ງຢູ່ຖະ ໜົນໂພນໄຊ ບ້ານໂພນໄຊ ເມືອງໄຊເສດຖາ ນວ ເປັນໂຄງການໜື່ງທີ່ສຳ ຄັນ ແລະ ການນຳຂັ້ນສູງເອົາໃຈໃສ່ໃຫ້ການຊີ້ນຳຢ່າງໃກ້ສິດຕິດແທດ ເພາະເປັນການກໍ່ສ້າງປັບປ່ຽນສີໜ້າຂອງອາຄານໃນສະພາບປັດຈຸບັນໃຫ້ຫັນໜ້າໄປໃສ່ສວນປະຕູໄຊພາກຂະຫຍາຍ (ໄລຍະທີ 1) ເຊີ່ງກົງກັນຂ້າມກັບສຳນັກງານນາຍົກລັດຖະມົນຕີ ເພື່ອໃຫ້ມີຄວາມກົມກືນປັບປຸງທັດ ສະນີຍະພາບສອດຄ່ອງກັບແຜນພັດທະນາຕົວເມືອງໜ້າຢູ່ຕາມທິດສີ ຂຽວ ຍືນຍົງ ແລະ ຮອງຮັບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມໄລຍະ 5 ປີ (2025-2030) ແລະ ໃນຕໍ່ໜ້າ ເຊີ່ງຫາກໂຄງການນີ້ສໍາເລັດຈະເປັນສ້າງໃບໜ້າໃໝ່ຍົກສູງບົດບາດສຳນັກ ງານປົກຄອງ ນວ ໃນຖານະເປັນສະຖານທີີ່ທາງລັດ ຖະການສຳຄັນໃຈກາງຂອງ ນວ ເຮັດໃຫ້ສະຖານທີ່ແຫ່ງນີ້ ຂົງເຂດແຫ່ງນີ້ເປັນອີກພື້ນທີ່ທີ່ມີຄວາມໂດດເດັ່ນ ທັນ ສະໄໝ ແລະ ສວຍງາມ ທັງຈະກາຍເປັນແລນມາກແຫ່ງໃໝ່ໃຫ້ແກ່ການທ່ອງທ່ຽວຢູ່ ນວ.
ໂຄງການດັ່ງກ່າວໂດຍແມ່ນບໍລິສັດ ສຸກປະສົງຈະເລີນຊັບກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງເຊິ່ງໜ້າວຽກປະກອບມີວຽກທັບມ້າງ ວຽກສະຖາປັດ ວຽກໂຄງສ້າງ ວຽກລະບົບໄຟຟ້າ ແລະ ວຽກລະບົບນໍ້າປະປາ ລວມມູນຄ່າທັງໝົດ 8,94 ຕື້ກີບ ແລະ ຈັດຕັ້ງປະຕິບັດພາຍໃນ 3 ເດືອນໃຫ້ສຳເລັດແຕ່ເດືອນພຶດສະພາຫາເດືອນສິງຫາ 2025.
ທີ່ມາ: ວຽງຈັນໃໝ່