29 C
Vientiane
Friday, May 2, 2025

ການກິນເຜັດຫຼຸດຄວາມສ່ຽງເປັນພະຍາດຫົວໃຈ

ການກິນໝາກເຜັດເປັນປະຈຳນັ້ນ ມີການສຶກສາ ເເລະ ງານວິໄຈຂອງ British Medical Journal (BMJ) ທີ່ບົ່ງບອກວ່າອາດຊ່ວຍຫຼຸດຄວາມສ່ຽງຕໍ່ການເສຍຊີວິດຈາກພະຍາດຫົວໃຈ ເເລະ ພະຍາດຫຼອດເລືອດໃນສະໝອງ ໄດ້ເຖິງ 40% ໂດຍການສຶກສາຫຼາຍຢ່າງກໍຍັງພົບວ່າໝາກເຜັດມີສານເເຄປໄຊຊິນ (Capsaicin) ເຊິ່ງເປັນສານທີ່ເຮັດໃຫ້ໝາກເຜັດ ມີຄຸນສົມບັດຕ້ານການອັກເສບ, ຊ່ວຍຫຼຸດຄວາມດັນເລືອດ ເເລະ ຊ່ວຍຫຼຸດຄໍເລສເຕີຣອລ ເຊິ່ງເປັນປັດໄຈທີ່ສ່ຽງຕໍ່ພະຍາດຫົວໃຈ ເເລະ ພະຍາດຫຼອດເລືອດໃນສະໝອງ.

ນອກຈາກນີ້, ຍັງມີການສຶກສາໃນບາງປະເທດທີ່ພົບວ່າ ການບໍລິໂພກໝາກເຜັດໃນໄລຍະຍາວ ຍັງກ່ຽວຂ້ອງກັບການຫຼຸດອັດຕາການເສຍຊີວິດຈາກພະຍາດຫຼອດເລືອດ ເເລະ ພະຍາດຫົວໃຈ ເຊິ່ງຖືເປັນຂໍ້ມູນທີ່ໜ້າສົນໃຈກ່ຽວກັບການດູເເລສຸຂະພາບ ເເຕ່ການບໍລິໂພກໝາກເຜັດກໍຄວນຢູ່ໃນປະລິມານທີ່ພໍສົມຄວນ ຫຼື ເໝາະສົມ ເເລະ ຄວນພິຈາລະນາເຖິງສຸຂະພາບສ່ວນບຸກຄົນນຳ ເພາະຖ້າບໍລິໂພກຫຼາຍເກີນໄປອາດຈະເຮັດໃຫ້ເກີດບັນຫາກ່ຽວກັບລະບົບທາງເດີນອາຫານອີກດ້ວຍ.

ຢ່າງໃດກໍຕາມ, ການຫຼຸດຄວາມສ່ຽງຈາກພະຍາດຕ່າງໆນັ້ນ ບໍ່ໄດ້ມາຈາກການກິນໝາກເຜັດພຽງຢ່າງດຽວ, ເເຕ່ຄວນມີການດູເເລຮັກສາສຸຂະພາບທັງໃນດ້ານການຮັບປະທານອາຫານໃຫ້ຄົບໝວດໝູ່, ລວມທັງການອອກກຳລັງກາຍ ເເລະ ການປັບພຶດຕິກຳການໃຊ້ຊີວິດປະຈຳວັນໄດ້.

ທີ່ມາ: CNN

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles