31 C
Vientiane
Tuesday, April 29, 2025

ກິນຊີ້ນໝູດິບສ່ຽງຕໍ່ການເສຍຊີວິດ ແລະ ເປັນພະຍາດລໍຊໍ

ພະຍາດລໍຊໍ ເປັນພະຍາດທີ່ເກີດຈາກ ການກິນເນື້ອສັດດິບ ໂດຍສ່ວນໃຫຍ່ ແມ່ນມາຈາກ ຊີ້ນຫມູ ຫຼື ຊີ້ນສັດປ່າ. ນັບແຕ່ປີ 2004 ເປັນຕົ້ນມາ ໄດ້ມີ ກວດສອບອັດຕາການຕິດເຊື້ອພະຍາດລໍຊໍ ໃນຫມູລ້ຽງ ແບບທຳມະຊາດ ໃນ 4 ແຂວງພາກເໜືອຂອງລາວ ເພື່ອສຶກສາລະບາດວິທະຍາທາງຊີຣັມໃນມະນຸດ ແລະກວດສອບອັດຕາການຕິດເຊື້ອພະຍາດລໍຊໍ ໃນຫມູລ້ຽງແບບທຳມະຊາດ.

ຈາກການເກັບຕົວຢ່າງເລືອດ ຈາກປະຊາຊົນ 1,419 ຄົນ ແລະກວດຫາເຊື້ອພະຍາດ ຈາກຕົວອ່ອນເຊື້ອພະຍາດລໍຊໍ, ພົບຜົນຕົວຢ່າງທີ່ເປັນຜົນບວກ 68 ຕົວຢ່າງ ພ້ອມທັງໄດ້ ມີວິທີ ກວດຢືນຢັນຄວາມຖືກຕ້ອງຕື່ມອີກ.

ຜົນການສຶກສາພົບວ່າ ອັດຕາການມີພະຍາດລໍຊໍ ໃນເລືອດ ຢູ່ທີ່ 19.1% ໂດຍປັດໃຈຄວາມສຽງແມ່ນ ຜູ້ທີ່ມີອາຍຸງສູງ, ໃນຊົນເຜົ່າລາວ-ໄຕ, ຢູ່ໃນແຂວງອຸດົມໄຊ ແລະເປັນເພດຊາຍ.

ສ່ວນໃນຫມູ ແມ່ນໄດ້ເກັບຕົວຢ່າງໝູ 728 ໂຕ, ກວດຫາຕົວອ່ອນພະຍາດລໍຊໍ, ພົບຫມູທີ່ຕິດເຊື້ອ 15 ໂຕ ຄິດເປັນ 2.1%.

ຜົນການສຶກສານີ້ ຊີ້ໃຫ້ຮູ້ວ່າ ພະຍາດລໍຊໍ ເປັນພະຍາດປະຈຳຖິ່ນໃນສະພາບແວດລ້ອມຄົວເຮືອນ ແລະ ຕ້ອງມີ ມາດຕະການປ້ອງກັນ ເພື່ອຫຼຸດຄວາມສຽງຈາກການແພ່ລະບາດໃນອະນາຄົດ.

ມາດຕະການປ້ອງກັນໂດຍໃຊ້ແນວທາງ ສຸຂະພາບໜຶ່ງດຽວ ຫຼື One Health ໄດ້ມີການເຊື່ອມໂຍງ ລະຫວ່າງ ສຸຂະພາບຄົນ, ສຸຂະພາບສັດ ແລະ ສິ່ງແວດລ້ອມ. ມີການຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ທ່ານໝໍ, ສັດຕະວະແພດ, ຊ່ຽວຊານ ທາງດ້ານສຸຂະພາບ, ນັກຂ່າວ ແລະ ທຸກໆຄົນໃນສັງຄົມ ເພື່ອຮ່ວມມືກັນປ້ອງກັນການແຜ່ລະບາດພະຍາດລໍຊໍ ຢູ່ ສປປ ລາວ.

ອີງຕາມຂໍ້ມູນຈາກ: ສູນວິໄຈພະຍາດສັດ, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ພະຍາດລໍຊໍ ແມ່ນເກີດຈາກກາຝາກໂຕກົມ ຂອງລໍາໄສ້ຊະນິດນຶ່ງ ມີຢູ່ນໍາສັດປ່າ ແລະສັດລ້ຽງ. ມີຮູບຮ່າງຂ້ອນຂ້າງນ້ອຍ ທີ່ຈະເລີນເຕີບໂຕເຕັມໄວ ມີຂະຫນາດ 1.4 – 4 mm ສໍາຫລັບເພດແມ່ ແລະ 1.4 -1.8 mm ສໍາຫລັບເພດຜູ້. ໂດຍແບ່ງອອກເປັນ 5 ປະເພດ ອີງໃສ່ຄວາມແຕກຕ່າງທາງຮູບຮ່າງ, ໂດຍມີ 3 ປະເພດ ທີ່ພົບເຫັນໄດ້ໃນອາຊີ:

1. Trichinella spiralis – ກວດພົບນໍາສັດກິນຊີ້ນ ແລະ ກິນໄດ້ ທັງຊີ້ນ ແລະ ພືດ ເປັນອາຫານ ຢູ່ໃນທົ່ວໂລກ. ກາຝາກຊະນິດນີ້ ມັກພົບເຫັນນໍາຊີ້ນຫມູ, ແຕ່ບໍ່ທົນທານອຸນຫະພູມເຢັນຈົນຕິດລົບ. ໂຕຖືເຊື້ອກາຝາກປະເພດນີ້ແມ່ນຫມູ ແລະ ໜູ.

2. Trichinella pseudospiralis ເປັນກາຝາກທີ່ຕິດນໍາສັດປະເພດ ນົກ. ກາຝາກຊະນິດນີ້ບໍ່ສ້າງທໍ່ຫຸ້ມໂຕຂອງມັນເມື່ອມັນຢູ່ໃນຈຸລັງຊີ້ນ.

3. Trichinella britovi ເພິ່ນກວດພົບຢູ່ນໍາສັດກິນຊີ້ນເປັນອາຫານ ຢູ່ເຂດເອີຣົບ ແລະ ອາຊີຕາເວັນຕົກ. ສັດປະເພດຫມາໄນ, ຫມາຈິກຈອກ, ຫມູປ່າ, ມ້າ ແລະ ຫມູ ທີ່ລ້ຽງປ່ອຍຕາມທໍາມະຊາດເປັນໂຕຖືເຊື້ອກາຝາກ ປະເພດນີ້.

ອາການຂອງຄົນທີ່ເປັນ ພະຍາດລໍຊໍ ມັກຈະມີ ອາການປວດເໝື່ອຍຕາມກ້າມຊີ້ນ, ເປັນທ້ອງຈວກ ປວດກ້າມຊີ້ນທ້ອງ,

ໃບຫນ້າ ແລະ ຜົ້ງຕາບວມ, ເຈັບຫົວ, ໄອຫັນໃຈບໍ່ອີ່ມ,ແລະ ຮ່າງກາຍອ່ອນເພຍ, ເຍື່ອເມືອກຕາອັກເສບຮຸນແຮງ ແລະ ອາດ

ເxຍຊີວິດຖ້າບໍ່ໄດ້ຮັບການປິ່ນປົວ.

ທັງນີ້, ວິທີທີ່ດີທີ່ສຸດໃນການປ້ອງກັນພະຍາດລໍຊໍ: ການລ້ຽງສັດແບບເປັນຟາມ ຕ້ອງປະຕິບັດຕາມຫລັກການລ້ຽງສັດທີ່ດີຄວາມປອດໄພທາງຊີວະສູງ.ທີ່ມີລະບົບການປ້ອງກັນ, ມີລະບົບການກວດກາອະນາໄມຊີ້ນຢູ່ຕາມໂຮງຂ້າສັດ, ບ່ອນຂ້າສັດຍ່ອຍ ເພື່ອກວດຕິດຕາມສະພາບພະຍາດລໍຊໍ. ບໍລິໂພກຊີ້ນທີ່ໄດ້ຜ່ານການຄົວສຸກດີແລ້ວ.

ປະຈຸບັນ, ສູນວິໄຈພະຍາດສັດ, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ມີເຕັກນິກວິຊາການ ແລະ ບຸກຄະລາກອນ ທີ່ມີຄວາມຊໍານິຊໍານານໃນການວິໄຈພະຍາດລໍຊໍ ຢູ່ນໍາຊີ້ນສັດ ນັບທັງຊີ້ນຫມູບ້ານ ແລະ ຫມູປ່າ, ນຶ່ງໃນ ບັນດາເຕັກນິກການວິໄຈດັ່ງກ່າວແມ່ນເຕັກນິກ ລະລາຍເນື້ອເຍື່ອ (Tissue digestion technique) ຊຶ່ງເປັນເຕັກນິກ ທີ່ໃຫ້ຜົນວິໄຈທີ່ເຊື່ອຖືໄດ້ ເພື່ອຈຸດປະສົງຮັບປະກັນຄວາມປອດໄພຂອງອາຫານທີ່ມີແຫລ່ງມາຈາກສັດ ສໍາຫຼັບຜູ້ບໍລິໂພກ.

ຂໍ້ມູນອ້າງອີງຈາກ: ສູນວິໄຈພະຍາດສັດ, ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles