ທ່າມກາງບັນຍາກາດ ໃກ້ຈະຮອດບຸນປີໃໝ່ລາວ ຫຼື ກຸດສົງການ, ຖືເປັນປາງບຸນໃຫຍ່ ຂອງຄົນລາວຊາວພຸດ ຢູ່ໃນຮີດ 12 ຄອງ 14 ຂອງຄົນລາວ ທີ່ເຄີຍປະຕິບັດສືບທອດກັນມາ ແຕ່ບູຮານນະການ ໂດຍຖືເອົາໂອກາດນີ້ ເປັນການອວຍພອນໄຊ ໃຫ້ພອນຊຶ່ງກັນ ແລະ ກັນ, ຫຼາຍຄອບຄົວ ກໍມາເຕົ້າໂຮມກັນ ເພື່ອເຮັດບຸນ, ເຮັດບາສີສູ່ຂວັນ, ຂໍພອນ, ສົມມາລາໂທດ ນຳພໍ່ແມ່ ແລະ ຜູ້ເຖົ້າຜູ້ແກ່ ເພື່ອເປັນສິລິມຸງຄຸນແກ່ຊີວິດ ແລະ ໃຊ້ເວລາຢູ່ຮ່ວມກັນຢ່າງມີຄວາມສຸກ, ແຕ່ຍັງມີຫຼາຍຄອບຄົວ ທີ່ຍັງຄອຍຖ້າລູກກັບມາຢາມບ້ານ, ປະຈຸບັນ ໄວໜຸ່ມຫຼາຍຄົນ ຕ້ອງໄປຮຽນ ແລະ ເຮັດວຽກຢູ່ຕົວເມືອງໃຫຍ່ ເພື່ອຊອກຫາໂອກາດທີ່ດີກວ່າ, ເຂົາເຈົ້າອາດກັບຄືນເມືອຢາມບ້ານໜ້ອຍລົງ ຍ້ອນໜ້າທີ່ຮັບຜິດຊອບ ແລະ ການຕໍ່ສູ້ເພື່ອຊີວິດ, ໃນຂະນະທີ່ພໍ່ແມ່ຢູ່ບ້ານ ກໍຮູ້ສຶກໂດດດ່ຽວ ນັບມື້ນັບຫຼາຍຂຶ້ນໃນແຕ່ລະປີ !
ພໍ່ຕູ້ແອ່ນ ອາຍຸ 70 ປີ, ເປັນຄົນຫຼວງພະບາງ ລາວເວົ້າວ່າ: ຕອນລູກຍັງນ້ອຍ ລູກຈະມາຄອຍຖ້າພໍ່ແມ່ ກັບມາແຕ່ໄຮ່ ແຕ່ນາ ຢູ່ເດີ່ນບ້ານສະເໝີ, ພໍເຫັນພໍ່ແມ່ກັບມາແຕ່ໄຮ່ແຕ່ນາ ເຂົາເຈົ້າຈະດີໃຈ ແລະ ແລ່ນມາກອດພໍ່ແມ່, ສຽງຫົວຂອງພວກເຂົາ ເຮັດໃຫ້ເຮືອນອົບອຸ່ນ, ແຕ່ດຽວນີ້ ມັນງຽບສະຫງົບ ພາຍໃນເຮືອນເຫຼືອໄວ້ແຕ່ສອງເຖົ້າ.
ແມ່ຕູ້ສົມ ອາຍຸ 75 ປີ ຄົນແຂວງຫຼວງພະບາງ ເວົ້າວ່າ: ລາວມີລູກຊາຍ 2 ຄົນ ເຊິ່ງທັງສອງແມ່ນໄດ້ອອກຈາກບ້ານໄປຮຽນຢູ່ນະຄອນຫຼວງວຽງຈັນ ພໍຮຽນຈົບກໍເຮັດວຽກຢູ່ພຸ້ນເລີຍ ໄລຍະທຳອິດລູກກໍກັບມາຢາມແດ່ ແຕ່ 2-3 ປີມານີ້ ລູກບໍ່ກັບມາຫາເລີຍ ມີແຕ່ໂທຫາກັນທາງໂທລະສັບ ເປັນບາງຄັ້ງ, ບາງເດືອນລູກກໍຝາກເງິນມາໃຫ້ຈ່າຍ, ແຕ່ໃນໃຈແລ້ວ ກໍຢາກໃຫ້ລູກໆ ກັບມາຢາມແດ່ ເພາະພໍ່ແມ່ ກໍເຖົ້າແກ່ຫລາຍແລ້ວ ຢ້ານບໍ່ມີໂອກາດພໍ້ລູກອີກ.
ດ້ານແມ່ຕູ້ເພງ ອາຍຸ 79 ປີ ຄົນແຂວງວຽງຈັນ ເລົ່າວ່າ: ລາວມີລູກຊາຍ 1 ຄົນ, ໄປເຮັດວຽກຢູ່ຕ່າງແຂວງເກືອບ 8 ປີແລ້ວ ໄລຍະທຳອິດກໍມາຢາມຢູ່ ແຕ່ 5 ປີມານີ້ ລູກບໍ່ມາຢາມເລີຍ ໂທຫາ ກໍບາດຮັບ ບາດບໍ່ຮັບ ຄັນພໍ່ແມ່ບອກມາຢາມບ້ານແດ່ ກໍອ້າງວ່າຄາວຽກ.
ຢາກຕັ້ງຄຳຖາມກັບທຸກຄົນວ່າ:
– ເຈົ້າເມືອຢາມພໍ່ແມ່ ແລະ ກິນເຂົ້າກັບເພິ່ນ ຄັ້ງສຸດທ້າຍມື້ໃດ?
– ເປັນຄຳຖາມທີ່ທຳມະດາ ແຕ່ທຸກຄົນຕ່າງດເບິ່ງຂ້າມ ຕ່າງບໍ່ສົນໃຈ?
– ທຸກປີ ໃນວັນປີໃໝ່ລາວ ຍັງຄົງມີຫລາຍຄົນທີ່ບໍ່ໄດ້ກັບບ້ານ ໄປຢາມພໍ່-ແມ່.
– ຢາກຖາມວ່າ: ເຈົ້າເຮັດວຽກເດືອນລະຈັກມື້?
– ເລື່ອງສຸດທ້າຍ ທີ່ໄດ້ເວົ້າກັບພໍ່ກັບແມ່ ຄືເລື່ອງຫຍັງ?
– ເຈົ້າຫົວຢ່າງມີຄວາມສຸກ ແລະ ເຫັນພໍ່ແມ່ ຫົວຢ່າງມີຄວາມສຸກມື້ໃດ?
– ເຈົ້າເຄີຍບອກຮັກພໍ່ ແລະ ແມ່ ຫລື ບໍ່?
– ແມ່ນຫຍັງ ຄືສິ່ງທີ່ເຮັດໃຫ້ພໍ່ແມ່ເຮົາມີຄວາມສຸກ.
– ແມ່ນຫຍັງ ຄືສິ່ງທີ່ເຈົ້າຢາກເຮັດ ຖ້າມີໂອກາດເມືອຢາມບ້ານ.
– ມັນຄົງຈະເປັນເລື່ອງທີ່ໜ້າເສຍໃຈທີ່ສຸດ ຖ້າປີໃໝ່ລາວ ປີໜຶ່ງ ມີພຽງໜຶ່ງຄັ້ງ ແຕ່ເຮົາຜູ້ເປັນລູກ ບໍ່ໄປຫາເພິ່ນ, ເພາະຍ້ອນຄາໄປທ່ຽວກັບແຟນ ແລະ ໝູ່, ແລ້ວບອກວ່າ ປີໜ້າຈຶ່ງໄປຫາພໍ່ແມ່, ແລ້ວເຈົ້າຮູ້ໄດ້ຈັ່ງໃດ ວ່າປີໜ້າມັນຍັງຄົງຈະມີເຮົາ ຫລື ພໍ່ແມ່ ຢູ່ເທິງໂລກໜ່ວຍນີ້, ຈົ່ງເຮັດຕອນທີ່ມີໂອກາດ ດີກວ່າຈະມານັ່ງເສຍໃຈພາຍຫລັງ.
– ບາງຄົນ ສານພະພູມຍັງກາບໄຫວ້ ແຕ່ພໍ່ກັບແມ່ລ້ຽງເຮົາມາ ພາເຮົາໃຫຍ່ມາແທ້ໆ ຍັງເມືອໄປກາບໄຫວ້ບໍ່ໄດ້.
ຖ້າເລືອກຄົນຕົວຢ່າງອອກມາຈັກ 10 ຄົນ ແລະ ຖາມທັງ 10 ຄົນ ວ່າ: ຮັກພໍ່ ຮັກແມ່ ບໍ່? ຄົງບໍ່ມີໃຜທີ່ຕອບວ່າ: ບໍ່ຮັກ, ແຕ່ຈະມີຈັກຄົນທີ່ສະແດງອອກວ່າ ຮັກພໍ່ ແລະ ແມ່, ຄວາມຮັກບໍ່ຈຳເປັນຕ້ອງສະແດງອອກ, ຄວາມຮັກບໍ່ຈຳເປັນຕ້ອງຖ່າຍທອດ, ແຕ່ຖ້າເຮົາຄິດໃນອີກດ້ານໜຶ່ງ ໃນທາງກົງກັນຂ້າມກັນ ທ່ານຢາກໃຫ້ພໍ່ ຫຼື ແມ່ ຍ້ອງທ່ານ ກອດທ່ານ ຈັກເທື່ອບໍ່? ພໍ່ ແລະ ແມ່ ຂອງທ່ານກໍເຊັ່ນດຽວກັນ ທ່ານຢາກໃຫ້ລູກກອດເພິ່ນຈັກໜ່ອຍໜຶ່ງກໍຍັງດີ, ຢາກໃຫ້ລູກຍອມຮັບເພີ່ນວ່າ ແມ່ນພໍ່ ແມ່ນແມ່ ເຖິງຈະມີ ຫຼື ຈະຈົນກໍ່ຕາມ, ຢາກໃຫ້ລູກເອົາໃຈໃສ່ເບິ່ງແຍງ ພາໄປຫັ້ນມານີ້ກໍຍິ່ງຈະເປັນການດີ, ຕອນນີ້ຍັງບໍ່ຫຼ້າ ບໍ່ສວາຍເກີນໄປ ທີ່ທ່ານຈະເລີ່ມເຮັດສິ່ງດີໆໃຫ້ແກ່ພໍ່ ແລະ ແມ່, ຮັກເພິ່ນໃຫ້ຫຼາຍໆ, ເອົາໃຈໃສ່ເພິ່ນ, ຕັ້ງໃຈຮຽນ, ເປັນລູກທີ່ດີ ກໍຄືເປັນຄົນດີໃຫ້ເພິ່ນເຫັນ.
ປີໃໝ່ລາວປີນີ້ເຮົາກັບບ້ານໄປກິນເຂົ້າຮ່ວມພາ, ໄປກິນປາຮ່ວມຕ່ອນ, ໄປສ້າງຮອຍຍີ້ມ ສ້າງຄວາມສຸກ ໃຫ້ພໍ່ແມ່, ກ່ອນທີ່ເຮົາຈະບໍ່ມີໂອກາດໄດ້ເຮັດ, ເພາະຊີວິດຂອງຄົນເຮົາມັນສັ້ນ, ຄົງບໍ່ມີຜູ້ໃດບອກໄດ້ວ່າ: ຈະມີມື້ອື່ນສຳລັບຕົນເອງ ຫລື ບໍ່?