ພະນັກງານຫ້ອງການ ໄວກາງຄົນຈາກເມືອງຊົນຊິ່ວ ຂອງ ສປ ຈີນ ເຂົ້າຮັບການປິ່ນປົວຮັກສາຕົວໃນໂຮງໝໍ Southwest Hospital of the Army Medical University ຫຼັງຈາກມີອາການໄອຊຳເຮື້ອ ເຊິ່ງລາວບອກກັບທ່ານໝໍວ່າ ຕົນເອງເລີ່ມໄອໜັກຂຶ້ນໃນໄລຍະບໍ່ດົນຜ່ານມາ ເເລະ ຮັບປະທານຢານ້ຳເເກ້ໄອເເລ້ວ ເເຕ່ກໍຍັງມີອາການຕາເເດງ ເຊິ່ງເຮັດໃຫ້ຕ້ອງຕັດສິນໃຈມາພົບເເພດ.
ຫຼັງຈາກກວດດ້ວຍເຄື່ອງ CT ເເລະ MRI ຄະນະເເພດສັງເກດເຫັນເງົາດຳປິດສະໜາພາຍໃນປອດເບື້ອງຂວາ ເເລະ ເມື່ອກວດເເບບສ່ອງກ້ອງເຂົ້າໄປໃນຫຼອດລົມ (bronchoscopy) ກໍພົບວ່າຄົນເຈັບກໍລະນີນີ້ຕິດເຊື້ອລາໃນປອດ ໂດຍເກີດຈາກເຊື້ອໃນສະກຸນ Aspergillus ຈາກການສອບຖາມພຶດຕິກຳຂອງຄົນເຈັບລາຍນີ້ ພົບວ່າລາວມີນິໄສມັກ “ດົມກິ່ນຖົງຕີນ” ຂອງຕົນເອງທີ່ເປິະເປື້ອນຈາກການສວມໃສ່ມາຕະຫຼອດໝົດມື້.
ຖົງຕີນທີ່ຜ່ານການໃສ່ມາເເລ້ວຈະມີທັງເຫື່ອ, ເກືອ ເເລະ ຍູເຣຍສະສົມຢູ່ ເເລະ ສະພາບເເວດລ້ອມພາຍໃນເກີບທີ່ມີທັງອຸ່ນ ເເລະ ຊຸ່ມຊື່ນ ກໍເຮັດໃຫ້ເຊື້ອລາຈະເລີນເຕີບໂຕໄດ້ດີ. ດັ່ງນັ້ນ, ການສູດດົມກິ່ນຖົງຕີນຂອງຕົວເອງກໍຕາມ ຈຶ່ງເຮັດໃຫ້ສ່ຽງທີ່ຈະໄດ້ຮັບເຊື້ອລາ ເເລະ ເເບັກທຣີເຣຍອັນຕະລາຍເຂົ້າສູ່ຮ່າງກາຍ ເຊິ່ງອາດນຳໄປສູ່ພາວະຕິດເຊື້ອໃນປອດ ທີ່ສົ່ງຜົນກະທົບຕໍ່ສຸຂະພາບໃນໄລຍະຍາວ.
ທີ່ມາ: odditycentral