ກິດຈະກຳແຫ່ພະພຸດທະຮູບ (ພະເຈົ້າອົງຫຼວງ) ຕາມຖະໜົນເສດຖາທິຣາດ ໃນງານບຸນປີໃໝ່ລາວ ຢູ່ນະຄອນຫຼວງວຽງຈັນ ພສ 2568 ຫຼື ຄສ 2025 ຕາມການຊີ້ນຳຂອງອົງການປົກຄອງນະຄອນຫຼວງວຽງຈັນ ແມ່ນຈະບໍ່ໄດ້ຈັດພິທີໃຫຍ່ ໂດຍຈະມີພຽງການຄອບໄຄວ່ ອັນເຊີນພະພຸດທະຮູບລົງຫົດສົງທີ່ວັດອົງຕື້ ວັດອິນແປງ ວັດສີສະເກດ ແລະ ວັດອື່ນໆ.
ທ່ານ ແສງສາທິດ ພິນເມືອງ ຫົວໜ້າຫ້ອງວ່າການເມືອງຈັນທະບູລີ ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດໃນວັນທີ 9 ເມສາ 2025 ວ່າ: ໄລຍະປີຜ່ານມາແມ່ນພວກເຮົາຕ້ອນຮັບປີທ່ອງທ່ຽວລາວຈຶ່ງໄດ້ຈັດຫຼາຍກິດຈະກຳ ການຫຼີ້ນບຸນປີໃໝ່ລາວ ເຊັ່ນ: ການແຫ່ພະພຸດທະຮູບ ຕາມຖະໜົນເສດຖາທິຣາດ ແລະ ອື່ນໆ ແຕ່ໃນງານບຸນ ພສ 2568 ກໍຄື ໃນປີ 2025 ນີ້ ເນື່ອງຕາມຖະໜົນເສດຖາທິຣາດ ມີການກໍ່ສ້າງ ສະນັ້ນ ທາງ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມີແຈ້ງການໃຫ້ອົງການປົກຄອງເມືອງຈັນທະບູລີ ສືບຕໍ່ຈັດຕາມຮີດຄອງປະເພນີ ໂດຍຈະໄດ້ມີການຄອບໄຄວ່ອັນເຊີນພະພຸດທະຮູບລົງຫົດສົງທີ່ວັດອົງຕື້ ວັດອິນແປງ ວັດສີສະເກດ ແລະ ວັດອື່ນໆ ຂອບ ເຂດທົ່ວເມືອງຈັນທະບູລີ ໃນຕອນບ່າຍຂອງວັນທີ 14 ເມສາ 2025 ແລະ ໃນວັນທີ 16 ເມສາ 2025 ໃນຕອນເຊົ້າຕາມວັດວາອາຮາມຕ່າງໆຈະມີການໃສ່ບາດ ຖວາຍສັງຄະທານ ແລະ ຕອນບ່າຍກໍຈະມີການຕົບພະທາດຊາຍ.
ສ່ວນກິດຈະກຳໃນການສະເຫຼີມສະຫຼອງບຸນປີໃໝ່ຢູ່ຕາມຈຸດຕ່າງໆນັ້ນກໍໄດ້ສືບຕໍ່ຈັດເພື່ອເຊັ່ນ: ຢູ່ຖະໜົນແຫ່ງບຸນ ເຂດພາມໄຊແຄມຂອງ ເຂດຫໍວັດທະນະທຳ ຖະໜົນຂຸນບູລົມ ແລະ ເຂດຖະໜົນສາມແສນໄທ ຂົງເຂດບ້ານອານຸ ແຕ່ວັນທີ 12 ຫາ 16 ເມສາ ກິດຈະກຳກໍຈະປະກອບມີ ພິທີເປີດກິດຈະກຳສະເຫຼີມ ສະຫຼອງບຸນປີໃໝ່ລາວ ຈະມີກິດຈະກຳສະແດງສິລະປະແຄນລາວທີ່ເປັນມໍລະດົກໂລກ ສະແດງກາຍະສິນ ເປີດການຊື້ຂາຍອາຫານ ແລະ ຫົດນໍ້າ ແລະ ອື່ນໆ ສຳລັບຢູ່ສວນເຈົ້າອານຸວົງຈະມີການຈັດງານຂາຍອາຫານເຂດພາມໄຊຄືດັ່ງທຸກໆປີຜ່ານມາ.
ຕໍ່ກັບວຽກງານປ້ອງກັນ ແລະ ການຈັດຕັ້ງປະຕິບັດຕາມຂໍ້ຫ້າມຕ່າງໆທີ່ຂັ້ນເທິງວາງອອກ ທາງເມືອງພວກເຮົາໄດ້ປະຕິບັດຕາມແຈ້ງການຂອງ ປກສ ນວ ຢ່າງເຂັ້ມງວດ ອີກບັນຫາໜຶ່ງກຳລັງ ປກສ ເມືອງຈັນທະບູລີ ກໍໄດ້ກະກຽມຈັດການລະບາຍລົດຢູ່ຈຸດທີ່ແອອັດ ເຊິ່ງໃນໄລຍະຜ່ານມາແມ່ນໄດ້ວາງແຜນຢູ່ 3 ຈຸດໃຫຍ່ໃນຂອບເຂດເມືອງຈັນທະບູລີ ນອກນັ້ນກໍໄດ້ມອບໃຫ້ກຳລັງ ປກສ ໃນແຕ່ລະບ້ານຮັບຜິດຊອບໃນຂົງ ເຂດຂອງຕົນ.
ໃນການສະຫຼອງບຸນປີໃໝ່ລາວນີ້ຂໍຝາກເຖິງ ປະຊາຊົນຊາວເມືອງຈັນທະບູລີ ແລະ ປວງຊົນລາວທັງຊາດທີ່ຈະມາທ່ຽວຫຼີ້ນໃນຂອບເຂດເມືອງຈັນທະບູລີແມ່ນໃຫ້ເອົາໃຈໃສ່ປະຕິບັດຕາມລະບຽບຂໍ້ຫ້າມຂອງຂັ້ນເທິງວາງອອກ ກ່ອນຈະອອກເຮືອນຕ້ອງໄດ້ເອົາໃຈໃສ່ກວດກາເບີ່ງໄຟຟ້າເພາະໄລຍະນີ້ແມ່ນອາກາດຮ້ອນເພື່ອປ້ອງກັນການເກີດອັກຄີໄພ ການມາທ່ຽວຫຼີ້ນແມ່ນຕ້ອງໄດ້ພ້ອມກັນຕັກເຕືອນລູກຫຼານບໍ່ໃຫ້ມີການດື່ມສິ່ງມືນເມົາ ຂັບລົດທາງລະມັດລະວັງຫຼີກລ່ຽງອຸບັດຕິເຫດ ນອກນັ້ນກໍໃຫ້ການຮ່ວມມືກັບເຈົ້າໜ້າທີ່ຂອງເມືອງທີ່ໄດ້ປະຈຳຢູ່ແຕ່ລະເສັ້ນທາງແຕ່ລະບ້ານເພື່ອອຳ ນວຍຄວາມສະດວກໃຫ້ແກ່ປະຊາຊົນໃນການສະເຫຼີມສະຫຼອງບຸນປີໃໝ່ລາວຢ່າງປອດໄພ ຮັກສາໄດ້ຄວາມສະຫງົບ.
ທີ່ມາ: ວຽງຈັນໃໝ່