35.5 C
Vientiane
Wednesday, April 16, 2025

ອາຊຽນ ເລັ່ງບູລະນະການທາງເສດຖະກິດຮັບມືອັດຕາພາສີຂອງອາເມຣິກາ

ເລຂາທິການສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຮຽກຮ້ອງໃນວັນທີ 9 ເມສາ 2025 ນີ້ ໃຫ້ກຸ່ມປະເທດອາຊຽນຮີບເລັ່ງຂະບວນການບູລະນະການທາງເສດຖະກິດ ໃນຊ່ວງມາດຕະການຂູດຮີດພາສີຂອງສະຫະລັດອາດເມຣິກາ ເຊິ່ງເຮັດໃຫ້ຫຼາຍປະເທດໃນທົ່ວໂລກຖືກດຶງເຂົ້າສູ່ສົງຄາມການຄ້າທີ່ນັບມື້ນັບຍິ່ງເພີ່ມທະວີຄວາມຮຸນເເຮງ.

ອາຊຽນ 10 ປະເທດ ເຊິ່ງມີສະຫະລັດອາເມຣິກາ ເປັນຕະຫຼາດສົ່ງອອກຫຼັກຖືເປັນໜຶ່ງໃນກຸ່ມປະເທດທີ່ໄດ້ຮັບຜົນກະທົບຕໍ່ກັບອັດຕາພາສີຂອງສະຫະລັດອາເມຣິກາ “ເພື່ອຄົງຄວາມສຳຄັນ ເເລະ ມີຄວາມຢືດຍຸ່ນຢູ່ໄດ້ໃນໂລກເຊິ່ງຄວາມສັບສົນວຸ້ນວາຍທາງເສດຖະກິດກຳລັງກາຍເປັນຄວາມປົກກະຕິ (new normal) ເຮົາຈະຕ້ອງດຳເນີນການຢ່າງກ້າຫານ, ເດັດດ່ຽວ ເເລະ ຮ່ວມກັນເປັນໜຶ່ງ ເພື່ອຢືນຍັນເຈດຕະນາຂອງອາຊຽນ ໃນການສ້າງສະພາບເເວດລ້ອມໃຫ້ມີສະຖຽນລະພາບ, ຄາກດການໄດ້ ເເລະ ເອື້ອຕໍ່ພາກທຸລະກິດ” ເລຂາທິການອາຊຽນ ກ່າວໃນກອງປະຊຸມດ້ານການລົງທຶນ ເຊິ່ງຈັດຂຶ້ນກ່ອນກອງປະຊຸມຫາລືລະຫວ່າງລັດຖະມົນຕີເສດຖະກິດ ເເລະ ການເງິນຂອງອາຊຽນກັບບັນດາຜູ້ວ່າການທະນາຄານເເຫ່ງຊາດທີ່ກົວລາລຳເປີ ປະເທດມາເລເຊຍ ເພື່ອຫາລືເເນວທາງຕອບສະໜອງມາດຕະການຂູດຮີດພາສີຂອງສະຫະລັດອາເມຣິກາ.

ລັດຖະບານທຸກປະເທດອາຊຽນ ຕັດສິນໃຈບໍ່ຕອບໂຕ້ຄຳສັ່ງຂູດຮີດພາສີຂອງສະຫະລັດ ເເລະ ຈະສະແຫວງຫາການເຈລະຈາກັບຜູ້ນຳອາເມຣິກາເເທນ, ເເຕ່ຢ່າງໃດກໍຕາມ ໂຄງສ້າງເສດຖະກິດອາຊຽນທີ່ຍັງເນັ້ນການສົ່ງອອກເປັນຫຼັກທີ່ໄດ້ຮັບຜົນກະທົບໜັກຈາກສົງຄາມການຄ້າ ເນື່ອງຈາກ “ຈີນ” ເຊິ່ງເປັນອີກໜຶ່ງຕະຫຼາດໃຫຍ່ໄດ້ປະກາດຂຶ້ນພາສີຕອບໂຕ້ສະຫະລັດອາເມຣິກາ.

ປະເທດຕ່າງໆໃນອາຊຽລ້ວນເເລ້ວເເຕ່ຖືກຜົນກະທົບຕໍ່ອັດຕາພາສີຂອງສະຫະລັດອາເມຣິກາທັງນັ້ນ ເຊິ່ງລາວ 48%, ມຽນມາ 44%, ໄທ 37%, ອິນໂດເນເຊຍ 32%. ມາເລເຊຍ 24%, ບູໄນ 24%, ຟິລິບປິນ 17% ເເລະ ສິງກະໂປ 10% .

ທີ່ມາ:​Around the World

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles