ຖ້າຕ້ອງອ່ານໜັງສື ເພື່ອກຽມຕົວສອບເສັງ ເຈົ້າຈະເລືອກອ່ານກ່ອນນອນ ໃນບັນຍາກາດທີ່ງຽບສະຫງົບ ຫຼື ເຂົ້ານອນໄວໆ ເພື່ອຕື່ນມາອ່ານໜັງສືຕອນເຊົ້າ ໃນຊ່ວງທີ່ເຮົາຄິດວ່າສະໝອງຈະປອດໂປ່ງ? ເເຕ່ວ່າເຊື່ອວ່າຫຼາຍໆຄົນກໍຈະມີວິທີການອ່ານໜັງສືທີ່ເເຕກຕ່າງກັນອອກໄປ.
ມີງານວິໄຈທີ່ພະຍາຍາມຫາຄຳຕອບວ່າ ຕົກລົງເເລ້ວການຝຶກຝົນພາສາຕ່າງປະເທດໃນຊ່ວງເວລາໃດຈະໄດ້ຜົນທີ່ຕອບໂຈດຫຼາຍກວ່າກັນ ເເຕ່ສິ່ງທີ່ຄົ້ນພົບກໍຄື: ການອ່ານໜັງສືຕັ້ງເເຕ່ຕອນຫົວເເລງ-ຫົວຄ່ຳ ໄປຈົນຮອດກ່ອນຕອນເຂົ້ານອນ ຈະຊ່ວຍໃຫ້ເຮົາສາມາດຈື່ຈຳສິ່ງທີ່ອ່ານໄດ້ດີກວ່າຕື່ນມາອ່ານໃນຕອນເຊົ້າ.
ຜົນສຳຫຼວດຂອງ Duolingo ກໍເປັນອີກໜຶ່ງຖານຂໍ້ມູນທີ່ຊ່ວຍຄ້ຳປະກັນໃນເລື່ອງດັ່ງກ່າວນີ້ ຫຼັງຈາກທີ່ຈັດກຸ່ມຄົນຮຽນພາສາຕ່າງປະເທດອອກເປັນ 14 ກຸ່ມເເບ່ງຕາມໄລຍະເວລາທີ່ເຝິກຝົນພາສາ ກໍພົບຂໍ້ສະຫຼຸບທີ່ມີຄວາມສອດຄ່ອງກັນ ກໍຄື ຄົນທີ່ເຝິກພາສາຕອນກາງຄືນນັ້ນ ຈະມີຄະເເນນສະເລ່ຍທີ່ສູງຫຼາຍກວ່າ.
ສະໝອງຂອງເຮົານັ້ນ ຫາກໄດ້ຈື່ຈຳຂໍ້ມູນສິ່ງໃດຢ່າງໜຶ່ງ ເເລ້ວເຮົາໄດ້ພັກຜ່ອນຢ່າງພຽງພໍ ຈະເຮັດໃຫ້ການຈື່ຈຳທີ່ເຮົາຫາກໍປ້ອນຂໍ້ມູນເຂົ້າໄປນັ້ນ ກໍຈະເຮັດວຽກຢ່າງມີປະສິດທິພາບຫຼາຍຂຶ້ນ. ເເຕ່ເຖິງຢ່າງໃດກໍຕາມ, ການຈະຈື່ຈຳພາສາຕ່າງປະເທດໄດ້ດີນັ້ນ ຍັງມີປັດໄຈອື່ນຊ່ວຍເສີມເຂົ້າມານຳ ເຊັ່ນ: ການທົດລອງໃຊ້ພາສາເຫຼົ່ານັ້ນໃນຊີວິດຈິງ ລວມທັງການຮັກສາສຸຂະພາບຮ່າງກາຍໃຫ້ດີຢ່າງສະໝ່ຳສະເໝີ.
ທີ່ມາ: The MATTER