31 C
Vientiane
Tuesday, April 29, 2025

ເລິ່ມແລ້ວ! ຂະບວນລົດຂົນສົ່ງທາງບົກໂດຍກົງຂ້າມຊາຍແດນ ລະຫວ່າງຈີນ-ລາວ-ກຳປູເຈຍ

ໃນວັນທີ 27 ເມສາ 2025 ນີ້ ຂະບວນລົດຂົນສົ່ງທາງບົກໂດຍກົງຂ້າມຊາຍແດນ ລະຫວ່າງຈີນ-ລາວ-ກຳປູເຈຍ ໃນເຂດອະນຸພາກພື້ນແມ່ນ້ຳຂອງໄດ້ເລີ່ມຂຶ້ນ ລົດຂົນສົ່ງສິນຄ້າທີ່ບັນຈຸພັດລົມແຂວນເພດານ, ຖັງນ້ຳປຼາສະຕິກແລະເຄື່ອງໃຊ້ປະຈຳວັນອື່ນໆເລີ່ມແລ່ນອອກຈາກນະຄອນຄຸນໝິງຂອງຈີນ, ມີແຜນການຜ່ານນະຄອນຫຼວງວຽງຈັນຂອງລາວ, ສຸດທ້າຍໄປຮອດນະຄອນຫຼວງພະນົມເປັນຂອງກຳປູເຈຍ.

ການຂົນສົ່ງໂດຍກົງຄັ້ງນີ້ນຳໃຊ້ຮູບແບບການຂົນສົ່ງທີ່ “ນຳໃຊ້ຕູ້ສິນຄ້າຫຼືຕູ້ຄອນເທນເນີໜ່ວຍດຽວ” “ລົດຄັນດຽວ”, ດ້ວຍການແຈ້ງລ່ວງໜ້າ, ການລ໊ອກແບບເອເລັກໂຕຼນິກ, ການຂົນສົ່ງຜ່ານຫຼາຍປະເທດແລະເຕັກນິກຈໍລະຈອນສິນຄ້າແບບອັດສະລິຍະ, ໂດຍບໍ່ຕ້ອງປ່ຽນລົດ, ບໍ່ຕ້ອງປ່ຽນຕູ້ຄອນເທນເນີ, ບໍ່ຕ້ອງຖ່າຍສິນຄ້າແລະຍົກສູງປະສິດທິພາບການຂົນສົ່ງຢ່າງຫຼວງຫຼາຍ.

ເມື່ອທຽບກັບຮູບແບບການຂົນສົ່ງແບບດັ້ງເດີມ, ຄາດຄະເນວ່າຈະຫຼຸດເວລາການຂົນສົ່ງຂາໄປລົງເຫຼືອ 6 ຫາ 8 ວັນ, ຍົກສູງປະສິດທິພາບຫຼາຍກວ່າ 40%, ເພື່ອຫຼຸດຄວາມສ່ຽງດ້ານການສູນເສຍຂອງສິນຄ້າໃນການຂົນສົ່ງຢ່າງມີປະສິດທິຜົນ.

ຂ່າວຈາກ Globol time ໃຫ້ຮູ້ວ່າ: ໂດຍອ້າງອີງຂໍ້ມູນຈາກ ທ່ານ ຫຼຸຍ ຕ່າຫຼຽງ ໂຄສົກກົມໃຫຍາພາສີ ຂອງຈີນ ຮູ້ວ່າ ໃນໄຕມາດທຳອິດຂອງປີນີ້ ອາຊຽນຍັງເປັນປະເທດຄູ່ຄ້າອັນດັບ1 ຂອງ ສປ. ຈີນ ຊຶ່ງບັນລຸມູນຄ່າການຄ້າຮ່ວນກັນສູງເຖິງ 234,17 ຕື້ໂດລາສະຫະລັດ ກວມອັດຕາສ່ວນ 16,6% ຂອງມູນຄ່າການຄ້າຕ່າງປະເທດຂອງຈີນ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ Lao Economic Daily

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles