ໃນວັນທີ 30 ເມສາ 2025 ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດກອງປະຊຸມຜູ້ຖືຮຸ້ນ ທຄຕລ ສະໄໝສາມັນ ປະຈໍາປີ 2024 , ໂດຍການເປັນປະທານກອງປະຊຸມຂອງ ທ່ານ ປອ. ອາຄົມ ປຣະເສີດ, ຮອງປະທານສະພາບໍລິຫານ ທຄຕລ, ມີຜູ້ຖືຮຸ້ນເຂົ້າຮ່ວມດ້ວຍຕົນເອງຈຳນວນ 43 ທ່ານ, ຜູ້ມອບສິດຈຳນວນ 231 ທ່ານ ຊຶ່ງລວມຈໍານວນຮຸ້ນທັງໝົດທີ່ເຂົ້າຮ່ວມກອງປະຊຸມເທົ່າກັບ 836,449,765 ຮຸ້ນ, ນັບທັງ 81,244,345 ຮຸ້ນ ທີ່ຖືກມອບສິດ, ບັນລຸອັດຕາສ່ວນ 80.535% ຂອງຈຳນວນຮຸ້ນ ທຄຕລ ທັງໝົດ, ນອກນັ້ນ ຍັງມີຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ຕະຫຼາດຫຼັກຊັບລາວ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບເຂົ້າຮ່ວມຕິດຕາມກອງປະຊຸມອີກດ້ວຍ.
ກອງປະຊຸມໄດ້ດໍາເນີນແຕ່ລະວາລະຢ່າງຄົບຖ້ວນ ພ້ອມທັງໄດ້ເປີດໂອກາດໃຫ້ແກ່ຜູ້ຖືຮຸ້ນສອບຖາມບັນດາຂໍ້ສົນໃຈຕ່າງໆ ແລະ ຄະນະບໍລິຫານ ທຄຕລ ກໍ່ໄດ້ອະທິບາຍຊີ້ແຈງໃນແຕ່ລະບັນຫາຢ່າງກົງໄປກົງມາ ເຊິ່ງກອງປະຊຸມໄດ້ພິຈາລະນາຮັບຮອງບັນຫາສໍາຄັນດັ່ງນີ້:
1. ຮັບຮອງເອົາບົດບັນທຶກກອງປະຊຸມຜູ້ຖືຮຸ້ນ ທຄຕລ ສະໄໝສາມັນ ປະຈຳປີ 2023 ຈັດໄດ້ຂຶ້ນໃນວັນທີ 29 ເມສາ 2024;
2. ຮັບຮອງບົດລາຍງານຜົນການດໍາເນີນງານ ແລະ ເອກະສານລາຍງານການເງິນຂອງ ທຄຕລ ປະຈຳປີ 2024;
3. ຮັບຮອງການຈັດສັນກຳໄລ ປະຈໍາປີ 2024 ເຂົ້າຄັງສະສົມຕາມລະບຽບການ ແລະ ຮັບຮອງການຈ່າຍເງິນປັນຜົນ, ເຊິ່ງໃນປີ 2024 ທຄຕລ ມີກຳໄລສຸດທິ 449 ຕື້ກີບ ເທົ່າກັບ 149% ຂອງແຜນການປີ. ກອງປະຊຸມຈຶ່ງມີມະຕິຈ່າຍເງິນປັນຜົນໃຫ້ຜູ້ຖືຮຸ້ນໃນອັດຕາ 100 ກີບ/ຮຸ້ນ, ລວມເປັນເງິນທັງໝົດ 103.86 ຕື້ກີບ ໂດຍກໍານົດເອົາວັນທີ 14 ພຶດສະພາ 2025 ເປັນມື້ຈ່າຍເງິນປັນຜົນ;
4. ຮັບຮອງເອົາແຜນການປີ 2025 ຂອງ ທຄຕລ ເຊິ່ງໄດ້ວາງຄາດໝາຍກຳໄລສຸດທິບໍ່ຫຼຸດ 550 ຕື້ກີບ;
5. ຮັບຮອງເອົາເເຜນຍຸດທະສາດພັດທະນາ ທຄຕລ ໄລຍະ 2025-2029 ພາຍໃຕ້ວິໄສທັດ: “ເຂັ້ມແຂງ ທັນສະ ໄໝ ໄດ້ມາດຕະຖານສາກົນ”;
6. ຮັບຮອງເອົາບໍລິສັດ PwC ເປັນຜູ້ກວດສອບອິດສະລະປະຈໍາປີ 2025;
7. ຮັບຮອງການແຕ່ງຕັ້ງ ທ່ານ ສຸລິວັດ ສຸວັນນະຈູມຄໍາ, ຮອງລັດຖະມົນຕີກະຊວງການເງິນ ເປັນຕາງຫນ້າຜູ້ຖືຮຸ້ນຝ່າຍລັດ ເປັນປະທານສະພາບໍລິຫານ ທຄຕລ, ທ່ານ Arnaud Delaunay, ຕາງຫນ້າຄູ່ຮ່ວມຍຸດທະສາດ ເປັນສະມາຊິກສະພາບໍລິຫານ ທຄຕລ ເພື່ອປ່ຽນແທນທ່ານທີ່ພົ້ນຈາກໜ້າທີ່ ແລະ ຮັບຮອງອາຍຸການຂອງສະພາບໍລິຫານ;
8. ຮັບຮອງການເພີ່ມທຶນຈົດທະບຽນຂອງ ທຄຕລ;
9. ຮັບຮອງການຂາຍຮຸ້ນ ທີ່ ທຄຕລ ຖືຄອງຢູ່ທະນາຄານລາວ-ຝຣັ່ງ ຈໍາກັດ;
10. ຮັບຮອງການຂາຍຮຸ້ນທີ່ ທຄຕລ ຖືຄອງຢູ່ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ;
ຂໍ້ມູນຈາກ: BCEL Bank