35.5 C
Vientiane
Tuesday, May 20, 2025
spot_img

ເຄື່ອງມື FaceAge ໃຊ້ AI ກວດສຸຂະພາບຈາກການອັບໂຫຼດຮູບພາບພຽງແຕ່ຮູບດຽວກໍ່ຮູ້ໄດ້ເລີຍ ວ່າທ່ານນັ້ນແກ່ເກີນອາຍຸ ຫຼື ບໍ່?

ຈາກການສຶກສາລ່າສຸດທີ່ຕີພິມໃນວາລະສານ The Lancet Digital Health ນັກຄົ້ນຄວ້າຈາກໂຮງໝໍ Mass General Brigham ໄດ້ພັດທະນາ AI ທີ່ມີຊື່ວ່າ ‘FaceAge’ ເຊິ່ງຖືກອອກແບບມາເພື່ອຊ່ວຍປະເມີນສຸຂະພາບໂດຍລວມຂອງຄົນເຈັບ ທັງອາຍຸທາງຊີວະພາບທີ່ສະທ້ອນເຖິງສະພາບຮ່າງກາຍໄດ້ດີກວ່າການທຽບອາຍຸແບບປົກກະຕິ ແລະ ຍັງມີປະໂຫຍດກັບການຕັດສິນໃຈເລືອກແນວທາງການປິ່ນປົວໃນອະນາຄົດ.

ໂດຍນັກຄົ້ນຄວ້າໄດ້ຝຶກຝົນ AI ຕົວນີ້ ໂດຍໃຊ້ຮູບພາບຂອງຄົນສຸຂະພາບດີ 60,000 ຮູບ ແລະ ນຳມາທົດສອບຄວາມແມ່ນຢຳກັບຄົນເຈັບທີ່ເປັນພະຍາດມະເຮັງກວ່າ 6,000 ຄົນ ທີ່ກຳລັງຈະເຂົ້າຮັບການສາຍລັງສີ ເຊິ່ງຄົ້ນພົບວ່າໂດຍສະເລ່ຍຂອງຄົນເຈັບທີ່ເປັນພະຍາດມະເຮັງທີ່ມີອາຍຸຊີວະພາບຫຼາຍກວ່າອາຍຸຈິງປະມານ 5 ປີ ເຊິ່ງອາຍຸທາງຊີວະພາບທີ່ເພີ່ມຂຶ້ນທຸກໆ 1 ປີ ມີຜົນເຊື່ອມໂຍງກັບແນວໂນ້ມອາຍຸໄຂທີ່ສັ້ນລົງ.

FaceAge ໃຊ້ຫຼັກການເຮັດວຽກໂດຍການສະແກນລັກສະນະໃບໜ້າ ທັງຄຸນນະພາບຜິວ, ສີໂທນຂອງກ້າມຊີ້ນ ລວມໄປເຖິງໂຄງສ້າງຕາ ຂໍພຽງແຕ່ຮູບຖ່າຍທີ່ຕິດສ່ວນຫົວ ແລະ ບ່າ ປຽບເໝືອນພາບເຊວຟີກໍ່ສາມາດໃຊ້ AI ຄຳນວນອາຍຸທາງຊີວະພາບຂອງແຕ່ລະບຸກຄົນໄດ້ແລ້ວ.

ເຖິງຢ່າງໃດກໍ່ຕາມການນຳເຕັກໂນໂລຊີນີ້ ມາໃຊ້ຈິງຈຳເປັນຕ້ອງມີການຄົ້ນຄວ້າເພີ່ມເຕີມເສຍກ່ອນ ໂດຍການຄົ້ນຄວ້າທີ່ກຳລັງຈະມີຂຶ້ນຈະມຸ່ງເນັ້ນໄປທີ່ການທົດສອບໃນໂຮງໝໍຫຼາຍແຫ່ງ.

ທີ່ມາ: Ceemeagain

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles