ກົມລ້ຽງສັດ ແລະ ການປະມົງ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: ພະຍາດສັດ ຍັງແມ່ນບັນຫາສໍາຄັນຕົ້ນຕໍ ທີ່ສົ່ງຜົນກະທົບຕໍ່ການລ້ຽງສັດ ຂອງປະຊາຊົນລາວບັນດາເຜົ່າ ຊຶ່ງໃນໄລຍະຜ່ານມາ ຍັງມີລາຍງານສະພາບການເກີດ ພະຍາດສັດຂຶ້ນ ຢູ່ໃນບາງທ້ອງຖິ່ນ ເປັນຕົ້ນແມ່ນ ພະຍາດໄຂ້ຫວັດສັດປີກ, ພະຍາດອະຫິວາຫມູອາຟຣິກາ, ພະຍາດປາກ ເປື່ອຍລົງເລັບ, ພະຍາດເຕົ້າໂຮມເລືອດງົວຄວາຍ ແລະ ອື່ນໆ ອັນໄດ້ເຮັດໃຫ້ສັດລ້ຽງຂອງປະຊາຊົນເຈັບ ແລະ ລົ້ມຕາຍ ເປັນຈໍານວນຫຼາຍ.
ສາຍເຫດຕົ້ນຕໍ ກໍ່ຍ້ອນວ່າແຫຼ່ງເຊື້ອພະຍາດ ຍັງບໍ່ທັນໄດ້ຖືກດັບສູນ, ການສັກຢາກັນພະຍາດສັດ ຍັງ ບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຢ່າງຈິງຈັງ ໂດຍສະເພາະການລ້ຽງສັດແບບຄອບຄົວ ເປີເຊັນການສັກຢາປ້ອງກັນພະຍາດ ຍັງຕໍ່າ ແລະ ບາງພະຍາດຕົ້ນຕໍ ແມ່ນຍັງບໍ່ໄດ້ຮັບການສັກຢາປ້ອງກັນ. ພ້ອມດຽວກັນນັ້ນ, ການຄຸ້ມຄອງການເຄື່ອນຍ້າຍ ສັດພາຍໃນປະເທດ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີການ ຊື້-ຂາຍ ແລະ ເຄື່ອນຍ້າຍສັດ ໃນເວລາມີການລະບາດ ຂອງພະຍາດ, ຊາວກະສິກອນຈໍານວນນຶ່ງ ຂາດຄວາມເຂົ້າໃຈຕໍ່ວຽກງານປ້ອງກັນ ການແຜ່ລະບາດຂອງພະຍາດ ຈາກສັດ ສຸສັດ ແລະ ຈາກສັດສູ່ຄົນ ຊຶ່ງສະແດງອອກຢູ່ບ່ອນວ່າ ຍັງມີປະກົດການ ບໍລິໂພກຊີ້ນສັດທີ່ຕາຍໂດຍບໍ່ຮູ້ສາເຫດ ເຮັດໃຫ້ ມີຄວາມສ່ຽງຕໍ່ການຕິດພະຍາດຈາກສັດ ຊຶ່ງສາມາດກໍ່ໃຫ້ເກີດການເຈັບປ່ວຍ ຫຼື ອາດເຖິງຕາຍໄດ້.
ນອກຈາກນັ້ນ, ການປ່ຽນແປງຂອງສະພາບດິນຟ້າອາກາດ ຫຼື ອາກາດປ່ຽນແປງແບບກະທັນຫັນ ແລະ ບໍ່ເປັນປົກກະຕິ ອາດສົ່ງຜົນ ກະທົບຕໍ່ສຸຂະພາບຂອງສັດລ້ຽງ ໂດຍສະເພາະສັດທີ່ອາຍຸຍັງນ້ອຍ, ສັດຈ່ອຍຜອມ ແລະ ສັດທີ່ມີອາຍຸແກ່ ທີ່ມີຄວາມທົນທານບໍ່ສູງ ແລະ ສັດທີ່ລ້ຽງໃນເຂດທີ່ເຄີຍເກີດການລະບາດ ຂອງພະຍາດມາກ່ອນ ແມ່ນມີຄວາມສ່ຽງສູງຕໍ່ການເກີດ ລະບາດຄັ້ງໃຫມ່. ສະນັ້ນ, ເພື່ອຮັບປະກັນ ບໍ່ໃຫ້ເກີດມີການແຜ່ລະບາດຂອງພະຍາດສັດ ແລະ ຫຼີກລ້ຽງຜົນກະທົບ ທີ່ ກ່າວມາຂ້າງເທິງນັ້ນ ກົມລ້ຽງສັດ ແລະ ການປະມົງ ຈຶ່ງອອກແຈ້ງການແນະນໍາ ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບແຂດທົ່ວປະເທດ ເພື່ອປະຕິບັດມາດຕະການເຝົ້າລະວັງ, ປ້ອງການ ແລະ ສະກັດກັ້ນ ການລະບາດຂອງພະຍາດສັດ ໃນຊ່ວງລະດູຝົນ ປີ 2025 ດັ່ງແຈ້ງການ ຢູ່ກ້ອງຄອມເມັ້ນ.