ງານກອງປະຊຸມ ການອອກແບບ ອາຊຽນ ຈີນ 2025 ຫຼື ASEAN-China Design Convergence 2025, ເປັນງານໜຶ່ງ ທີ່ສຳຄັນ ຈັດຂຶ້ນ ເພື່ອສະເຫຼີມສະຫຼອງຄວາມຄິດສ້າງສັນ, ວັດທະນະທຳ, ແລະ ນະວັດຕະກໍາ, ໄດ້ສໍາເລັດລົງໄປ ຢ່າງສົມບູນ ຢູ່ວິທະຍາໄລຊັນເວ ປະເທດມາເລເຊຍ ລະຫວ່າງວັນທີ 9 ຫາ 11 ພຶດສະພາ, ຈັດໂດຍ Design Asia Collective (DAC) ແລະ Asia Design Week. ການພົບປະສາມວັນນີ້ ໄດ້ເຕົ້າໂຮມນັກອອກແບບ ທີ່ມີພອນສະຫວັນ ແລະ ຜູ້ນຳທາງຄວາມຄິດ ຈາກທົ່ວພາກພື້ນມາຮ່ວມ ພາຍໃຕ້ຫົວຂໍ້ ການສັງເຄາະ ຫຼື “Synthesis.”
ສະເພາະ ສປປ ລາວໄດ້ມີ ບົດບາດສຳຄັນ ໃນການສະແດງການອອກແບບລ້ຳສະໄໝນີ້, ໂດຍມີ ທ່ານ ປຣະເສີດ ບັນຈົງພັກດີ, ປະທານຂອງ ກຸ່ມບໍລິສັດ Bluegrass Design, ເປັນຕົວແທນຂອງປະເທດ ເຂົ້າຮ່ວມງານ. ການນຳສະເໜີຂອງລາວກ່ຽວກັບ ລາຍນາກລາວ, ມໍລະດົກທາງວັດທະນະທຳທີ່ບໍ່ມີຕົວຕົນ ທີ່ໄດ້ຮັບການຮັບຮອງຈາກອົງການ UNESCO, ແລະ ການພັດທະນາລາຍນາກລາວ ໃນໄລຍະ 30 ປີຜ່ານມາ, ໄດ້ດຶງດູດຄວາມສົນໃຈ ຂອງຜູ້ຊົມໂດຍການເນັ້ນໜັກເຖິງ ຄວາມສຳຄັນທາງວັດທະນະທຳອັນເລິກເຊິ່ງ ແລະ ການຕີຄວາມໝາຍໃນຮູບແບບຮ່ວມສະໄໝ. ການເຂົ້າຮ່ວມໃນການນໍາສະເໜີ ໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນເປັນຢ່າງດີ ຈາກສະມາຄົມ ຫັດຖະກໍາລາວ, ແລະ ໃຫ້ການສະໜັບສະໜູນຮ່ວມໂດຍ ແບຣນດ໌ການອອກແບບ ທີ່ໂດດເດັ່ນຂອງລາວ ປະກອບມີ: ບ້ານຫູກລາວ, ຄັງ, ນາຣີ, ແລະ Chounlamany Atelier, ຜົນງານຂອງ ສປປ ລາວໄດ້ສະແດງໃຫ້ເຫັນເຖິງ ພະລັງອັນຍືນຍົງຂອງຝີມືຊ່າງລາວໃນການອອກແບບສະໄໝໃໝ່, ເຊິ່ງປະສົມປະສານລະຫວ່າງປະເພນີ ກັບ ນະວັດຕະກຳ.
ງານນີ້ມີວິທະຍາກອນທີ່ມີຊື່ສຽງ 17 ທ່ານຈາກທົ່ວອາຊຽນ ແລະ ຈີນ, ລວມທັງຊື່ທີ່ມີຊື່ສຽງເຊັ່ນ Kit Woo, Dato’ Lewre Lew ຈາກມາເລເຊຍ, ແລະ Karson Wong, Wei Xin, ແລະ Hu Xiao ຈາກຈີນ. ລາຍຊື່ທີ່ຫຼາກຫຼາຍນີ້ສະທ້ອນເຖິງພອນສະຫວັນ ທາງສິລະປະອັນອຸດົມສົມບູນ ຂອງພາກພື້ນ ແລະ ພະລັງຂອງການຮ່ວມມືຂ້າມວັດທະນະທຳ.
ນອກຈາກການບັນຍາຍແລ້ວ, ງານດັ່ງກ່າວຍັງໄດ້ສະແດງຜົນງານທີ່ພິເສດ 100 ລາຍການ ທີ່ໄດ້ຖືກຄັດເລືອກຈາກການສົ່ງຜົນງານກວ່າ 900 ລາຍການທີ່ສົ່ງເຂົ້າປະກວດໃນ ການແຂ່ງຂັນອອກແບບ Synthesis Design Competition. ການແຂ່ງຂັນໄດ້ດຶງດູດນັກອອກແບບຈາກທົ່ວອາຊຽນ ແລະ ຈີນ, ຕາງໜ້າໃຫ້ແກ່ສາຂາວິຊາຕ່າງໆເຊັ່ນ: ການອອກແບບຜະລິດຕະພັນ, ແຟຊັ່ນ, ສິລະປະດິຈິຕອນ, ການອອກແບບພື້ນທີ່, ແລະ ການອອກແບບກຣາຟິກ, ເຊິ່ງສະທ້ອນເຖິງຄວາມຫຼາກຫຼາຍ ແລະ ພະລັງສ້າງສັນຂອງພາກພື້ນ.
ໃນການສະທ້ອນເຖິງຄວາມສຳເລັດຂອງງານ, ດຣ. ລິມ ເຕັງ ເຍີມ, ປະທານຂອງ DAC, ໄດ້ອະທິບາຍການມາພົບກັນນີ້ວ່າເປັນ “ກອງປະຊຸມສຸດຍອດແຫ່ງການສ້າງຄວາມກະຕືລືລົ້ນ ທາງຄວາມຄິດສ້າງສັນ”, ເນັ້ນໜັກເຖິງບົດບາດຂອງສິນລະປະ ໃນການຜັກດັນຂອບເຂດຂອງນະວັດຕະກຳ. “ຫົວຂໍ້ຂອງພວກເຮົາ, Synthesis, ຈັບເອົາແກ່ນແທ້ຂອງການອອກແບບ— ການສ້າງສິ່ງໃໝ່ຜ່ານການເຊື່ອມໂຍງອົງປະກອບທີ່ຫຼາກຫຼາຍ,” ລາວໄດ້ກ່າວ, ເນັ້ນໜັກເຖິງພາລະກິດຂອງງານໃນການສົ່ງເສີມການຮ່ວມມື ແລະ ການແລກປ່ຽນທາງວັດທະນະທຳ.
ເຖິງແມ່ນວ່າງານ ງານກອງປະຊຸມ ການອອກແບບ ອາຊຽນ ຈີນ 2025 ໄດ້ສິ້ນສຸດລົງໄປແລ້ວ, ຄວາມປະທັບໃຈອັນຍາວນານ ຈະຍັງສືບຕໍ່ໄປ ໂດຍສະເພາະ ກ່ຽວກັບພະລັງຂອງການອອກແບບ ໃນການເຊື່ອມໂຍງວັດທະນະທຳ, ຜັກດັນຂອບເຂດຄວາມຄິດສ້າງສັນ, ແລະ ສ້າງແຮງບັນດານໃຈໃຫ້ແກ່ນັກສ້າງສັນລຸ້ນຕໍ່ໄປ.
Lao Design Shines at ASEAN-China Design Convergence 2025
The ASEAN-China Design Convergence 2025, a landmark event celebrating creativity, culture, and innovation, successfully concluded at Sunway College in Malaysia from May 9 to 11. Organized by the Design Asia Collective (DAC) and Asia Design Week, the three-day gathering brought together top design talents and thought leaders from across the region under the theme “Synthesis.”
Laos took a prominent place in this showcase of cutting-edge design, with Mr. Praseuth Banchongphakdee, president of Bluegrass Design Group, representing the nation. His presentation on the Naga motif, a UNESCO-recognized intangible cultural heritage, captivated audiences by highlighting its deep cultural significance and contemporary reinterpretations. Supported by prominent Lao design brands Ban Hook Lao, Khang, Naree, and Chounlamany Atelier, this work demonstrated the enduring power of Lao craftsmanship in modern design, blending tradition with innovation.
The event featured 17 distinguished speakers from across ASEAN and China, including celebrated names like Kit Woo, Dato’ Lewre Lew from Malaysia, and Karson Wong, Wei Xin, and Hu Xiao from China. This diverse lineup reflected the region’s rich artistic talent and the power of cross-cultural collaboration.
In addition to the talks, the event showcased 100 exceptional works selected from over 900 submissions to the Synthesis Design Competition. The competition attracted designers from across ASEAN and China, representing disciplines like product design, fashion, digital art, spatial design, and graphic design, reflecting the diversity and creative energy of the region.
Reflecting on the event’s success, Dr. Lim Teng Ngiom, President of DAC, described the convergence as a “creative disruption summit”, emphasizing its role in pushing the boundaries of innovation. “Our theme, Synthesis, captures the essence of design itself — the creation of something new through the integration of diverse elements,” he noted, highlighting the event’s mission to foster collaboration and cultural exchange.
As the ASEAN-China Design Convergence 2025 concludes, it leaves a lasting impression of the power of design to connect cultures, push creative boundaries, and inspire the next generation of creators.