5 ປີຜ່ານມາ ເຊກອງ ຂຶ້ນທະບຽນວິສາຫະກິດ ກວ່າ 900 ຫົວໜ່ວຍ

ໃນໄລຍະ 5 ປີຜ່ານມາ (2021-2025) ແຂວງເຊກອງ ສາມາດຂຶ້ນທະບຽນວິສາຫະກິດໄດ້ 943 ຫົວໜ່ວຍ, ມີທຶນຈົດທະບຽນ 3.423,50 ຕື້ກີບ ໃນນີ້, ວິສາຫະກິດທີ່ເຮັດການຜະລິດ 233 ຫົວໜ່ວຍ, ມີທຶນຈົດທະບຽນ 1.124,10 ຕື້ກີບ; ການຄ້າ 472 ຫົວໜ່ວຍ, ມີທຶນຈົດທະບຽນ 944,14 ຕື້ກີບ ແລະ ວິສາຫະກິດທີ່ເຮັດການບໍລິການ 238 ຫົວໜ່ວຍ, ມີທຶນຈົດທະບຽນ 1.355,25 ຕື້ກີບ.

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ພ້ອມນີ້, ຂະແໜງອຸດສາຫະກໍາ ແລະ ການຄ້າແຂວງ ຍັງໄດ້ເອົາໃຈໃສ່ເປັນເຈົ້າການຄຸ້ມຄອງ ຖານສະຖິຕິຂໍ້ມູນໂຮງງານທີ່ມີແລ້ວໃນທົ່ວແຂວງ ແລະ ໂຮງງານທີ່ສ້າງຕັ້ງໃໝ່ໃຫ້ເປັນລະບົບ; ຊຸກຍຸ້ ແລະ ປັບປຸງພື້ນຖານໂຄງລ່າງອຸດສາຫະກໍາຂະໜາດກາງ ແລະ ຂະໜາດນ້ອຍ ເພື່ອເພີ່ມຂີດຄວາມສາມາດ ຂອງຜູ້ປະກອບການຜະລິດປຸງແຕ່ງ ໃຫ້ສາມາດຕອບສະໜອງການຊົມໃຊ້ພາຍໃນ ເຊິ່ງເຮັດໃຫ້ລວມຍອດຜະລິດຕະພັນອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ສາມາດປະຕິບັດໄດ້ 1.602 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 117,04% (ແຜນ 5 ປີ 738,11 ຕື້ກີບ) ໃນນີ້, ມູນຄ່າຜະລິດຕະພັນທີ່ກວມເອົາຫລາຍກວ່າໝູ່ແມ່ນ ຜະລິດຕະພັນແປ້ງມັນຕົ້ນກວມເອົາ 36,14% ຮອງລົງມາຢາງພາລາ 33,24%, ກາເຟ 19,54% ແລະ ສິນຄ້າອື່ນໆ ກວມ 11,08%. ພ້ອມນັ້ນ, ກໍໄດ້ດໍາເນີນການລົງສໍາຫລວດເນື້ອທີ່ດິນ ທີ່ແຂວງຕົກລົງເປັນເຂດອຸດສາຫະກໍາຕາມແຜນຈັດສັນທີ່ດິນ ໃນເນື້ອທີ່ 630 ເຮັກຕາ; ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າທ້ອງຕະຫລາດ ໃຫ້ມີສະຖຽນລະພາບ ມີການສະໜອງສິນຄ້າໃຫ້ທົ່ວເຖິງ ຕອບສະໜອງກັບຄວາມຕ້ອງການໃນທົ່ວແຂວງ, ເຊິ່ງໃນໄລຍະ 5 ປີຜ່ານມາ ມີມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) 2.356,48 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 228% (ແຜນ 5 ປີ 1.034,89 ຕື້ກີບ).

ທ່ານ ນາງ ວິລະຄອນ ບັນທະເວີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ທົ່ວແຂວງເຊກອງ ມີຫົວໜ່ວຍວິສາຫະກິດ 2.460 ຫົວໜ່ວຍ ມີທຶນຈົດທະບຽນ 4.313,47 ຕື້ກີບ ໃນນີ້, ວິສາຫະກິດທີ່ເຮັດການຜະລິດ 422 ຫົວໜ່ວຍ ມີທຶນຈົດທະບຽນ 1.462,58 ຕື້ກີບ; ການຄ້າ 1.428 ຫົວໜ່ວຍ ມີທຶນຈົດທະບຽນ 1.281,67 ຕື້ກີບ ແລະ ການບໍລິການ 610 ຫົວໜ່ວຍ ມີທຶນຈົດທະບຽນ 1.542,70 ຕື້ກີບ ແລະ ໄດ້ແຍກຕາມຂະໜາດວິສາຫະກິດ ຄື: ຈຸນລະວິສາຫະກິດ 1.506 ຫົວໜ່ວຍ ມີທຶນຈົດທະບຽນ 65,18 ຕື້ກີບ; ວິສາຫະກິດຂະໜາດນ້ອຍ 615 ຫົວໜ່ວຍ ມີທຶນຈົດທະບຽນ 318,18 ຕື້ກີບ, ວິສາຫະກິດຂະໜາດກາງ 166 ຫົວໜ່ວຍ ມີທຶນຈົດທະບຽນ 490,40 ຕື້ກີບ ແລະ ວິສາຫະກິດຂະໜາດໃຫຍ່ 233 ຫົວໜ່ວຍ ມີທຶນຈົດທະບຽນ 3.439,73 ຕື້ກີບ.

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles