ແຫລ່ງຂ່າວຈາກ ແຂວງຄຳມ່ວນ ລາຍງານ ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ ລະຫວ່າງກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ກັບພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 05 ກັນຍາ 2025 ທີ່ໂຮງຮຽນມັດທະຍົມ-ວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມ, ບ້ານສອງເໝືອງ ເມືອງໜອງບົກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ແສງສະເດັນ ບຸນລາວົງ ວ່າການແທນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູ-ອາຈານພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການລາຍງານຜົນໄດ້ຮັບທີ່ໂຄງການສະໜອງໃຫ້ ເປັນຕົ້ນ ດ້ານອາຄານສະຖານທີ່,ອຸປະກອນການຮຽນ-ການສອນ ແລະ ການຝຶກອົບຮົມຄູ ດ້ານພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ການໄປທັດສະນະແລກປ່ຽນບົດຮຽນຈາກ ປະເທດ ສສ ຫວຽດນາມ ແລະ ການລົງແນະນໍາ. ພ້ອມນັ້ນຍັງໄດ້ຮັບຟັງການລາຍງານຂໍ້ຄົງຄ້າງ ແລະ ແຜນຈັດຊື້ໃນການສະໜອງອຸປະກອນງວດສຸດທ້າຍ ແລະ ຂະບວນການດໍາເນີນການປິດໂຄງການຢ່າງເປັນທາງການ, ລາຍງານກ່ຽວກັບສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດການຮຽນ-ການສອນ.
ໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຕົວແບບ ມິດຕະພາບລາວ-ຫວຽດນາມ ແຫ່ງນີ້ ແມ່ນຂອງຂວັນອັນລໍ້າຄ່າ ຈາກອະດີດປະທານປະເທດແຫ່ງ ສສ ຫວຽດນາມ ມອບໃຫ້ລັດຖະບານ ສປປ ລາວ ແລະ ໄດ້ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ຮັບຜິດຊອບໂຄງການກໍ່ສ້າງ, ເຊິ່ງໄດ້ເລີ່ມກໍ່ສ້າງມາແຕ່ເດືອນ ພະຈິກ 2022 ເຖິງເດືອນທັນວາ 2025 ລວມມູນຄ່າກໍ່ສ້າງທັງໝົດ 5 ລ້ານໂດລາສະຫະລັດ, ເຊິ່ງກິດຈະກຳໃນການກໍ່ສ້າງປະກອບມີ: ກໍ່ສ້າງອາຄານຮຽນ, ຫ້ອງທົດລອງ, ໂຮງຊ່າງສາຍສາມັນ ແລະ ສາຍວິຊາຊີບ ລວມເຖິງການຈັດຊື້ອຸປະກອນການຮຽນ-ການສອນ ແລະ ການຝຶກອົບຮົມວິຊາຊີບໃນ 08 ສາຂາອາຊີບ, ການພັດທະນາຊັບພະຍາກອນມະນຸດ ກໍຄືການຝຶກອົບຮົມຄູທັງສາຍສາມັນ ແລະ ອາຊີວະສຶກສາ.