ວັນທີ 10 ກັນຍາ 2025 ທ່ານ ໄພວັນ ບູລົມ ຫົວໜ້າຫ້ອງວ່າການເມືອງທ່າແຂກ ແຂວງຄໍາມ່ວນ, ທ່ານ ພຸດທະສິນ ເດດທອງທິບ ຫົວໜ້າຄະນະກໍ່ສ້າງຮາກຖານການ ເມືອງເຂດຈອມທອງ ພ້ອມຄະນະກຳມະການສະເພາະກິດ 376 ແລະ ການຈັດຕັ້ງບ້ານໄດ້ລົງເຄື່ອນໄຫວຈັດສັນຄວາມເປັນລະບຽບຮຽບຮ້ອຍພາຍໃນຕົວເມືອງທ່າແຂກ, ເປັນຕົ້ນ: ເສັ້ນທາງ ແຕ່ວົງວຽນຫຼັກ 2 ຫາ ບ້ານໂພນພິມ, ແຕ່ວົງວຽນຫຼັກ 2 ຫາ 4 ແຍກຫຼັກ 4, ແຕ່ວົງວຽນຫຼັກ 2 ຫາ 4 ແຍກໄຟແດງທ່າດ່ານ, ແຕ່ 4 ແຍກໄຟແດງທ່າດ່ານ ຫາ ປາກຫ້ວຍສະຄາມ ແລະ ເສັ້ນທາງວົງວຽນຫຼັກ 2 ຫາ ຫໍ 21 ມີນາ ແລະ ບ້ານທ່າແຂກກາງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອເປັນບ້ານແບບຢ່າງຄວາມສະອາດ, ຄວາມສວຍງາມ ເຊິ່ງມີຂໍ້ກໍານົດ ແລະ ລະບຽບການຄື:
ປະຊາຊົນທີ່ມີເຮືອນຢູ່ 2 ຟາກທາງ ທີ່ມີລົດໃຫຍ່, ລົດຈັກສາມາດຈອດໄດ້ ແຕ່ເວລາ 16:30 ໂມງແລງ ຫາ 7:30 ໂມງເຊົ້າຂອງມື້ຖັດມາ ຫຼັງຈາກນັ້ນແມ່ນຕ້ອງໄດ້ເອົາລົດອອກຈາກທາງຍ່າງ (ບໍ່ໃຫ້ຈອດແຊ່ໄວ້) ແລະ ຫ້າມຮ້ານຂາຍເຄື່ອງເອົາລໍ້ຍູ້, ເຕັ້ນກາງ, ກາງຜ້າກັ້ງແດດ, ວັດຖຸສິ່ງຂອງ ແລະ ອື່ນໆ ມາວາງຂາຍໃສ່ຂອບເຂດທາງຍ່າງເດັດຂາດ ບໍ່ວ່າຈະແມ່ນຊ່ວງເວລາໃດກໍ່ຕາມ, ຫ້າມປະຊາຊົນທີ່ມີເຮືອນ ຫຼື ຜູ້ທີ່ກໍ່ສ້າງທີ່ຢູ່ອາໄສເຮັດກັນສາດອອກມາກວມທາງຍ່າງ, ຫ້າມຮ້ານຄ້ານຳເອົາກ້ອນດິນຈີ່, ກ້ອນດິນບ໋ອກ, ແຮ່-ຊາຍ, ໂຕະ-ຕັ່ງຫີນ, ຕີນຄັນຮົ່ມ ຫຼື ວັດຖຸສິ່ງຂອງໃດໆ ມາວາງໃສ່ທາງຍ່າງເດັດຂາດ, ຫ້າມເອົາຖົງ, ກະຖັງຂີ້ເຫຍື້ອ ມາວາງໄວ້ຕໍ່ໜ້າເຮືອນ ຫຼື ໜ້າຮ້ານຄ້າເດັດຂາດ ຈົນກວ່າຈະຮອດມື້ກຳນົດລົດມາເອົາຈິ່ງເອົາອອກມາ, ສຳລັບຮ້ານແປງລົດຫ້າມເດັດຂາດບໍ່ໃຫ້ແປງລົດໃສ່ທາງຍ່າງ, ບໍ່ໃຫ້ເອົາລົດຈັກມາຈອດໄວ້ເທິງທາງຍ່າງ, ສຳລັບເຮືອນ, ຮ້ານຄ້າ, ສຳນັກງານ, ຫ້ອງການ ແລະ ອື່ນໆ ສະເພາະບ້ານທ່າແຂກກາງ ກວມບ້ານນາໂບ ແຕ່ຂອບເຂດ ຫໍ 21 ມີນາ ລ້ຽວຊ້າຍໄປຫາຂົວຫ້ວຍສະຄາມ ລ້ຽວໃສ່ແຄມຂອງ ຫາ ໂຮງແຮມ ລີເວີເລຍ ລ້ຽວຂວາມາຫາ ຫໍ 21 ມີນາ ໃຫ້ປະຕິບັດດັ່ງນີ້: ຫ້າມບໍ່ໃຫ້ປະຊາຊົນ, ພໍ່ຄ້າ, ແມ່ຄ້າ ນຳເອົາວັດຖຸ, ສິ່ງຂອງ ແລະ ອື່ນໆ ມາວາງຂາຍຕາມທາງຍ່າງເດັດຂາດນັບແຕ່ເວລາ 6 ໂມງເຊົ້າ ຫາ 15:30 ໂມງແລງ.
ແຕ່ເວລາ 16 ໂມງແລງ ເປັນຕົ້ນໄປແມ່ນສາມາດນຳເອົາສິນຄ້າ ແລະ ອື່ນໆ ມາວາງຈຳໜ່າຍໄດ້ແຕ່ຕ້ອງຮັກສາອະນາໄມໃຫ້ສະອາດຈົບງາມ, ສຳລັບສັດລ້ຽງແມ່ນສາມາດລ້ຽງໄດ້ ແຕ່ຕ້ອງມີຄອກສັດ ແລະ ບໍ່ໃຫ້ປ່ອຍຊະຊາຍ, ບໍ່ໃຫ້ສົ່ງກິ່ນເໜັນໃສ່ເຮືອນປະຊາຊົນອ້ອມຂ້າງ ຖ້າໃນກໍລະນີມີຂໍ້ຂັດແຍ່ງຕ້ອງໄດ້ຢຸດເຊົາ ຫຼື ກໍລະນີບໍ່ມີຄອກຂັງສັດຕ້ອງໄດ້ເອົາອອກຈາກເທດສະບານ, ບັນດາພະແນກການ, ຫ້ອງການ, ລັດວິສາຫະກິດ ແລະ ພາກສ່ວນອື່ນໆ ຕ້ອງໄດ້ບົວລະບັດຮັກສາຄວາມສະອາດ, ຄວາມຈົບງາມ, ຕັດງ່າໄມ້, ຕັດຫຍ້າແຄມທາງ, ຕໍ່ໜ້າສຳນັກງານຂອງຕົນຢ່າງສະໝ່ຳສະເໝີ ມາດຕະການຕໍ່ຜູ້ລະເມີດຄື: ຄັ້ງທີ 1: ເຮັດບົດບັນທຶກກ່າວເຕືອນ ໄວ້ເປັນຫຼັກຖານ, ຄັ້ງທີ 2: ສຶກສາອົບຮົມ ພ້ອມທັງປັບໄໝ 500,000 ກີບ, ຄັ້ງທີ 3: ແມ່ນປັບໄໝ, 1,000,000 ກີບ ຢຶດວັດຖຸ-ອຸປະກອນ, ພ້ອມທັງນຳເອົາບຸກຄົນມາສຶກສາອົບຮົມ, ສຳລັບພາຫະນະຈະປະຕິບັດດັ່ງນີ້: ຄັ້ງທີ1: ແມ່ນສຶກສາອົບຮົບກ່າວເຕືອນພ້ອມທັງເຮັດບົດບັນທຶກ, ຄັ້ງທີ 2: ແມ່ນມອບໃຫ້ເຈົ້າໜ້າທີ່ປະຕິບັດຕາມດຳລັດ 568/ລບ.
ທີ່ມາ: Medialaos