ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ລາວທານີ ກົນຈັກໜັກ (BlueDot) ລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມືສຶກສາພັດທະນາພື້ນຖານໂຄງລ່າງສະຖານີສາກລົດໄຟຟ້າ ແລະ ລະບົບລວມສູນໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 24 ພະຈິກ 2026 — ບໍລິສັດ ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ ຜູ້ໃຫ້ບໍລິການພາຍໃຕ້ເຄື່ອງໝາຍການຄ້າ “BlueDot” ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືສຶກສາຄວາມເປັນໄປໄດ້ໃນການພັດທະນາ ແລະ ສົ່ງເສີມພື້ນຖານໂຄງລ່າງສະຖານີສາກລົດໄຟຟ້າ, ມາດຕະຖານ, ຄວາມປອດໄພ, ການສຳຫຼວດດ້ານເຕັກນິກ ແລະ ລະບົບລວມສູນສະຖານີສາກ ທີ່ ບໍລິສັດ ລັດວິສາຫະກິດໄຟຟ້າລາວ, ນະຄອນຫຼວງວຽງຈັນ.

ພິທີລົງນາມໃນຄັ້ງນີ້ ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍມີ ທ່ານ ຄຳພູ ສຸກອາລຸນ, ຮອງຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ລັດສະສີພົນ ພິມພະຈັນ, ຜູ້ອຳນວຍການ ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ (BlueDot), ພ້ອມດ້ວຍແຂກຜູ້ມີກຽດຈາກພາກລັດ, ລັດວິສາຫະກິດ, ສະຖາບັນການເງິນ ແລະ ຄູ່ຮ່ວມທຸລະກິດຊັ້ນນຳ ເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ ເຊິ່ງປະກອບມີ:

ທ່ານ ວຽງທອງ ວົງທະວິໄລ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ພ້ອມດ້ວຍຄະນະ

ທ່ານ ດາວເພັດ ເມືອງໂພນທອງ, ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານ ພີຣະເວດ ນະ ຣະນອງ, ຜູ້ອຳນວຍການ ບໍລິສັດ ພີທີທີ ລາວ (PTT Laos) ພ້ອມດ້ວຍຮອງຜູ້ອຳນວຍການ

ທ່ານ Chen Yijing, ປະທານບໍລິຫານ (CEO) ບໍລິສັດ HUAWEI Technologies (Laos) Sole Co., Ltd ພ້ອມດ້ວຍຄະນະ

ຄະນະຜູ້ຕາງໜ້າຈາກ: ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ກຸ່ມບໍລິສັດ AIF Group Laos, ບໍລິສັດ ໂຕໂຍຕ້າລາວ ຈຳກັດ (TLAO), ບໍລິສັດ Kaiyi Laos (RMA), ທະນາຄານ ພັດທະນາລາວ (LDB), ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ (M-Money) ແລະ ບໍລິສັດ ໄຟຟ້ານ້ຳເທີນ-ຫີນບູນ ຈຳກັດ (Theun-Hinboun Power Company Ltd)

ຂອບເຂດການຮ່ວມມືສຶກສາ ໃນ 4 ດ້ານຫຼັກ

ການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ມີເປົ້າໝາຍເພື່ອຍົກລະດັບໂຄງລ່າງພື້ນຖານເຄືອຂ່າຍສະຖານີສາກລົດໄຟຟ້າໃນ ສປປ ລາວ ໃຫ້ມີຄວາມເປັນເອກະພາບ, ປອດໄພ ແລະ ຍືນຍົງ ໂດຍທັງສອງຝ່າຍຈະຮ່ວມກັນສຶກສາຄວາມເປັນໄປໄດ້ ກວມເອົາ 4 ດ້ານສຳຄັນ ຄື:

ດ້ານມາດຕະຖານ ແລະ ຄວາມປອດໄພ: ຮ່ວມກັນສຶກສາ ແລະ ຮ່າງກອບມາດຕະຖານດ້ານເຕັກນິກ-ຄວາມປອດໄພ ໃຫ້ສອດຄ່ອງກັບມາດຕະຖານສາກົນ (IEC) ລວມທັງແນວທາງການກວດສອບຄວາມປອດໄພຂອງສະຖານີສາກ ເພື່ອສະເໜີຕໍ່ອົງການທີ່ກ່ຽວຂ້ອງພິຈາລະນາ ບົນພື້ນຖານຄວາມໂປ່ງໃສ ແລະ ບໍ່ຜູກຂາດ.

ດ້ານຂໍ້ມູນ ແລະ ຄວາມພ້ອມຂອງຕາໜ່າງໄຟຟ້າ (Grid Capacity): ນຳໃຊ້ຂໍ້ມູນການສາກຕົວຈິງຈາກເຄືອຂ່າຍຂອງ BlueDot ເຂົ້າໃນການວິເຄາະຄວາມພ້ອມຂອງຕາໜ່າງໄຟຟ້າ ເພື່ອຮອງຮັບສະຖານີສາກກຳລັງສູງສຳລັບລົດບັນທຸກໄຟຟ້າ (EV Truck) ໃນອະນາຄົດ.

ດ້ານລະບົບລວມສູນ ແລະ ການເຊື່ອມໂຍງ: ສຶກສາການພັດທະນາລະບົບລວມສູນ (Central Platform) ຜ່ານໂປຣໂຕຄໍເປີດ (OCPP ແລະ OCPI) ເພື່ອອຳນວຍຄວາມສະດວກໃຫ້ຜູ້ໃຊ້ລົດໄຟຟ້າສາມາດສາກຂ້າມເຄືອຂ່າຍ (Roaming) ແລະ ຮອງຮັບການສາກຂ້າມປະເທດ (Cross-Border Charging).

ດ້ານການຖ່າຍທອດເຕັກໂນໂລຊີ ແລະ ການຝຶກອົບຮົມ: ສະໜັບສະໜູນທີມງານວິຊາການ, ເຄື່ອງມືວັດແທກ ແລະ ຈັດຝຶກອົບຮົມດ້ານການຕິດຕັ້ງ, ການບຳລຸງຮັກສາ (O&M) ແລະ ລະບົບ Backend ໃຫ້ແກ່ພະນັກງານຂອງ ຟຟລ ພ້ອມປະຕິບັດຕາມລະບຽບການຄວາມປອດໄພຢ່າງເຂັ້ມງວດ.

ຄຳກ່າວຂອງຄະນະຜູ້ບໍລິຫານທັງສອງຝ່າຍ

ພາຍໃນພິທີ, ທ່ານ ລັດສະສີພົນ ພິມພະຈັນ, ຜູ້ອຳນວຍການ ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ ໄດ້ກ່າວມີຄຳເຫັນວ່າ: “ຈາກຮາກຖານປະສົບການກວ່າ 42 ປີ ຂອງ ລາວທານີ, ພວກເຮົາໄດ້ກ້າວເຂົ້າສູ່ທຸລະກິດພະລັງງານສະອາດພາຍໃຕ້ແບຣນ BlueDot ໂດຍຖືເອົາຄຸນນະພາບ, ມາດຕະຖານ ແລະ ຄວາມປອດໄພມາເປັນອັນດັບໜຶ່ງ ຕາມຄຳຂວັນຂອງພວກເຮົາທີ່ວ່າ ‘BlueDot = Quality’ ແລະ ‘Your Safety is our Priority’. ການລົງນາມໃນ MOU ມື້ນີ້ ຖືເປັນບາດກ້າວປະຫວັດສາດທີ່ຈະຍົກລະດັບການພັດທະນາໂຄງລ່າງພື້ນຖານຂອງເຄື່ອຂ່າຍສະຖານີສາກລົດໄຟຟ້າໃນ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າ ການຜະສານກຳລັງລະຫວ່າງຄວາມເຂັ້ມແຂງດ້ານພະລັງງານຂອງ ລັດວິສາຫະກິດໄຟຟ້າລາວ, ການສະໜັບສະໜູນຈາກພາກລັດ ແລະ ຄວາມຊ່ຽວຊານດ້ານເຕັກໂນໂລຊີຂອງ ລາວທານີ ຈະເປັນຮາກຖານອັນໝັ້ນຄົງໃຫ້ແກ່ລະບົບນິເວດຍານຍົນໄຟຟ້າຂອງ ສປປ ລາວ.”

ໃນໂອກາດດຽວກັນ, ທ່ານ ຄຳພູ ສຸກອາລຸນ, ຜູ້ຕາງໜ້າລັດວິສາຫະກິດໄຟຟ້າລາວ ກໍໄດ້ກ່າວເຖິງຄວາມສຳຄັນຂອງການຮ່ວມມືໃນຄັ້ງນີ້ວ່າ:“ການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ຖືເປັນບາດກ້າວສຳຄັນລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ ໂດຍມີເປົ້າໝາຍຫຼັກເພື່ອຮ່ວມມືສຶກສາ, ພັດທະນາ ແລະ ສົ່ງເສີມໂຄງລ່າງສະຖານີສາກລົດໄຟຟ້າໃຫ້ມີມາດຕະຖານ, ມີຄວາມປອດໄພ ລວມທັງການສຳຫຼວດດ້ານເຕັກນິກ ແລະ ລະບົບຄວາມດັນຂອງສະຖານີສາກ. ການຮ່ວມມືດັ່ງກ່າວ ຈະຊ່ວຍຍົກລະດັບມາດຕະຖານດ້ານເຕັກນິກ ແລະ ຄວາມປອດໄພຂອງລະບົບສະຖານີສາກລົດໄຟຟ້າໃຫ້ມີຄວາມທັນສະໄໝ ແລະ ສອດຄ່ອງກັບການເຕີບໂຕຂອງການນຳໃຊ້ລົດໄຟຟ້າໃນປັດຈຸບັນ. ສະນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງຈະຕ້ອງໄດ້ຮ່ວມກັນຈັດຕັ້ງປະຕິບັດໃຫ້ເກີດປະສິດທິຜົນສູງສຸດຕໍ່ລັດວິສາຫະກິດໄຟຟ້າລາວ ໂດຍຍຶດໝັ້ນໃນລະບຽບການຄວາມປອດໄພ ແລະ ຄຸນນະພາບເປັນຫຼັກ. ຂ້າພະເຈົ້າເຊື່ອໝັ້ນວ່າ ການປະສານງານລະຫວ່າງສອງຝ່າຍຈະເປັນໄປຢ່າງໃກ້ຊິດ ແລະ ສາມາດບັນລຸແຜນການຢ່າງເປັນຮູບປະທຳໄດ້ຢ່າງມີປະສິດທິພາບ.”

ກ່ຽວກັບ ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ ແລະ BlueDot

ບໍລິສັດ ລາວທານີ ໄດ້ສ້າງຕັ້ງຂຶ້ນໃນປີ 1985 ໂດຍດຳເນີນທຸລະກິດມາກວ່າ 42 ປີ ພາຍໃຕ້ວິໄສທັດ “To be the TOTAL SOLUTION Partner to Customers”. ໃນໄລຍະ 4 ປີຜ່ານມາ, ບໍລິສັດໄດ້ຂະຫຍາຍທຸລະກິດພະລັງງານສະອາດພາຍໃຕ້ເຄື່ອງໝາຍການຄ້າ BlueDot ໂດຍຍຶດໝັ້ນມາດຕະຖານ ແລະ ຄວາມປອດໄພເປັນອັນດັບໜຶ່ງ. ປັດຈຸບັນ, BlueDot ມີເຄືອຂ່າຍສະຖານີສາກຄອບຄຸມແລ້ວ 70 ຈຸດທົ່ວປະເທດ, ມີຜູ້ໃຊ້ງານຜ່ານແອັບພລິເຄຊັນຫຼາຍກວ່າ 20,000 ບັນຊີ ແລະ ມີຄູ່ຮ່ວມທຸລະກິດກວ່າ 40 ແຫ່ງ. ບໍລິສັດໃຫ້ບໍລິການຄົບວົງຈອນ 360 ອົງສາ ຕັ້ງແຕ່ຕູ້ສາກລະບົບ AC/DC ຂະໜາດ 7kW ເຖິງ 400kW, ລົດສາກສຸກເສີນເຄື່ອນທີ່ (Emergency EV Charger), ລະບົບບໍລິຫານຈັດການສະຖານີສາກ (CSMS) ພ້ອມແຜນຂະຫຍາຍສະຖານີສາກກຳລັງສູງຕາມເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ-ໃຕ້ ຈາກຊາຍແດນເຊື່ອມຕໍ່ຊາຍແດນ ເພື່ອຮອງຮັບລົດບັນທຸກໄຟຟ້າ ແລະ ລະບົບຂົນສົ່ງສີຂຽວໃນອະນາຄົດ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
632,200FollowersFollow
0SubscribersSubscribe
- Advertisement -spot_img

Latest Articles