ຮັກລູກຢ່າສູບຢາໃກ້ໆ! ແພດເຕືອນ “ຄວັນຢາສູບ” ກະຕຸ້ນເຊື້ອໄຂ້ຫວັດໃຫຍ່ເພີ່ມຂຶ້ນ 10 ເທົ່າ ເດັກສ່ຽງເຂົ້າ ICU ສູງເຖິງ 3 ເທົ່າ

3 ຂັ້ນຕອນທີ່ຄວັນຢາສູບ “ຊ້ຳເຕີມ” ປອດ ເມື່ອຕິດເຊື້ອໄຂ້ຫວັດໃຫຍ່

1. ທຳລາຍເກາະປ້ອງກັນທາງເດີນຫາຍໃຈ ຕາມປົກກະຕິ ຫຼອດລົມຂອງຄົນເຮົາຈະມີ “ຂົນຄວັດ” ນ້ອຍໆ ຄອຍພັດໂບກເອົາເຊື້ອພະຍາດ ແລະ ຂີ້ກະເທິອອກໄປ ແຕ່ຄວັນຢາສູບຈະເຂົ້າໄປທຳລາຍຂົນຄວັດຈົນເສຍຫາຍ ເຮັດໃຫ້ການຂັບຂີ້ກະເທິບໍ່ດີ ແລະ ກະຕຸ້ນໃຫ້ຮ່າງກາຍສ້າງຂີ້ກະເທິຫຼາຍຜິດປົກກະຕິ. ນອກຈາກນີ້ ຍັງທຳລາຍຈຸລັງເຍື່ອບຸທາງເດີນຫາຍໃຈຈົນເກີດເປັນ “ຊ່ອງໂຫວ່” ເປີດທາງໃຫ້ເຊື້ອໄວຣັດຊຶມເຂົ້າສູ່ຮ່າງກາຍໄດ້ງ່າຍຂຶ້ນ.

2. ຄວັນຢາສູບຈະໄປກົດພູມຄຸ້ມກັນຕ້ານໄວຣັດ ແລະ ທຳລາຍລະບົບປ້ອງກັນພາຍໃນປອດ. ເມື່ອດ່ານປ້ອງກັນອ່ອນແອລົງ ເຊື້ອໄຂ້ຫວັດໃຫຍ່ຈຶ່ງສາມາດແບ່ງຕົວເພີ່ມຈຳນວນໃນປອດໄດ້ຢ່າງວ່ອງໄວ ໂດຍເພີ່ມຂຶ້ນໄດ້ຫຼາຍເຖິງປະມານ 10 ເທົ່າ.

3. ເມື່ອປະລິມານເຊື້ອສູງເກີນຄວບຄຸມ ຮ່າງກາຍຈະລະດົມເມັດເລືອດຂາວ ແລະ ສານອັກເສບອອກມາຕໍ່ສູ້ແບບເກີນພໍດີ ຈົນເກີດພາວະ “ພາຍຸໄຊໂຕໄຄນ໌”.

ສິ່ງນີ້ສົ່ງຜົນໃຫ້ເສັ້ນເລືອດຝອຍໃນປອດຮົ່ວ ມີນ້ຳໄຫຼເຂົ້າໄປໃນຖົງລົມ ເກີດພາວະປອດອັກເສບຮຸນແຮງ ແລະ ເນື້ອເຍື່ອປອດຖືກທຳລາຍ.

ຄວາມສ່ຽງທີ່ໜ້າເປັນຫ່ວງຂອງເດັກນ້ອຍ ເດັກທີ່ສຳຜັດກັບຄວັນຢາສູບແລ້ວຕິດເຊື້ອໄຂ້ຫວັດໃຫຍ່ ມີຄວາມສ່ຽງຕ້ອງເຂົ້າຮັບການປິ່ນປົວໃນຫ້ອງໄອຊີຢູ (ICU) ສູງກວ່າເດັກທົ່ວໄປເຖິງ 3 ເທົ່າ ລວມທັງເພີ່ມຄວາມສ່ຽງຕໍ່ພາວະປອດອັກເສບຮຸນແຮງ ແລະ ການຕ້ອງໃສ່ທໍ່ຊ່ວຍຫາຍໃຈຫຼາຍຂຶ້ນນຳອີກ.

ວິທີປົກປ້ອງປອດຂອງລູກໃຫ້ປອດໄພ

ການເລີກສູບຢາ ຄຽງຄູ່ກັບການສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ເປັນປະຈຳ ຄືເກາະປ້ອງກັນທີ່ດີທີ່ສຸດ ທີ່ຈະຊ່ວຍຮັກສາປອດຂອງຕົວທ່ານເອງ ແລະ ລູກນ້ອຍໃຫ້ປອດໄພ.

ຢ່າຄິດວ່າພຽງແຕ່ສູບຢູ່ໃກ້ໆ ຫຼື ສູບຢູ່ພາຍໃນເຮືອນ ແລ້ວເດັກຈະບໍ່ເປັນຫຍັງ ເພາະຄວັນຢາສູບທີ່ຜູ້ໃຫຍ່ສູບ ອາດກາຍເປັນໄພອັນຕະລາຍຮ້າຍແຮງຕໍ່ປອດຂອງລູກ ໂດຍທີ່ເຂົາບໍ່ໄດ້ເປັນຜູ້ເລືອກເລີຍ.

ທີ່ມາ: ແພດຊ່ຽວຊານດ້ານລະບົບຫາຍໃຈ ໂຮງໝໍມະຫາຣາດນະຄອນລາຊະສີມາ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
632,200FollowersFollow
0SubscribersSubscribe
- Advertisement -spot_img

Latest Articles