7 ສັນຍານເຕືອນໄພຂອງ “ພະຍາດເບົາຫວານ” ຮູ້ທັນກ່ອນເກີດພາວະແຊກຊ້ອນຮ້າຍແຮງ

ພະຍາດເບົາຫວານຊະນິດທີ 2 ຖືເປັນ “ໄພງຽບ” ທີ່ມັກຈະຄ່ອຍໆພັດທະນາໂດຍບໍ່ສະແດງອາການທີ່ຊັດເຈນໃນໄລຍະທຳອິດ ຫາກປ່ອຍໃຫ້ລະດັບນ້ຳຕານໃນເລືອດສູງຢ່າງຕໍ່ເນື່ອງ ອາດເພີ່ມຄວາມສ່ຽງຕໍ່ການເກີດ ພະຍາດຫົວໃຈ, ໝາກໄຂ່ຫຼັງຊຸດໂຊມ ແລະ ຈໍປະສາດຕາຜິດປົກກະຕິ ຈົນອາດສູນເສຍການເບິ່ງເຫັນໄດ້.

7 ສັນຍານເຕືອນໄພຂອງ “ພະຍາດເບົາຫວານ” ທີ່ຕ້ອງສັງເກດ:

1. ຍ່ຽວເລື້ອຍໆ ໂດຍສະເພາະຕອນກາງຄືນ: ຮ່າງກາຍພະຍາຍາມຂັບນ້ຳຕານສ່ວນເກີນອອກທາງປັດສະວະ ເຮັດໃຫ້ຕ້ອງລຸກຂຶ້ນມາເຂົ້າຫ້ອງນ້ຳຫຼາຍຄັ້ງໃນຍາມກາງຄືນ.

2. ຫິວນ້ຳເລື້ອຍ, ຄໍແຫ້ງ ແລະ ດື່ມນ້ຳຫຼາຍຜິດປົກກະຕິ: ເນື່ອງຈາກຮ່າງກາຍສູນເສຍນ້ຳຈາກການຍ່ຽວເລື້ອຍໆ ຈຶ່ງກະຕຸ້ນໃຫ້ຮູ້ສຶກກະຫາຍນ້ຳຕະຫຼອດເວລາ.

3. ຫິວເຂົ້າເລື້ອຍໆ ເຖິງວ່າຈະກິນອາຫານຕາມປົກກະຕິ: ເພາະຮ່າງກາຍບໍ່ສາມາດນຳນ້ຳຕານໃນເລືອດໄປປ່ຽນເປັນພະລັງງານໃຫ້ຈຸລັງໄດ້ຢ່າງເຕັມທີ່ ຈຶ່ງສົ່ງສັນຍານວ່າຍັງຂາດພະລັງງານຢູ່ສະເໝີ.

4. ນ້ຳໜັກຫຼຸດຜິດປົກກະຕິ ໂດຍບໍ່ຮູ້ສາເຫດ: ເມື່ອຮ່າງກາຍໃຊ້ນ້ຳຕານບໍ່ໄດ້ ຈຶ່ງຫັນໄປສະຫຼາຍໄຂມັນ ແລະ ກ້າມຊີ້ນມາໃຊ້ແທນ ເຮັດໃຫ້ນ້ຳໜັກຫຼຸດລົງຢ່າງໄວວາທັງທີ່ບໍ່ໄດ້ອົດອາຫານ.

5. ອ່ອນເພຍ, ເມື່ອຍງ່າຍ ແລະ ບໍ່ມີແຮງ: ການຂາດພະລັງງານໃນລະດັບຈຸລັງ ແລະ ພາວະຂາດນ້ຳ ເຮັດໃຫ້ຮ່າງກາຍຮູ້ສຶກອ່ອນລ້າ ແລະ ງ່ວງນອນຕະຫຼອດມື້.

6. ເບິ່ງເຫັນພາບມົວ ຫຼື ສາຍຕາບໍ່ແຈ້ງເປັນບາງຊ່ວງ: ລະດັບນ້ຳຕານໃນເລືອດທີ່ສູງ ສົ່ງຜົນໃຫ້ເລນຕາບວມ ແລະ ປ່ຽນຮູບຮ່າງ ເຮັດໃຫ້ການໂຟກັສພາບຜິດປົກກະຕິ.

7. ບາດແຜເຊົາຊ້າ ແລະ ຕິດເຊື້ອງ່າຍ: ໂດຍສະເພາະການຕິດເຊື້ອລາຕາມຜິວໜັງ ຫຼື ບໍລິເວນອະໄວຍະວະເພດ ເນື່ອງຈາກນ້ຳຕານທີ່ສູງເຮັດໃຫ້ລະບົບພູມຄຸ້ມກັນເຮັດວຽກຫຼຸດລົງ.

ຄຳແນະນຳດ້ານສຸຂະພາບ: ຢ່າລໍຖ້າໃຫ້ມີອາການແລ້ວຈຶ່ງກວດ!

1. ກຸ່ມສ່ຽງທີ່ຄວນກວດຄັດກອງ: ຜູ້ປ່ວຍເບົາຫວານບາງຄົນອາດບໍ່ມີອາການເຕືອນໃດໆເລີຍ ດັ່ງນັ້ນ ຜູ້ທີ່ມີອາຍຸ 35 ປີຂຶ້ນໄປ ຫຼື ຜູ້ທີ່ມີປັດໄຈສ່ຽງ ເຊັ່ນ: ນ້ຳໜັກເກີນມາດຕະຖານ ຫຼື ມີປະຫວັດຄົນໃນຄອບຄົວເປັນພະຍາດເບົາຫວານ ຄວນເຂົ້າຮັບການກວດສຸຂະພາບ ແລະ ກວດລະດັບນ້ຳຕານໃນເລືອດຢ່າງສະໝ່ຳສະເໝີ.

2. ຮູ້ໄວ ປ້ອງກັນໄດ້: ການກວດພົບຕັ້ງແຕ່ໄລຍະທຳອິດ ແລະ ປັບປ່ຽນພຶດຕິກຳການກິນ-ການອອກກຳລັງກາຍ ຈະຊ່ວຍຄວບຄຸມລະດັບນ້ຳຕານ ແລະ ຫຼຸດຄວາມສ່ຽງຂອງພາວະແຊກຊ້ອນໃນໄລຍະຍາວໄດ້ຢ່າງມີປະສິດທິພາບ.

ແຫຼ່ງທີ່ມາ: TNN Health

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
632,200FollowersFollow
0SubscribersSubscribe
- Advertisement -spot_img

Latest Articles