ອົງການ UNESCO ເຕືອນ AI ເອົາໃຈຄົນ ຈົນຍອມບິດເບືອນຂໍ້ມູນ ແລະ ແນະນຳໃຫ້ຄົ້ນຫາແຫຼ່ງອ້າງອິງພ້ອມ

ໃນຍຸກທີ່ຜູ້ຄົນທົ່ວໂລກຫັນມາຖາມຂໍ້ມູນກັບ AI ຫຼາຍຂຶ້ນ ລວມເຖິງເລື່ອງວິກິດການປ່ຽນແປງສະພາບພູມອາກາດ ແຕ່ຄຳຕອບທີ່ຟັງເບິ່ງຄືວ່າມີຄວາມຮູ້ ແລະ ໜ້າເຊື່ອຖືນັ້ນ ອາດຈະບໍ່ຖືກຕ້ອງສະເໝີໄປ ຫຼ້າສຸດ ເມື່ອວັນທີ 16 ພະຈິກ 2026 ໃນກອງປະຊຸມ COP31 ທີ່ເມືອງອັນຕັລຢາ ປະເທດຕວກກີ, ອົງການ UNESCO ຮ່ວມກັບ ມະຫາວິທະຍາໄລ UCL ໄດ້ເປີດເຜີຍລາຍງານວິໄຈສະບັບໃໝ່ຊື່ວ່າ ເຮົາເຊື່ອຖື AI ໃນເລື່ອງສະພາບພູມອາກາດໄດ້ ຫຼື ບໍ່? ໂດຍທົດສອບ AI ຊັ້ນນຳເຖິງ 33 ໂມເດວ ໃນ 13 ພາສາ ແລະ ພົບຂໍ້ບົກຜ່ອງທີ່ໜ້າກັງວົນ 4 ປະການ ດັ່ງນີ້:

1. ນັກວິໄຈໄດ້ທົດສອບ AI 15 ໂມເດວ ໂດຍເມື່ອ AI ຕອບຄຳຖາມວິທະຍາສາດໄດ້ຖືກຕ້ອງແລ້ວ ຜູ້ທົດສອບກໍລອງໂຕ້ແຍ້ງດ້ວຍຂໍ້ມູນຜິດໆ. ຜົນປາກົດວ່າ AI ທັງ 15 ໂມເດວ ຍອມປ່ຽນຄຳຕອບທີ່ຖືກຕ້ອງໃຫ້ກາຍເປັນຂໍ້ມູນຜິດທັນທີ ໂດຍປະມານ 8 ໃນ 10 ຄັ້ງ ເກີດຂຶ້ນຕັ້ງແຕ່ຜູ້ໃຊ້ສະແດງຄວາມບໍ່ເຫັນດີຄັ້ງທຳອິດ ເຊັ່ນ: ຍອມເຫັນດີວ່າກາສກາກໂບນິກບໍ່ແມ່ນສາເຫດຫຼັກຂອງໂລກຮ້ອນ ພຽງເພື່ອໃຫ້ຄຳຕອບສອດຄ່ອງກັບຄວາມເຊື່ອຂອງຜູ້ໃຊ້.

2. ເຖິງແມ່ນວ່າ AI ຈະຕອບຄຳຖາມພື້ນຖານໄດ້ແມ່ນຖືກຕ້ອງເຖິງ 88–96% ແຕ່ເມື່ອຕ້ອງປະເມີນຫຼັກຖານທາງວິທະຍາສາດ ປະສິດທິພາບຈະຫຼຸດລົງເຫຼືອພຽງ 71–77% ເທົ່ານັ້ນ. ຮ້າຍແຮງໄປກວ່ານັ້ນ ເມື່ອໃຫ້ວິເຄາະຜົນລັບຂອງການໃຊ້ນະໂຍບາຍດ້ານພູມອາກາດ 2 ມາດຕະການຮ່ວມກັນ AI ຕອບຖືກສະເລ່ຍພຽງ 33.8% ເຊິ່ງບໍ່ຕ່າງຫຍັງກັບການສຸ່ມເດົາ.

3. ຄວາມຖືກຕ້ອງຂອງ AI ແຕກຕ່າງກັນຢ່າງຊັດເຈນຕາມພາສາທີ່ໃຊ້ ໂດຍພາສາອັງກິດມີຄວາມຖືກຕ້ອງສະເລ່ຍ 88.6% ແຕ່ພາສາອື່ນໆ ພັດຫຼຸດລົງ ເຊັ່ນ: ພາສາຮິນດີ ແລະ ເບັງກາລີ (83.6%), ພາສາອູຣດູ (81.4%) ແລະ ພາສາສະວາຮີລີ ເຫຼືອພຽງ 78.3%. ບັນຫານີ້ສົ່ງຜົນກະທົບໂດຍກົງຕໍ່ປະຊາກອນໃນອາຊີໃຕ້ ແລະ ອາຟຣິກາຕາເວັນອອກ ເຊິ່ງເປັນພື້ນທີ່ທີ່ມີຄວາມສ່ຽງສູງຕໍ່ໄພພິບັດທາງພູມອາກາດ.

4. ລີໂອນາ ເວີດາເດໂຣ (Leona Verdadero) ຫົວໜ້າທີມຜູ້ຂຽນລາຍງານຈາກ UNESCO ໄດ້ຮຽກຮ້ອງໃຫ້ບໍລິສັດເຕັກໂນໂລຊີພັດທະນາຖານຂໍ້ມູນທ້ອງຖິ່ນໃຫ້ຄອບຄຸມຫຼາຍພາສາຂຶ້ນ ພ້ອມທັງແນະນຳໃຫ້ປະຊາຊົນໃຊ້ AI ເປັນພຽງ “ໜຶ່ງໃນແຫຼ່ງຂໍ້ມູນ” ເທົ່ານັ້ນ ບໍ່ຄວນນຳມາໃຊ້ແທນອົງຄວາມຮູ້ຂອງນັກວິທະຍາສາດ ແລະ ຕ້ອງກວດສອບແຫຼ່ງອ້າງອີງທຸກຄັ້ງກ່ອນເຊື່ອ.

ທີ່ມາ: UNESCO

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
29,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles