ການເຂົ້າເຖິງຫ້ອງນ້ຳ ແລະ ລະບົບສຸຂາພິບານທີ່ໄດ້ມາດຕະຖານ ສະອາດ ແລະ ປອດໄພ ແມ່ນສິ່ງຈຳເປັນຕໍ່ການດຳລົງຊີວິດ ແລະ ສຸຂະພາບຂອງມະນຸດທຸກຄົນ. ເນື່ອງຈາກຫ້ອງນ້ຳເປັນສິ່ງອຳນວຍຄວາມສະດວກທີ່ທຸກຄົນຕ້ອງໃຊ້ເປັນປະຈຳ ທັງຢູ່ບ້ານ, ໂຮງຮຽນ, ສະຖານທີ່ເຮັດວຽກ ແລະ ສະຖານທີ່ສາທາລະນະ.
ວັນທີ 19 ພະຈິກ ຂອງທຸກໆປີ ແມ່ນ ວັນວິດຖ່າຍໂລກ (World Toilet Day) ເຊິ່ງເປັນວັນສຳຄັນທີ່ມຸ່ງເນັ້ນສ້າງຄວາມຮັບຮູ້ກ່ຽວກັບບັນຫາສຸຂາພິບານໃນທົ່ວໂລກ. ຂໍ້ມູນລະບຸວ່າ ປະຊາກອນໂລກປະມານ 3.4 ຕື້ຄົນ ຍັງຂາດແຄນ ຫຼື ບໍ່ສາມາດເຂົ້າເຖິງບໍລິການສຸຂາພິບານທີ່ປອດໄພຕາມມາດຕະຖານໄດ້.
ວັນວິດຖ່າຍໂລກ ຈຶ່ງເປັນໂອກາດໃຫ້ທຸກພາກສ່ວນຮ່ວມກັນຍົກສູງຄວາມສຳຄັນຂອງສຸຂາພິບານ, ສົ່ງເສີມການພັດທະນາຫ້ອງນ້ຳທີ່ສະອາດ ແລະ ປອດໄພ ພ້ອມທັງປູກຈິດສຳນຶກໃຫ້ປະຊາຊົນເຫັນເຖິງຄວາມເຊື່ອມໂຍງລະຫວ່າງສຸຂາພິບານ, ອະນາໄມ ແລະ ສຸຂະພາບ.
ຫ້ອງນ້ຳທີ່ສະອາດ ແລະ ປອດໄພ ຄືພື້ນຖານຂອງສຸຂະພາບທີ່ດີ. ຮ່ວມກັນຢຸດຕິການຖ່າຍຊະຊາຍ ແລະ ສ້າງສຸຂາພິບານທີ່ດີເພື່ອທຸກຄົນ!


