ໃນວັນທີ 18 ພະຈິກ 2026 ທ່ານ ທອງລີ ສີສຸລິດ ກຳມະການຄະນະບໍລິຫານງານສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີທ່ານ ນ ປານີ ກິນດາວົງ ຮອງເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍຄະນະ ໄດ້ນຳພາເຍົາວະຊົນ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ເພື່ອລະນຶກເຖິງຄຸນງາມຄວາມດີອັນຍິ່ງໃຫຍ່ຂອງຜູ້ນຳທີ່ເຄົາລົບຮັກ, ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 51 ປີ(2 ທັນວາ 1975 – 2 ທັນວາ 2026) ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາຄົບຮອບ 71 ປີ (2 ທັນວາ 1955 – 2 ທັນວາ 2026).
ໂອກາດນີ້ ຍັງໄດ້ນຳພາ ເຍົາວະຊົນ ເຂົ້າທັດສະນະສຶກສາຢູ່ພິພິທະພັນ ໄກສອນ ພົມວິຫານ ເພື່ອສຶກສາຄົ້ນຄວ້າປະຫວັດຊີວິດ, ພາລະກິດປະຕິວັດ ແລະ ຜົນງານອັນໂດດເດັ່ນຂອງທ່ານ ປະທານ ໄກສອນ ພົມວິຫານ, ພ້ອມທັງເປັນການປູກຝັງໃຫ້ເຍົາວະຊົນມີຄວາມຮັກຊາດ, ລະນຶກເຖິງຄຸນງາມຄວາມດີຂອງຜູ້ນໍາຮຸ່ນກ່ອນ ແລະ ສືບທອດມູນເຊື້ອອັນດີງາມຂອງຊາດ.
ກິດຈະກຳດັ່ງກ່າວ ຍັງເປັນການຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກັບ ກົມພິພິຕະພັນ ໄກສອນ ພົມວິຫານ ແລະ ຜູ້ນຳປະຕິວັດ ຂອງຫ້ອງວ່າການສູນກາງພັກ, ແນ່ໃສ່ປູກຈິດສໍານຶກຄວາມຮູ້ດ້ານປະຫວັດສາດ, ປູກຝັງອຸດົມການ ແລະ ສືບທອດພາລະກິດຂອງພັກ-ຊາດ ໃຫ້ແກ່ເຍົາວະຊົນ.
ທ່ານ ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ, ເປັນຜູ້ນຳທີ່ມີຄຸນງາມຄວາມດີ ແລະ ຜົນງານອັນຍິ່ງໃຫຍ່ຕໍ່ພາລະກິດປົດປ່ອຍ, ສ້າງຕັ້ງ ແລະ ພັດທະນາປະເທດຊາດ. ເພີ່ນເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດໃຫ້ແກ່ຊາວໜຸ່ມ ແລະ ເຍົາວະຊົນລາວ ໃນການຮຽນຮູ້, ດຳເນີນຊີວິດ ແລະ ການປະຕິບັດໜ້າທີ່ຂອງຕົນ.
