ເມື່ອບໍ່ດົນມານີ້, ສື່ການທ່ອງທ່ຽວຊື່ດັງລະດັບໂລກຢ່າງ Lonely Planet ໄດ້ປ່ອຍບົດຄວາມເດັດ: “25 ສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນອາຊີ ປະຈຳປີ 2027”

ກ່ອນອື່ນຕ້ອງບອກກ່ອນວ່າ ທະວີບອາຊີເຮົາກວ້າງໃຫຍ່ຫຼາຍ ມີປະຊາກອນຫຼາຍກວ່າເຄິ່ງໜຶ່ງຂອງໂລກ ແລະ ມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍສຸດໆ. ໃນການຈັດອັນດັບປີ 2027 ນີ້, ເພິ່ນໄດ້ຄັດເລືອກເອົາສະຖານທີ່ ທີ່ເປັນທີ່ສຸດຂອງແຕ່ລະດ້ານ ມາປະຊັນກັນ. ບໍ່ວ່າຈະເປັນ ເກາະໂອກິນາວາ ປະເທດຍີ່ປຸ່ນ ທີ່ໂດດເດັ່ນເລື່ອງວັດທະນະທຳເກາະ, ເມືອງເສິງຕູ່ ປະເທດຈີນ ສຳລັບຄົນຮັກໝີແພນດ້າ ແລະ ການໃຊ້ຊີວິດແບບຊິວໆ, ລວມໄປເຖິງ ດານັງ ປະເທດຫວຽດນາມ.

ແຕ່ທີ່ເຮັດໃຫ້ພວກເຮົາຕ້ອງຮ້ອງວ້າວ ແລະ ພູມໃຈທີ່ສຸດ ກໍຄື ການທີ່ “ເມືອງມໍລະດົກໂລກ ຫຼວງພະບາງ” ຂອງປະເທດລາວເຮົາ ຖືກຈັດຂຶ້ນມາຢູ່ອັນດັບຕົ້ນໆຂອງ ການຈັດອັນດັບນີ້ເລີຍ!

Lonely Planet ຍົກໃຫ້ ຫຼວງພະບາງ ເປັນ “ສະຖານທີ່ທີ່ດີທີ່ສຸດໃນການຊຶມຊັບຈັງຫວະຊີວິດແບບທ້ອງຖິ່ນ”. ນັກຂຽນຂອງເພິ່ນໄດ້ອະທິບາຍໄວ້ຢ່າງຈັບໃຈວ່າ: ຫຼວງພະບາງ ເປັນເມືອງທີ່ຕື່ນກ່ອນຕາເວັນຂຶ້ນ… ພາບຂອງພະສົງຫຼາຍຮ້ອຍອົງ ຍ່າງບິນທະບາດຜ່ານຖະໜົນທີ່ເຕັມໄປດ້ວຍດອກຈຳປາ ໃນຂະນະທີ່ຊາວບ້ານອອກມາໃສ່ບາດດ້ວຍຄວາມເຫຼື້ອມໃສ ສາມາດສະກົດຈິດໃຈນັກທ່ອງທ່ຽວໄດ້ທຸກຄັ້ງ.

ເພິ່ນຍັງແນະນຳໃຫ້ນັກທ່ອງທ່ຽວ ຕັດສິນໃຈມາທ່ຽວ ແລ້ວລອງປ່ອຍໃຈຍ່າງຫຼິ້ນ ໃນເຂດເມືອງເກົ່າ ທີ່ຕັ້ງຢູ່ລະຫວ່າງແມ່ນ້ຳຂອງ ແລະ ແມ່ນ້ຳຄານ. ລອງຈິນຕະນາການເບິ່ງວ່າ ການໄດ້ໄປພັກຜ່ອນໃນອາຄານເກົ່າແກ່ ສະໄຕລ໌ໂຄໂລນຽມຝຣັ່ງ ທີ່ຖືກນຳມາປັບປຸງໃໝ່ໃຫ້ມີຄວາມມິນິມອລ ແລະ ໃຫ້ຄວາມຮູ້ສຶກ “ອົບອຸ່ນ” ເປັນກັນເອງ, ຍ່າງອອກໄປບໍ່ໄກກໍເຫັນຫໍພິພິທະພັນພະລາຊະວັງ, ແວະຊິມອາຫານລາວແຊບໆ, ຍ່າງຫຼິ້ນຕະຫຼາດມືດ, ແລະ ປິດທ້າຍມື້ດ້ວຍການນັ່ງເບິ່ງຕາເວັນຕົກດິນແຄມນ້ຳຂອງ… ມັນຄືສະເໜ່ທີ່ເຮັດໃຫ້ເວລາຢູ່ທີ່ນີ້ ຍ່າງຊ້າລົງຢ່າງແທ້ຈິງ.

ນອກຈາກຕົວເມືອງແລ້ວ, ເພິ່ນຍັງແນະນຳໃຫ້ອອກໄປສຳຜັດທຳມະຊາດທີ່ ຕາດກວາງຊີ, ລ່ອງເຮືອຊົມວິຖີຊີວິດການຕົ້ມເຫຼົ້າທີ່ບ້ານຊ້າງໄຫ ແລະ ໄປໄຫວ້ພະ ທີ່ຖ້ຳຕິ່ງ ໄດ້ຕື່ມອີກ.

25 Best Places to Visit in Asia in 2027 ໄດ້ແກ່

1. Okinawa, Japan

2. Chengdu, China

3. Gujarat, India

4. Danang, Vietnam

5. Luang Prabang, Laos

6. Bangkok, Thailand

7. Angkor, Cambodia

8. Hoi An, Vietnam

9. Hunza Valley, Pakistan

10. Jaipur, India

11. Pokhara, Nepal

12. Ella, Sri Lanka

13. Singapore

14. Kerala Backwaters, India

15. The Maldives

16. Penang, Malaysia

17. Paro, Bhutan

18. Setouchi, Japan

19. Seoul, South Korea

20. Siargao, the Philippines

21. Bali, Indonesia

22. Samarkand, Uzbekistan

23. Yunnan, China

24. Tokyo, Japan

25. Hong Kong China

ທ່ານຜູ້ຟັງ, ການທີ່ ຫຼວງພະບາງ ໄດ້ຮັບການຍົກຍ້ອງໃນເວທີລະດັບໂລກແບບນີ້ ບໍ່ແມ່ນເລື່ອງບັງເອີນ. ມັນເກີດຈາກມົນສະເໜ່ຂອງວັດທະນະທຳ ທີ່ພວກເຮົາຮັກສາໄວ້ ລວມເຖິງຮອຍຍິ້ມ ແລະ ການເປັນເຈົ້າບ້ານ ທີ່ດີຂອງຄົນລາວທຸກຄົນ. ປີ 2027 ທີ່ຈະມາເຖິງນີ້, ເຊື່ອແນ່ວ່າ ຈະມີນັກທ່ອງທ່ຽວຫຼັ່ງໄຫຼມາ ສຳຜັດຄວາມເປັນລາວ ຂອງພວກເຮົາຫຼາຍຂຶ້ນແນ່ນອນ. ມາກຽມຕົວ ເປັນເຈົ້າບ້ານ ທີ່ດີນຳກັນເດີ້!

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
1,000,000FollowersFollow
0SubscribersSubscribe
- Advertisement -spot_img

Latest Articles