ອຸບັດຕິເຫດຈະລາຈອນລາວ 10 ເດືອນ ເສຍຊີວິດ 723 ຄົນ! ກຽມນຳລະບົບ AI ຍົກລະດັບການຄຸ້ມຄອງຈະລາຈອນ

ໃນໄລຍະ 10 ເດືອນຕົ້ນປີ 2026, ທົ່ວປະເທດລາວເກີດອຸບັດຕິເຫດຈະລາຈອນທາງບົກທັງໝົດ 5,310 ລາຍ ສະເລ່ຍປະມານ 14 ລາຍຕໍ່ມື້, ມີຜູ້ບາດເຈັບ 7,816 ຄົນ ແລະ ເສຍຊີວິດ 723 ຄົນ ຫຼື ສະເລ່ຍປະມານ 2 ຄົນຕໍ່ມື້. ນອກນັ້ນ ຍັງມີພາຫະນະເປ່ເພເຖິງ 9,622 ຄັນ. ສະຖິຕິດັ່ງກ່າວສະທ້ອນໃຫ້ເຫັນເຖິງຜົນກະທົບຮ້າຍແຮງຕໍ່ຊີວິດ, ສຸຂະພາບ, ຊັບສິນ ແລະ ການພັດທະນາເສດຖະກິດ-ສັງຄົມ.

ທ່ານ ພັທ ປອ ກໍລຳ ພິມມະຫາໄຊ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໃນໄລຍະເດືອນມັງກອນຫາເດືອນຕຸລາ 2026 ສະຖິຕິອຸບັດຕິເຫດຍັງຢູ່ໃນລະດັບທີ່ໜ້າຫ່ວງ. ສະເພາະໃນເດືອນຕຸລາ 2026 ທົ່ວປະເທດເກີດອຸບັດຕິເຫດ 486 ລາຍ, ພາຫະນະເປ່ເພ 1,072 ຄັນ, ມີຜູ້ບາດເຈັບ 719 ຄົນ ແລະ ເສຍຊີວິດ 64 ຄົນ.

ສ່ວນມະຫານະຄອນຫຼວງວຽງຈັນ ໃນໄລຍະ 10 ເດືອນ ເກີດອຸບັດຕິເຫດ 1,103 ລາຍ, ມີພາຫະນະເປ່ເພ 808 ຄັນ, ຜູ້ບາດເຈັບ 1,189 ຄົນ ແລະ ເສຍຊີວິດ 173 ຄົນ. ສະເພາະເດືອນຕຸລາ ເກີດອຸບັດຕິເຫດ 114 ລາຍ, ພາຫະນະເປ່ເພ 232 ຄັນ, ບາດເຈັບ 119 ຄົນ ແລະ ເສຍຊີວິດ 16 ຄົນ.

ສຳລັບສາເຫດຫຼັກຂອງອຸບັດຕິເຫດ ແມ່ນມາຈາກຜູ້ໃຊ້ລົດໃຊ້ຖະໜົນບາງສ່ວນຂາດສະຕິ ແລະ ບໍ່ເຄົາລົບກົດຈະລາຈອນ ເຊັ່ນ ດື່ມເຫຼົ້າແລ້ວຂັບ, ຂັບຂີ່ເກີນຄວາມໄວກຳນົດ, ຝ່າຝືນໄຟອຳນາດ ແລະ ປ່ຽນທິດທາງການແລ່ນໂດຍບໍ່ລະມັດລະວັງ. ຂະນະດຽວກັນ ສະພາບການສັນຈອນໃນນະຄອນຫຼວງກໍມີຄວາມແອອັດ ແລະ ຊັບຊ້ອນ ຈາກປະລິມານພາຫະນະທີ່ເພີ່ມຂຶ້ນ, ການກໍ່ສ້າງປັບປຸງເສັ້ນທາງ, ໄຟສັນຍານບາງຈຸດຂັດຂ້ອງ ແລະ ການຈອດລົດກີດຂວາງຕາມແຄມທາງ.

ເພື່ອແກ້ໄຂບັນຫາດັ່ງກ່າວ ກົມຕຳຫຼວດຈະລາຈອນໄດ້ຊີ້ນຳໃຫ້ກຳລັງຕຳຫຼວດຈະລາຈອນປະຈຳນະຄອນຫຼວງ ແລະ ບັນດາເມືອງ ສຸມກຳລັງລົງລະບາຍການສັນຈອນໃນຊົ່ວໂມງຮີບດ່ວນ ຄວບຄູ່ກັບການໂຄສະນາເຜີຍແຜ່ ແລະ ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ.

ພ້ອມກັນນີ້ ກົມຕຳຫຼວດຈະລາຈອນຍັງກຳລັງຮ່ວມມືກັບ 4 ກະຊວງ ປະກອບມີ ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມທັງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການພັດທະນາໂຄງການຄຸ້ມຄອງຍານພາຫະນະ ແລະ ການສັນຈອນອັດສະລິຍະ ໂດຍຮ່ວມມືກັບບໍລິສັດລາວ ສະມາດ ທຣານສພອດເຕຊັນ ແລະ ເທັກໂນໂລຊີ.

ໂຄງການດັ່ງກ່າວມີແຜນນຳເອົາລະບົບ AI ແລະ ເຕັກໂນໂລຊີອັດສະລິຍະເຂົ້າມາຊ່ວຍຄຸ້ມຄອງການສັນຈອນ ຜ່ານຫ້ອງຄວບຄຸມທີ່ສາມາດຕິດຕາມສະພາບການຈະລາຈອນຈາກໄລຍະໄກ ເພື່ອຊ່ວຍຈັດການຈຸດທີ່ມີການສັນຈອນແອອັດໃຫ້ຄ່ອງຕົວຂຶ້ນ. ນອກນັ້ນ ຍັງມີແຜນຕິດຕັ້ງກ້ອງອັດສະລິຍະເພື່ອຕິດຕາມການສັນຈອນ, ກວດຈັບຄວາມໄວ ແລະ ກວດຈັບການຈອດລົດກີດຂວາງຕາມແຄມທາງ.

ສ່ວນລະບົບບັງຄັບໃຊ້ກົດໝາຍ ຈະພັດທະນາການອອກໃບບິນປັບໃໝທາງເອເລັກໂຕຣນິກ ໂດຍບັນທຶກຂໍ້ມູນການກະທຳຜິດແບບອັດຕະໂນມັດ ພ້ອມລະບຸລາຍລະອຽດ ເວລາ ສະຖານທີ່ ແລະ ຮູບພາບຫຼັກຖານ ເພື່ອອອກໃບບິນປັບໃໝ. ຜູ້ກະທຳຜິດສາມາດຮັບແຈ້ງຜ່ານມືຖື ຫຼື ແອັບພລິເຄຊັນ ແລະ ຊຳລະຄ່າປັບໃໝຜ່ານລະບົບທະນາຄານໄດ້.

ການນຳໃຊ້ເຕັກໂນໂລຊີດັ່ງກ່າວ ມີເປົ້າໝາຍເພື່ອຍົກລະດັບການຄຸ້ມຄອງຈະລາຈອນ, ເພີ່ມປະສິດທິພາບໃນການກວດຈັບການຝ່າຝືນກົດຈະລາຈອນ ແລະ ສ້າງຄວາມເປັນລະບຽບໃນການສັນຈອນ ເພື່ອຫຼຸດຜ່ອນອຸບັດຕິເຫດ ແລະ ປົກປ້ອງຊີວິດປະຊາຊົນ.

ທີ່ມາ: ເສດຖະກິດສັງຄົມ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
541,700FollowersFollow
0SubscribersSubscribe
- Advertisement -spot_img

Latest Articles