ໃນວັນທີ 18 ພະຈິກ 2026, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໄດ້ຈັດພິທີເປີດ 2 ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ເມືອງນາຊາຍທອງ ແລະ ເມືອງໄຊທານີ ນວ ດ້ວຍມູນຄ່າລົງທຶນລວມ 400,765,976,860 ກີບ. ພິທີຈັດຂຶ້ນທີ່ຫ້ອງການບ້ານໂພນແກ້ວ ເມືອງນາຊາຍທອງ ໂດຍມີຜູ້ຕາງໜ້າພາກລັດ, ບໍລິສັດຜູ້ຮັບເໝົາ, ຜູ້ນຳທ້ອງຖິ່ນ ແລະ ປະຊາຊົນເຂົ້າຮ່ວມ.
ສຳລັບໂຄງການທຳອິດ ແມ່ນການກໍ່ສ້າງເສັ້ນທາງແຕ່ທາງຫຼວງແຫ່ງຊາດເລກ 13 ເໜືອ ບ້ານດົງຫຼວງ ຫາ ບ້ານດົງຊຽງດີ ເມືອງນາຊາຍທອງ ແລະ ເສັ້ນທາງຕານມີໄຊ ຫາ ສີເກີດ ບ້ານໜອງພະຍາ ເມືອງໄຊທານີ ມີລວງຍາວລວມ 9.48 ກິໂລແມັດ, ໜ້າທາງກວ້າງ 12 ແມັດ ມູນຄ່າ 280,852,547,980 ກີບ.
ສ່ວນໂຄງການທີ 2 ແມ່ນການກໍ່ສ້າງເສັ້ນທາງແຕ່ບ້ານດົງຫຼວງ ຫາ ບ້ານນາຊາຍເໜືອ ແລະ ບ້ານດົງຊຽງດີ ເມືອງນາຊາຍທອງ ມີລວງຍາວ 4.84 ກິໂລແມັດ, ໜ້າທາງກວ້າງ 7-12 ແມັດ ມູນຄ່າ 119,913,428,880 ກີບ.
ທ່ານ ທະວີໄຊ ໄຊປະເສີດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ລາຍງານວ່າ ໜ້າວຽກກໍ່ສ້າງປະກອບມີ ການກໍ່ສ້າງຮ່ອງລະບາຍນ້ຳຂ້າງທາງ ແລະ ທໍ່ລອດທາງ, ປັບປຸງຊັ້ນໂຄງສ້າງທາງ, ປູໜ້າທາງດ້ວຍເບຕົງເສີມເຫຼັກໜາ 23 ຊັງຕີແມັດ, ຕິດຕັ້ງລະບົບໄຟເຍືອງທາງ ແລະ ແຕ້ມເສັ້ນຈະລາຈອນ ຕາມແບບການອອກແບບ.
ໂຄງການມີກຳນົດໄລຍະເວລາກໍ່ສ້າງ 60 ເດືອນ ຫຼື 5 ປີ ນັບແຕ່ວັນເຊັນສັນຍາເປັນຕົ້ນໄປ. ປັດຈຸບັນ ບໍລິສັດຜູ້ຮັບເໝົາໄດ້ເລີ່ມວຽກກະກຽມ, ວັດແທກ ແລະ ປັກຫຼັກໝາຍຂອບເຂດກໍ່ສ້າງ ພ້ອມທັງສຳຫຼວດສິ່ງກີດຂວາງຕາມແລວທາງ ເພື່ອປະສານງານໄກ່ເກ່ຍ ແລະ ຍົກຍ້າຍອອກ ອຳນວຍຄວາມສະດວກໃຫ້ການກໍ່ສ້າງດຳເນີນໄປຕາມແຜນ ແລະ ໄດ້ມາດຕະຖານເຕັກນິກ.
ທ່ານ ນາງ ແພງພອນ ຂັນທະຍົງທອງ ປະທານບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ກ່າວວ່າ ບໍລິສັດຈະເອົາໃຈໃສ່ດຳເນີນການກໍ່ສ້າງໃຫ້ສຳເລັດຕາມກຳນົດເວລາ ໂດຍເນັ້ນຄຸນນະພາບຂອງວັດສະດຸ ແລະ ເຕັກນິກການກໍ່ສ້າງໃຫ້ໄດ້ຕາມມາດຕະຖານ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ທົນທານຂອງເສັ້ນທາງໃນໄລຍະຍາວ.
ການກໍ່ສ້າງເສັ້ນທາງທັງ 2 ໂຄງການນີ້ ຄາດວ່າຈະຊ່ວຍຍົກລະດັບພື້ນຖານໂຄງລ່າງ, ເພີ່ມຄວາມສະດວກໃນການເດີນທາງ ແລະ ຂົນສົ່ງສິນຄ້າຂອງປະຊາຊົນ ພ້ອມທັງຊ່ວຍເຊື່ອມໂຍງການຄ້າຂາຍລະຫວ່າງບ້ານ ແລະ ເມືອງ ໃຫ້ມີຄວາມຄ່ອງຕົວຫຼາຍຂຶ້ນ.
ທີ່ມາ: ປະຊາຊົນ


