ໃນຕອນສວາຍ ຂອງວັນທີ 15 ຕຸລາ 2026 ທີ່ສະຖາບັນບໍລິຈາກເລືອດແຫ່ງຊາດ, ບັນຍາກາດເຕັມໄປດ້ວຍຄວາມຄຶກຄັກຂອງຜູ້ຄົນທີ່ມາຕໍ່ແຖວເພື່ອເປັນຜູ້ໃຫ້ ແລະ ຜູ້ຮັບ. ບາງຄົນກຳລັງຕັ້ງໃຈຂຽນຟອມສະໝັກ, ບາງຄົນນັ່ງລໍຖ້າເພື່ອກວດ ແລະ ສຳພາດດ້ວຍຄວາມຕັ້ງໃຈ. ໃນມຸມໜຶ່ງ, ສັງເກດເຫັນຊາຍຊາວຈີນ 4 ທ່ານ ກຳລັງກະກຽມເຂົ້າບໍລິຈາກເລືອດເພື່ອຊ່ວຍເຫຼືອຄົນເຈັບສັນຊາດຈີນດ້ວຍກັນ. ທ່າມກາງບັນຍາກາດແຫ່ງຄວາມຫວັງນີ້, ມີແມ່ຍິງລາວຄົນໜຶ່ງຊື່ ນາງ ແສງລັດສະໝີ ສຸວັດ ອາຍຸ 42 ປີ, ຜູ້ທີ່ຍ່າງເຂົ້າມາສູນເລືອດແຫ່ງນີ້ດ້ວຍຮອຍຍິ້ມ ເພື່ອມາບໍລິຈາກເລືອດເປັນ ຄັ້ງທີ 20 ຂອງຊີວິດ.
ຫຼັງຈາກທີ່ນາງ ແສງລັດສະໝີ ສຳເລັດການບໍລິຈາກເລືອດ ແລະ ກຳລັງນັ່ງພັກຜ່ອນຢູ່ນັ້ນ, ລາວໄດ້ຍິນສຽງລົມໂທລະສັບຈາກຍາດພີ່ນ້ອງຂອງຄົນເຈັບທີ່ມາບໍລິຈາກເລືອດ ເຊິ່ງເປີດລຳໂພງໃຫ້ຍາດພີ່ນ້ອງທີ່ມານຳກັນໄດ້ຍິນ. ເນື້ອໃນການສົນທະນາແມ່ນເຕັມໄປດ້ວຍຄວາມກັງວົນ ເພາະພວກເຂົາໄດ້ພາພີ່ນ້ອງມາບໍລິຈາກເລືອດເພື່ອຊ່ວຍຍາດທີ່ກຳລັງຕ້ອງການ ເລືອດໝວດ B ຢ່າງຮີບດ່ວນ. ແຕ່ໂຊກຮ້າຍ, ໜຶ່ງໃນຜູ້ທີ່ພາມາບໍລິຈາກພັດເປັນ ເລືອດໝວດ O ຈຶ່ງບໍ່ສາມາດລະບຸຊື່ເພື່ອເອົາເລືອດໄປຊ່ວຍຍາດຂອງຕົນທີ່ຕ້ອງການໝວດເລືອດ B ໄດ້ໂດຍກົງ.
ເມື່ອ ແສງລັດສະໝີ ໄດ້ຍິນດັ່ງນັ້ນ, ດ້ວຍນໍ້າໃຈແຫ່ງການເປັນຜູ້ໃຫ້ ທີ່ຝັງເລິກໃນຈິດໃຈ, ລາວຈຶ່ງໄດ້ຕັດສິນໃຈເຂົ້າໄປບອກພີ່ນ້ອງຄົນເຈັບທັນທີວ່າ: “ເອື້ອຍຫາກໍ່ ບໍລິຈາກເລືອດອອກໄປມື້ກີ້ ແມ່ນໝວດເລືອດ B ເດີ! ພວກນ້ອງສາມາດເອົາຊື່ຄົນເຈັບ ທີ່ເປັນພີ່ນ້ອງຂອງນ້ອງ ໄປຂຽນໃສ່ໄດ້ເລີຍ, ເພາະວ່າເອື້ອຍຕັ້ງໃຈມາບໍລິຈາກທົ່ວໄປ ບໍ່ໄດ້ລະບຸຊື່ຄົນເຈັບໃສ່.”
ພຽງແຕ່ປະໂຫຍກດຽວນີ້, ຍາດຄົນເຈັບທັງ 3 ທ່ານທີ່ນັ່ງຢູ່ທາງໜ້າ ກໍສະແດງຄວາມດີໃຈ ອອກມາຢ່າງປິດບໍ່ຢູ່ ແລະ ພາກັນກ່າວຄຳວ່າ “ຂອບໃຈ” ຕໍ່ນາງ ແສງລັດສະໝີ ຊໍ້າແລ້ວຊໍ້າອີກຫຼາຍຮອບ. ສຳລັບ ແສງລັດສະໝີແລ້ວ, ສິ່ງທີ່ເຮັດໃຫ້ລາວເຊື່ອໝັ້ນ ແລະ ມີຄວາມມຸ່ງຫວັງໃນການບໍລິຈາກເລືອດມາຕະຫຼອດ 20 ຄັ້ງ ກໍຍ້ອນວ່າລາວຢາກເປັນສ່ວນໜຶ່ງໃນການຊ່ວຍເຫຼືອເພື່ອນມະນຸດນຳກັນ ທີ່ກຳລັງຕ້ອງການເລືອດເພື່ອປິ່ນປົວພະຍາດ, ເປັນການຕໍ່ລົມຫາຍໃຈໃຫ້ເພື່ອນມະນຸດ ແລະ ທີ່ສຳຄັນທີ່ສຸດ… ມັນຄືການຕໍ່ “ຄວາມຫວັງຂອງການມີຊີວິດລອດ”.
ສິ່ງທ້າທາຍທີ່ເຮົາຕ້ອງຮ່ວມກັນຜ່ານຜ່າ
ເຖິງແມ່ນວ່າຈະມີເລື່ອງລາວທີ່ງົດງາມຄືກັບນາງ ແສງລັດສະໝີ ເກີດຂຶ້ນ, ແຕ່ໃນສະພາບຄວາມເປັນຈິງແລ້ວ ວຽກງານການບໍລິຈາກເລືອດຢູ່ປະເທດລາວ ຍັງພົບກັບສິ່ງທ້າທາຍຫຼາຍຢ່າງ. ຈຳນວນຄົນເຈັບທີ່ຕ້ອງການເລືອດນັບມື້ນັບເພີ່ມຂຶ້ນ. ໃນຂະນະດຽວກັນ, ຜູ້ບໍລິຈາກເລືອດພັດມີຈຳນວນໜ້ອຍລົງ ໂດຍສະເພາະແມ່ນກຸ່ມນັກຮຽນ-ນັກສຶກສາ ແລະ ຊັ້ນມັດທະຍົມປາຍທີ່ອາຍຸບໍ່ເຖິງ. ເປົ້າໝາຍການບໍລິຈາກເລືອດແບບສະໝັກໃຈກໍຫຼຸດລົງ. ການອອກຮັບບໍລິຈາກເລືອດແຕ່ລະຄັ້ງກໍໄດ້ຮັບເລືອດໃນຈຳນວນທີ່ໜ້ອຍ.
ນອກຈາກນີ້, ວຽກງານບໍລິການເລືອດເຊິ່ງເປັນວຽກທີ່ຂາດບໍ່ໄດ້ ແລະ ຈຳເປັນໃນການຊ່ວຍຊີວິດຄົນເຈັບ ທີ່ຕ້ອງຮັບປະກັນຄຸນນະພາບແລະຄວາມປອດໄພນັ້ນ, ຍັງຕ້ອງປະເຊີນກັບບັນຫາງົບປະມານທີ່ຈຳກັດ. ພະນັກງານວິຊາການກໍມີຈຳກັດ. ລວມເຖິງບັນດາພື້ນຖານໂຄງລ່າງ, ພາຫະນະ ແລະ ອຸປະກອນການແພດຕ່າງໆກໍຍັງມີຄວາມຈຳກັດຫຼາຍດ້ານ.
ແລ້ວເປັນຫຍັງຄົນຈຳນວນຫຼາຍຈຶ່ງຍັງບໍ່ພ້ອມທີ່ຈະບໍລິຈາກເລືອດ? ມີ 3 ເຫດຜົນຫຼັກຄື:
1. ຢ້ານ ແລະ ບໍ່ທັນເຂົ້າໃຈກ່ຽວກັບການບໍລິຈາກເລືອດທີ່ເລິກເຊິ່ງ.
2. ຄິດວ່າເປັນເລື່ອງທີ່ໄກໂຕ, ບໍ່ໄດ້ກ່ຽວຂ້ອງ ແລະ ບໍ່ຈຳເປັນ.
3. ຕ້ອງໄດ້ຮັບອະນຸຍາດຈາກຜູ້ປົກຄອງ ຫຼື ຕ້ອງໄດ້ຮັບການຊຸກຍູ້ຈາກຄະນະນຳອົງການຈັດຕັ້ງຕ່າງໆກ່ອນຈຶ່ງຈະເຮັດ.
ນອກນັ້ນ, ຍັງມີປັດໄຈພາຍນອກເຊັ່ນ: ສະພາບເສດຖະກິດ, ໄພທຳມະຊາດ, ຈຳນວນນັກຮຽນ-ນັກສຶກສາ ແລະ ກຳມະກອນໃນໂຮງງານມີໜ້ອຍລົງ. ສ່ວນປັດໄຈພາຍໃນກໍຄືການຂາດຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ສ່ວນລວມ.
ຮອດເວລາແລ້ວທີ່ເຮົາຕ້ອງລຸກຂຶ້ນມາເປັນຜູ້ໃຫ້
ເລື່ອງລາວຂອງນາງ ແສງລັດສະໝີ ໄດ້ພິສູດໃຫ້ເຫັນແລ້ວວ່າ ເລືອດພຽງຖົງດຽວຂອງທ່ານ ສາມາດສ້າງຄວາມໝາຍ ແລະ ຕໍ່ຊີວິດໃຫ້ກັບຫຼາຍຄອບຄົວໄດ້ຢ່າງມະຫາສານ. ພວກເຮົາຂໍຮຽກຮ້ອງ ແລະ ເຊີນຊວນປະຊາຊົນລາວທຸກຄົນ, ໂດຍສະເພາະກຸ່ມໄວໜຸ່ມ ທີ່ມີອາຍຸ 17 ປີຂຶ້ນໄປ, ມີເງື່ອນໄຂສຸຂະພາບແຂງແຮງ ແລະ ບໍ່ມີພະຍາດແຊກຊ້ອນ, ກ້າວຂ້າມຄວາມຢ້ານກົວ ແລ້ວເຂົ້າມາກວດ-ສຳພາດ ເພື່ອຮ່ວມກັນບໍລິຈາກເລືອດ.
ໃຫ້ເລືອດຂອງທ່ານກາຍເປັນຂອງຂວັນອັນລໍ້າຄ່າທີ່ສຸດ… ຂອງຂວັນທີ່ເອີ້ນວ່າ “ຊີວິດ”. ມາຮ່ວມກັນສ້າງສັງຄົມແຫ່ງການໃຫ້ ເພື່ອຕໍ່ລົມຫາຍໃຈໃຫ້ກັບເພື່ອນມະນຸດນຳກັນ!


