ນະຄອນຫຼວງວຽງຈັນ, ວັນທີ 4–6 ກັນຍາ 2026 – ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຟີນ້າ ຈຳກັດ (FINA) ໄດ້ເຂົ້າຮ່ວມງານ “ເທດສະການຄຳລາວ ປະຈຳປີ 2026” ເພື່ອສ້າງໂອກາດໃນການພົບປະ ແລະ ສື່ສານໂດຍກົງກັບລູກຄ້າ, ຜູ້ປະກອບການ ແລະ ປະຊາຊົນ ພ້ອມທັງນຳສະເໜີຜະລິດຕະພັນ, ການບໍລິການທາງການເງິນ ແລະ ກິດຈະກຳສົ່ງເສີມຄວາມຮູ້ດ້ານການເງິນ ພາຍໃຕ້ແນວຄິດການເຮັດໃຫ້ການບໍລິການທາງການເງິນ “ສະດວກ, ເຂົ້າເຖິງງ່າຍ ແລະ ເຂົ້າໃຈງ່າຍ”.
ຕະຫຼອດໄລຍະ 3 ວັນຂອງການຈັດງານ, FINA ໄດ້ຈັດກິດຈະກຳທີ່ຫຼາກຫຼາຍ ເພື່ອສ້າງການມີສ່ວນຮ່ວມກັບຜູ້ເຂົ້າຮ່ວມງານ ທັງການຈັດເວທີແບ່ງປັນຄວາມຮູ້ທາງດ້ານການເງິນ, ກິດຈະກຳແຈກລາງວັນ ລວມເຖິງການເປີດພື້ນທີ່ໃຫ້ຜູ້ສົນໃຈສາມາດພົບປະ, ປຶກສາ ແລະ ສອບຖາມຂໍ້ມູນກັບທີມງານ FINA ໄດ້ໂດຍກົງ.

ໜຶ່ງໃນຈຸດເດັ່ນສຳຄັນຂອງ FINA ໃນງານຄັ້ງນີ້ ແມ່ນການສົ່ງເສີມ ຄວາມຮູ້ ແລະ ວິໄນທາງການເງິນ (Financial Literacy) ໃຫ້ແກ່ປະຊາຊົນ ໂດຍແບ່ງປັນແນວທາງການວາງແຜນການເງິນ, ການສ້າງນິໄສການທ້ອນເງິນ, ການບໍລິຫານລາຍຮັບ–ລາຍຈ່າຍ ຕະຫຼອດເຖິງການນຳໃຊ້ Digital Payment ຢ່າງປອດໄພ ແລະ ຮູ້ເທົ່າທັນ.
ກິດຈະກຳດັ່ງກ່າວສະທ້ອນເຖິງແນວທາງຂອງ FINA ທີ່ບໍ່ພຽງແຕ່ມຸ່ງເນັ້ນການນຳສະເໜີຜະລິດຕະພັນທາງການເງິນ ແຕ່ຍັງຕ້ອງການໃຫ້ປະຊາຊົນມີຄວາມຮູ້ ແລະ ສາມາດນຳເຄື່ອງມືທາງການເງິນໄປນຳໃຊ້ໄດ້ຢ່າງເໝາະສົມ ເພື່ອສ້າງຄວາມໝັ້ນຄົງທາງການເງິນໃນໄລຍະຍາວ.

ນອກຈາກນີ້, FINA ຍັງໄດ້ນຳສະເໜີ ໂປຣໂມຊັນເງິນຝາກປະຈຳ ອັດຕາດອກເບ້ຍສູງສຸດ 13.5% ຕໍ່ປີ ເປັນພິເສດໃນໄລຍະງານເທດສະການຄຳລາວ ປະຈຳປີ 2026 ເພື່ອເປີດໂອກາດໃຫ້ຜູ້ສົນໃຈໄດ້ຮັບຮູ້ຂໍ້ມູນ, ສອບຖາມລາຍລະອຽດ ແລະ ເລືອກຮູບແບບການອອມທີ່ເໝາະສົມກັບເປົ້າໝາຍທາງການເງິນຂອງຕົນ.
ການເຂົ້າຮ່ວມງານ “ເທດສະການຄຳລາວ ປະຈຳປີ 2026” ຂອງ FINA ຄັ້ງນີ້ ຍັງເປັນອີກໜຶ່ງໂອກາດໃນການສ້າງຄວາມໃກ້ຊິດກັບລູກຄ້າ ແລະ ປະຊາຊົນ ພ້ອມທັງສ້າງຄວາມຮັບຮູ້ກ່ຽວກັບ FINA ໃນຖານະສະຖາບັນການເງິນທີ່ມຸ່ງເນັ້ນການເຂົ້າເຖິງບໍລິການທາງການເງິນ, ການທ້ອນເງິນ ແລະ ການນຳໃຊ້ເຕັກໂນໂລຊີທາງການເງິນໃຫ້ເກີດປະໂຫຍດ.

FINA ຈະສືບຕໍ່ມຸ່ງໝັ້ນພັດທະນາຜະລິດຕະພັນ, ການບໍລິການ ແລະ ນະວັດຕະກຳທາງການເງິນ ໃຫ້ສອດຄ່ອງກັບວິຖີຊີວິດ ແລະ ຄວາມຕ້ອງການທີ່ປ່ຽນແປງໄປຂອງລູກຄ້າ ຄຽງຄູ່ກັບການສົ່ງເສີມຄວາມຮູ້, ວິໄນທາງການເງິນ ແລະ ການເຂົ້າເຖິງບໍລິການທາງການເງິນຢ່າງທົ່ວເຖິງ ເພື່ອຮ່ວມເປັນສ່ວນໜຶ່ງໃນການສ້າງພື້ນຖານທາງການເງິນທີ່ໝັ້ນຄົງໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນຕໍ່ການພັດທະນາເສດຖະກິດຂອງ ສປປ ລາວ ຢ່າງຍືນຍົງ.


