ເປັນເວລາຫຼາຍກວ່າ 5 ທົດສະວັດ ທີ່ບໍລິສັດ ເບຍລາວ ຈຳກັດ ບໍ່ເປັນພຽງແຕ່ ຜູ້ຜະລິດເຄື່ອງດື່ມ ທີ່ຢູ່ຄຽງຄູ່ ທຸກໄລຍະເວລາແຫ່ງຄວາມສຸກ ແລະ ວິຖີຊີວິດຂອງຄົນລາວ, ບໍລິສັດຍັງໄດ້ພິສູດໃຫ້ເຫັນເຖິງຄວາມມຸ່ງໝັ້ນ ໃນການເປັນສ່ວນໜຶ່ງທີ່ຊ່ວຍຂັບເຄື່ອນ, ພັດທະນາ ແລະ ສົ່ງເສີມວົງການກິລາລາວຢ່າງເຂັ້ມແຂງ ແລະ ຕໍ່ເນື່ອງ.
ໃນປີ 2026 ບໍລິສັດເບຍລາວ ແລະ ສະຫະພັນດອກປີກໄກ່ແຫ່ງຊາດ ໄດ້ຮ່ວມກັນສະເຫຼີມສະຫຼອງການເປັນຄູ່ຮ່ວມພັດທະນາ ຄົບຮອບ 25 ປີ ເຊິ່ງຖືວ່າເປັນການຮ່ວມມືທີ່ຍາວນານທີ່ສຸດໃນບັນດາສະຫະພັນກິລາແຫ່ງຊາດລາວ. ການສະເຫຼີມສະຫຼອງນີ້ ສະທ້ອນໃຫ້ເຫັນເຖິງການຮ່ວມມືທີ່ແໜ້ນແຟ້ນເພື່ອພັດທະນາສະຫະພັນ ແລະ ກິລາດອກປີກໄກ່ໃນສປປ ລາວ ໂດຍການສ້າງເວທີ ແລະ ໂອກາດໃຫ້ແກ່ເຍົາວະຊົນ ແລະ ນັກກິລາລາວໄດ້ສະແດງຝີມື, ຊ່ວຍຍົກລະດັບມາດຕະຖານການຈັດການແຂ່ງຂັນລະດັບຊາດ ແລະ ກ້າວໄປສູ່ລະດັບສາກົນ ພ້ອມທັງສ້າງແຮງບັນດານໃຈໃຫ້ກັບຄົນຮຸ່ນໃໝ່ທີ່ມີໃຈມັກ-ຮັກໃນກິລາປະເພດນີ້.
ປັດຈຸບັນ, ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ໄດ້ສຳເລັດການສ້າງຖານຂໍ້ມູນຢ່າງເປັນລະບົບ ໂດຍມີ 26 ສະໂມສອນທົ່ວປະເທດ ທີ່ໄດ້ລົງທະບຽນເປັນສະມາຊິກຢ່າງເປັນທາງການ ແລະ ມີ ນັກກິລາໃນລະບົບຫຼາຍກວ່າ 200 ຄົນ. ນີ້ແມ່ນສິ່ງຢັ້ງຢືນເຖິງຄວາມເຂັ້ມແຂງ ດ້ານການບໍລິຫານຈັດການ, ການມີໂຄງສ້າງສະໂມສອນທີ່ຊັດເຈນ, ແລະ ຄວາມພ້ອມທີ່ຈະຂັບເຄື່ອນກິດຈະກຳກິລາລະດັບຊາດ.
ບໍລິສັດ ເບຍລາວ ຈຳກັດ ຜູ້ໃຫ້ການສະໜັບສະໜູນຫຼັກ ການແຂ່ງຂັນລາຍການ Beerlao Badminton Championship 2026 ຄັ້ງທີ່ 25 ຈະໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນລະຫວ່າງວັນທີ່ 27–30 ສິງຫາ 2026 ຢູ່ທີ່ ເດີ່ນດອກປີກໄກ່ມິດຕະພາບລາວ-ໄທ (ບຶງຂະຫຍອງ), ລວມມູນຄ່າການສະໜັບສະໜູນປີນີ້ທັງໝົດ 770.000.000 ກີບ. ການແຂ່ງຂັນໃນຄັ້ງນີ້ມີທັງໝົດ 21 ລາຍການ ເກັບກຳຄະແນນສະສົມ (National Ranking) ດັ່ງນີ້: ລຸ້ນເຍົາວະຊົນ ມີ 4 ປະເພດ U13 U15 U17 U19 ແລະ ເພີ່ມອີກ 4 ລາຍການ ສຳລັບມືສະໜັກຫຼິ້ນ, ລວມມູນຄ່າລາງວັນທັງໝົດຫຼາຍກວ່າ 200 ລ້ານກີບ.
ການສະໜັບສະໜູນໃນຄັ້ງນີ້ ຈຶ່ງບໍ່ແມ່ນພຽງແຕ່ການສະໜັບສະໜູນທາງດ້ານງົບປະມານເທົ່ານັ້ນ, ແຕ່ແມ່ນ “ການຮ່ວມສ້າງອະນາຄົດ” ແລະ ຍົກລະດັບມາດຕະຖານ ກິລາດອກປີກໄກ່ໃນ ສປປ ລາວ ໃຫ້ກ້າວໄປອີກຂັ້ນໜຶ່ງຢ່າງມີທິດທາງ ແລະ ຍືນຍົງ.
ທ່ານ ຈັນສະໝອນ ຜອງຈັນທາ, ຜູ້ອຳນວຍການຝ່າຍການຕະຫຼາດ ກ່າວວ່າ: “ບໍລິສັດ ເບຍລາວ ຈໍາກັດ ແລະ ສະຫະພັນດອກປີກໄກ່ແຫ່ງຊາດລາວ ຖືເປັນຄູ່ຮ່ວມຍຸດທະສາດທີ່ຍາວນານທີ່ສຸດ. ເນື່ອງໃນໂອກາດສະເຫຼີມສະຫຼອງການເປັນຄູ່ຮ່ວມຍຸດທະສາດຄົບຮອບ 25 ປີນີ້, ບໍລິສັດເບຍລາວ ຍັງຄົງສືບຕໍ່ຄວາມມຸ່ງໝັ້ນໃນການພັດທະນານັກກິລາຮຸ່ນໃໝ່ ແລະ ຍົກລະດັບການແຂ່ງຂັນກິລາດອກປີກໄກ່ໃຫ້ກ້າວໜ້າຂຶ້ນໄປອີກລະດັບ, ພວກເຮົາເຊື່ອວ່າ ການສະໜັບສະໜູນກິລາ ບໍ່ແມ່ນພຽງແຕ່ເປັນວຽກງານທາງສັງຄົມເທົ່ານັ້ນ, ແຕ່ຄືການຮ່ວມສ້າງແຮງບັນດານໃຈ ແລະ ຢູ່ຄຽງຂ້າງທຸກຄວາມຝັນຂອງນັກກິລາລາວ.”
ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານ ສະຫະພັນ ດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: “ການສະໜັບສະໜູນຈາກບໍລິສັດ ເບຍລາວ ຈຳກັດ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການສົ່ງເສີມການແຂ່ງຂັນເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງ ສາຍສຳພັນການເປັນຄູ່ຮ່ວມຍຸດທະສາດທີ່ຍາວນານ ແລະ ໝັ້ນຄົງ ໃນການຮ່ວມແຮງຮ່ວມໃຈຍົກລະດັບວົງການກິລາດອກປີກໄກ່ລາວໃຫ້ກ້າວໜ້າຢ່າງຍືນຍົງ. ພວກເຮົາເຊື່ອໝັ້ນຢ່າງຍິ່ງວ່າ ການຮ່ວມມືອັນແໜ້ນແຟ້ນນີ້ ຈະເປັນຮາກຖານອັນແຂງແກ່ນ ໃນການຂັບເຄື່ອນ ແລະ ຍົກລະດັບນັກກິລາດອກປີກໄກ່ລາວ ໃຫ້ກ້າວໄກສູ່ເວທີສາກົນຢ່າງພູມໃຈ.”
ດ້ວຍການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍນີ້, ບໍລິສັດ ເບຍລາວ ຈຳກັດ ຍັງຄົງຍຶດໝັ້ນທີ່ຈະເປັນແຮງຂັບເຄື່ອນທີ່ສຳຄັນ ພ້ອມທັງໃຫ້ການຮ່ວມມືກັບທຸກພາກສ່ວນ ເພື່ອຮ່ວມກັນສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ວົງການກິລາລາວ ກ້າວສູ່ຄວາມສຳເລັດ.


