“ຄວາມຮັກຂອງແມ່” ເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດໃນໂລກ… ແລະ ເລື່ອງນີ້ບໍ່ໄດ້ເກີດຂຶ້ນແຕ່ກັບມະນຸດເຮົາເທົ່ານັ້ນ

ມື້ນີ້ມີເລື່ອງລາວສຸດສະເທືອນໃຈຈາກຝັ່ງອົດສະຕຣາລີ ທີ່ເຮັດໃຫ້ຜູ້ຄົນໃນໂລກໂຊເຊວຕ້ອງເຊັດນ້ຳຕາໄປຕາມໆ ກັນ.

ເມື່ອບໍ່ດົນມານີ້ ໄດ້ປາກົດພາບສຸດສະເທືອນໃຈຢູ່ທີ່ອ່າວ ເລຊໂນລຕ໌ (Leschenault Inlet) ໃນອົດສະຕຣາລີຕາເວັນຕົກ ຂອງແມ່ໂລມາໂຕໜຶ່ງ​ ທີ່ຊື່ວ່າ “ແຟຣັກເກິລ” (Fraggle).

ນັກວິໄຈຈາກສູນວິໄຈທາງທະເລ ຈີໂອກຣາຟ (Geographe Marine Research) ທີ່ເຝົ້າຕິດຕາມຊີວິດຂອງມັນມາຕະຫຼອດ ໄດ້ພົບເຫັນພາບທີ່ເຮັດໃຫ້ທຸກຄົນຕ້ອງຈຸກຢູ່ໃນເອິກ… ເມື່ອ ແຟຣັກເກິລ ຕ້ອງສູນເສຍລູກນ້ອຍທີ່ຫາກໍ່ເກີດໄດ້ພຽງ 2 ອາທິດໄປຢ່າງບໍ່ມີວັນກັບຄືນ ໃນຊ່ວງທ້າຍເດືອນກໍລະກົດ 2026 ທີ່ຜ່ານມາ.

ນັກວິທະຍາສາດເລົ່າວ່າ ເຂົາເຈົ້າຄ່ອຍໆ ຕິດຕາມແມ່ລູກຄູ່ນີ້ຢ່າງໃກ້ຊິດມາໂດຍຕະຫຼອດ ເພາະການເກີດຂອງລູກໂລມາໃນຊ່ວງລະດູໜາວແບບນີ້ ມີຄວາມສ່ຽງສູງຫຼາຍທີ່ຈະບໍ່ລອດ. ແລະ ແລ້ວລາງຮ້າຍກໍເປັນຈິງ ເມື່ອເຂົາເຈົ້າສັງເກດເຫັນອັດຕາການຫາຍໃຈຂອງລູກໂລມາຜິດປົກກະຕິ ກ່ອນທີ່ຮ່າງນ້ອຍໆ ນັ້ນຈະໄຮ້ລົມຫາຍໃຈໄປໃນທີ່ສຸດ…

ແຕ່ສິ່ງທີ່ເຮັດໃຫ້ທີມງານຕ້ອງນ້ຳຕາຊຶມ ແມ່ນຮູບພາບຫຼັງຈາກນັ້ນ. ແຟຣັກເກິລ ບໍ່ຍອມຫ່າງຈາກລູກໄປໃສ… ມັນພະຍາຍາມໃຊ້ຮ່າງກາຍຂອງມັນ ປະຄັບປະຄອງ​ ພະຍຸງຮ່າງທີ່ໄຮ້ລົມຫາຍໃຈຂອງລູກນ້ອຍໄວ້ກາງນ້ຳ ບໍ່ຍອມໃຫ້ຈົມລົງສູ່ພື້ນທະເລ ໃຊ້ເວລາຢູ່ແບບນັ້ນດົນຫຼາຍມື້ ປານກັບວ່າຫົວໃຈຂອງມັນຍັງບໍ່ພ້ອມທີ່ຈະເອີ່ຍຄຳລາ… ທີ່ສະຫຼົດໃຈໄປກວ່ານັ້ນ ນັກວິໄຈຄາດວ່າ ນີ້ອາດຈະເປັນລູກໂຕທີ 4 ຫຼື ທີ 5 ແລ້ວ ທີ່ແມ່ໂລມາໂຕນີ້ຕ້ອງສູນເສຍໄປ

ແລະ ໃນຄວາມໂສກເສົ້ານັ້ນ ເຮົາກໍຍັງໄດ້ເຫັນພາບຄວາມອົບອຸ່ນຂອງທຳມະຊາດ ເມື່ອພາບຈາກໂດຣນເຜີຍໃຫ້ເຫັນຝູງໂລມາອ້ອມຂ້າງອີກເກືອບ 14 ໂຕ ລອຍນ້ຳວົນວຽນຢູ່ໃກ້ໆ ຄືກັບຄ່ອຍຢູ່ເປັນເພື່ອນ ແລະ ສົ່ງກຳລັງໃຈໃຫ້ແມ່ໂລມາໃນຊ່ວງເວລາທີ່ເຈັບປວດທີ່ສຸດ.

ເລື່ອງນີ້ບໍ່ພຽງແຕ່ເປັນເລື່ອງລາວທີ່ສະເທືອນໃຈ ແຕ່ມັນຍັງເປັນຫຼັກຖານທີ່ນັກວິໄຈລະບຸຊັດເຈນວ່າ ສັດທະເລບາງຊະນິດມີສາຍສຳພັນທີ່ເລິກເຊິ່ງ ແລະ ສາມາດຮັບຮູ້ເຖິງ “ຄວາມໂສກເສົ້າ” ຈາກການສູນເສຍ ບໍ່ຕ່າງຫຍັງກັບມະນຸດເຮົາເລີຍ…

​Geographe Marine Research, World Forum.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles