ຈັດລະບຽບເມືອງຈິງຈັງ! ນະຄອນໄກສອນພົມວິຫານ ລົງກວດກາ-ເຕືອນຮ້ານຄ້າທີ່ຍັງຂາຍເຄື່ອງກີດຂວາງແຄມທາງ

ວັນທີ 11 ມິຖຸນາ 2026, ຄະນະກຳມະການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ນະຄອນໄກສອນພົມວິຫານ ນຳໂດຍ ທ່ານ ນາງ ແສງທະວີ ປານປັນຍາ ແລະ ທ່ານ ໄກສອນ ວົງສຸທິ ພ້ອມຄະນະຈາກພາກສ່ວນກ່ຽວຂ້ອງ ໄດ້ລົງກວດກາ ແລະ ຈັດລະບຽບຕາມເສັ້ນທາງຫຼັກພາຍໃນຕົວເມືອງ.

ການລົງກວດກາຄັ້ງນີ້ ມຸ່ງເນັ້ນແກ້ໄຂບັນຫາການວາງສິນຄ້າກີດຂວາງທາງຍ່າງ, ການຕໍ່ເຕີມສິ່ງປຸກສ້າງລ່ວງລ້ຳເຂດສາທາລະນະ ແລະ ການນຳອຸປະກອນຕ່າງໆອອກມາວາງຂາຍຕາມແຄມທາງ ຊຶ່ງຂັດຕໍ່ລະບຽບການຂອງທາງການ.

ໃນການກວດກາຄັ້ງທຳອິດ ຢູ່ເສັ້ນທາງສີສະຫວ່າງວົງ ຍັງພົບຮ້ານຄ້າ 1 ແຫ່ງ ທີ່ຍັງຝ່າຝືນລະບຽບ ໂດຍນຳປະຕູຮົ້ວເຫຼັກ ແລະ ສິນຄ້າອອກມາວາງກີດຂວາງທາງຍ່າງ. ຄະນະກຳມະການຈຶ່ງໄດ້ເຮັດບົດບັນທຶກ ແລະ ກ່າວເຕືອນຢ່າງເປັນທາງການ ພ້ອມສັ່ງໃຫ້ຍ້າຍອອກທັນທີ ແລະ ຫ້າມກັບມາຝ່າຝືນອີກ.

ທາງຄະນະກຳມະການ ລະບຸວ່າ ຜ່ານມາໄດ້ມີການແຈ້ງການ, ໂຄສະນາ ແລະ ເຕືອນຫຼາຍຄັ້ງແລ້ວ ແຕ່ຍັງມີບາງຮ້ານຄ້າທີ່ບໍ່ໃຫ້ຄວາມຮ່ວມມື ແລະ ສືບຕໍ່ຝ່າຝືນລະບຽບ.

ການວາງສິນຄ້າກີດຂວາງທາງຍ່າງ ແລະ ແຄມທາງ ບໍ່ພຽງແຕ່ສ້າງພາບລັກບໍ່ງາມໃຫ້ເມືອງ ແຕ່ຍັງເປັນສາເຫດຂອງບັນຫາການສັນຈອນ, ລົດຕິດ ແລະ ອາດນຳໄປສູ່ອຸບັດຕິເຫດໄດ້.

ທາງການຂໍຄວາມຮ່ວມມືຈາກບັນດາຮ້ານຄ້າ ແລະ ປະຊາຊົນ ໃຫ້ປະຕິບັດຕາມລະບຽບ ເພື່ອຮ່ວມກັນສ້າງນະຄອນໄກສອນພົມວິຫານ ໃຫ້ສະອາດ, ເປັນລະບຽບ ແລະ ໜ້າຢູ່ຫຼາຍຂຶ້ນ.

ທີ່ມາ: ຫ້ອງການ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles