ໃນວັນທີ 3 ມິຖຸນາ 2026 ທີ່ຜ່ານມາ, ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານເຖິງສະພາບການລະບາດຂອງ “ພະຍາດອີໂບລາ” ທີ່ພວມເກີດຂຶ້ນໃນບັນດາປະເທດທະວີບອາຟຣິກາ ເພື່ອແຈ້ງເຕືອນ ແລະ ວາງມາດຕະການເຝົ້າລະວັງໃນ ສປປ ລາວ.
ພະຍາດອີໂບລາ ເປັນພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ຈາກຄົນສູ່ຄົນ ໂດຍຜ່ານການສໍາຜັດ “ເຍື່ອເມືອກ” ຫຼື “ນໍ້າຂັດລັ່ງ” ຈາກຮ່າງກາຍຂອງຜູ້ຕິດເຊື້ອ ຫຼື ສັດທີ່ຕິດເຊື້ອ.
ອາການ: ໄລຍະທໍາອິດຈະມີອາການ ໄຂ້, ໄອ, ຖອກທ້ອງ ແລະ ອາການອື່ນໆ ທີ່ບໍ່ຊັດເຈນ, ແຕ່ສາມາດຮຸນແຮງຈົນເຖິງຂັ້ນມີເລືອດໄຫຼ ແລະ ເສຍຊີວິດໄດ້.
ຄວາມຮຸນແຮງ: ມີອັດຕາການເສຍຊີວິດສູງເຖິງ 50-90% ແລະ ໃນປັດຈຸບັນ “ຍັງບໍ່ມີວັກຊີນ ຫຼື ຢາປິ່ນປົວສະເພາະ”.
ປະຫວັດການລະບາດ: ພະຍາດນີ້ເຄີຍເກີດຂຶ້ນຄັ້ງທໍາອິດໃນປີ 1976 ຢູ່ທະວີບອາຟຣິກາ. ຕໍ່ມາໃນປີ 2014-2016 ໄດ້ເກີດການລະບາດໃຫຍ່ ໂດຍເລີ່ມຈາກປະເທດກີນີ ແຜ່ລາມໄປຫຼາຍປະເທດ, ມີຜູ້ຕິດເຊື້ອສູງເຖິງ 28,000 ຄົນ ແລະ ເສຍຊີວິດ 11,000 ຄົນ.
ສະຖານະການຫຼ້າສຸດໃນປີ 2026: ຍ້ອນສະພາບການລະບາດທີ່ມີທ່າອ່ຽງຮຸນແຮງຂຶ້ນ, ໃນວັນທີ 16 ພຶດສະພາ 2026 ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ (WHO) ຈຶ່ງໄດ້ປະກາດໃຫ້ການລະບາດຂອງພະຍາດອີໂບລາ ເປັນ “ພາວະສຸກເສີນທາງດ້ານສາທາລະນະສຸກລະຫວ່າງປະເທດ”
ອີງຕາມຂໍ້ມູນຫຼ້າສຸດ (ສະຖິຕິຮອດວັນທີ 21 ພຶດສະພາ 2026):
ປະເທດກົງໂກ: ພົບກໍລະນີສົງໄສກວ່າ 746 ກໍລະນີ (ເສຍຊີວິດ 176 ຄົນ) ແລະ ພົບກໍລະນີຢືນຢັນແລ້ວ 86 ກໍລະນີ (ເສຍຊີວິດ 10 ຄົນ).
ປະເທດອູການດາ: ພົບກໍລະນີຕິດເຊື້ອ 2 ກໍລະນີ (ເສຍຊີວິດ 1 ຄົນ).
ມາດຕະການຮັບມື ແລະ ເຝົ້າລະວັງຂອງ ສປປ ລາວ: ເຖິງວ່າຫຼາຍປະເທດໃນທະວີບອາຊີ ລວມທັງ ສປປ ລາວ ຈະຖືກປະເມີນວ່າ “ມີຄວາມສ່ຽງຕໍ່າ”, ແຕ່ກົມຄວບຄຸມພະຍາດຕິດຕໍ່ ໄດ້ຮ່ວມມືກັບ ອົງການອະນາໄມໂລກ ແລະ ຂະແໜງການທີ່ກ່ຽວຂ້ອງ ວາງມາດຕະການຮອງຮັບຢ່າງເຂັ້ມງວດ ດັ່ງນີ້:
ຜູ້ທີ່ຈະເດີນທາງໄປເຂດສ່ຽງ: ຈະຕ້ອງລາຍງານຕົວຕໍ່ກະຊວງສາທາລະນະສຸກກ່ອນການເດີນທາງ.
ຜູ້ທີ່ເດີນທາງມາຈາກເຂດສ່ຽງ (ອາຟຣິກາ): ຕ້ອງໄດ້ຈໍາກັດບໍລິເວນຕົນເອງ ແລະ ເຝົ້າລະວັງອາການຢ່າງໃກ້ຊິດ.
ການຕິດຕາມອາການ: ຫາກມີອາການໜ້າສົງໄສພາຍໃນ 21 ວັນ, ຕ້ອງຟ້າວແຈ້ງທາງກະຊວງສາທາລະນະສຸກທັນທີ ເພື່ອດໍາເນີນການຄວບຄຸມ ແລະ ປິ່ນປົວຕາມມາດຕະການຢ່າງຖືກຕ້ອງ.
ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ
Lao Youth Radio FM90MHz


