ໃນຕອນເຊົ້າ ວັນທີ 18 ພຶດສະພາ 2026 ແຂວງຫົວພັນ ໄດ້ຈັດພິທີເປີດງານວາງສະແດງ “ສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວ” ຄັ້ງທີ 1 ປະຈຳປີ 2026 ຂຶ້ນທີ່ສວນແກ້ວຫຼັກເມືອງ ເມືອງຊຳເໜືອ ແຂວງຫົວພັນ ທ່າມກາງບັນຍາກາດທີ່ຄຶກຄື້ນ ແລະ ໄດ້ຮັບຄວາມສົນໃຈຈາກຫຼາຍພາກສ່ວນ.
ພິທີເປີດ ໄດ້ຮັບກຽດຈາກ ທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງແຂວງຫົວພັນ ເປັນປະທານ ພ້ອມດ້ວຍຄະນະນຳແຂວງ, ພະແນກການ, ອົງການສາກົນ, ກຸ່ມຜະລິດ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນຈຳນວນຫຼາຍເຂົ້າຮ່ວມ. ທ່ານ ຄຳແກ້ວ ອຸ່ນອານົງນຸດ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ ກ່າວວ່າ: ການຈັດງານຄັ້ງນີ້ ມີເປົ້າໝາຍເພື່ອສົ່ງເສີມການນຳໃຊ້ເຄື່ອງປ່າຂອງດົງແບບຍືນຍົງ, ສ້າງໂອກາດໃຫ້ຊຸມຊົນ ແລະ ກຸ່ມຜູ້ຜະລິດ ໄດ້ນຳສະເໜີ ແລະ ຈຳໜ່າຍສິນຄ້າ, ພ້ອມທັງຍົກລະດັບຄຸນນະພາບສິນຄ້າໂອດັອບ ແລະ ສິນຄ້າທ້ອງຖິ່ນ ໃຫ້ສາມາດແຂ່ງຂັນໃນຕະຫຼາດສາກົນໄດ້.
ພາຍໃນງານ ມີກິດຈະກຳຫຼາກຫຼາຍ ປະກອບມີ:
• ການສຳມະນາ ແລະ ສົນທະນາ ກ່ຽວກັບການພັດທະນາເຄື່ອງປ່າຂອງດົງ
• ການສາທິດແປຮູບສິນຄ້າ
• ການເຊື່ອມຕໍ່ການຄ້າລະຫວ່າງຜູ້ຜະລິດ-ຜູ້ຊື້
• ການສະແດງສິລະປະ ແລະ ວັດທະນະທຳ
• ກິດຈະກຳກິລາ ແລະ ອາຫານພື້ນເມືອງ
ງານຄັ້ງນີ້ ມີບູດວາງສະແດງສິນຄ້າກວ່າ 70 ບູດ ຈາກກຸ່ມຜະລິດ ແລະ ບ້ານເປົ້າໝາຍຕ່າງໆ ໂດຍຕົບແຕ່ງດ້ວຍວັດຖຸທຳມະຊາດ ແລະ ໄມ້ໄຜ່ ສະທ້ອນເອກະລັກພື້ນເມືອງຂອງແຂວງຫົວພັນ ຢ່າງງົດງາມ. ງານຈະຈັດຂຶ້ນເປັນເວລາ 5 ວັນ ແຕ່ວັນທີ 18-22 ພຶດສະພາ 2026.
ທ່ານ ພອນສຸກ ອິນທະວົງ ໄດ້ກ່າວຊື່ນຊົມຄະນະຈັດງານ ແລະ ຂອບໃຈບັນດາອົງການຜູ້ສະໜັບສະໜູນ ໂດຍສະເພາະ BMZ ແລະ EU ຜ່ານໂຄງການ ProFEB ທີ່ໄດ້ຮ່ວມຊ່ວຍຜັກດັນການອະນຸລັກ ແລະ ພັດທະນາເຄື່ອງປ່າຂອງດົງຢ່າງຍືນຍົງ.
ພ້ອມນີ້ ທ່ານຍັງເນັ້ນວ່າ ແຂວງຫົວພັນ ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ເປັນຕົ້ນ: ເຫັດ, ໜໍ່ໄມ້, ໄມ້ປ່ອງ, ນ້ຳເຜິ້ງ, ສະໝຸນໄພ ແລະ ຫັດຖະກຳຈັກສານ ຊຶ່ງລ້ວນເປັນຮາກຖານລາຍຮັບສຳຄັນຂອງປະຊາຊົນ. ດັ່ງນັ້ນ ການພັດທະນາ “ຕະຫຼາດສີຂຽວ” ຈຶ່ງເປັນທິດທາງສຳຄັນ ໃນການສ້າງເສດຖະກິດຖານຮາກ ຄວບຄູ່ກັບການອະນຸລັກປ່າໄມ້ ແລະ ລະບົບນິເວດໃຫ້ຍືນຍົງ.
ງານວາງສະແດງ “ເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວ” ຄັ້ງນີ້ ຖືເປັນອີກໜຶ່ງກ້າວສຳຄັນ ໃນການສ້າງການຮັບຮູ້ໃຫ້ສິນຄ້າທ້ອງຖິ່ນຂອງແຂວງຫົວພັນ ພ້ອມເປີດໂອກາດໃນການເຊື່ອມໂຍງຜູ້ຜະລິດ, ນັກລົງທຶນ ແລະ ຕະຫຼາດ ເພື່ອນຳໄປສູ່ການພັດທະນາເສດຖະກິດຢ່າງຍືນຍົງໃນອະນາຄົດ.
ທີ່ມາ: ຂ່າວເສດຖະກິດສັງຄົມ
Lao Youth Radio

