ສປປ ລາວ ໄດ້ຮັບອິດທິພົນຈາກປະກົດການແອວນິໂຍ (El Nino) ທີ່ເປັນປະກົດການທາງທຳມະຊາດ ແລະ ຈະ ເກີດໃນທຸກໆ 2 -7 ປີ, ຊຶ່ງຈະສົງຜົນໃຫ້ລະດູຝົນປະຈຳປີ 2026 ມາຊ້າກ່ວາລະດູການ (ປົກກະຕິແມ່ນກາງເດືອນພຶດສະພາ). ໃນເດືອນພືດສະພາ ຫາ ມິຖຸນາ ປະກົດການດັ່ງກ່າວຈະຢູ່ໃນສະພາບກຳລັງອ່ອນ ແລະ ຈະເຮັດໃຫ້ມີອາກາດຮ້ອນ ຫາ ຮ້ອນເອົ້າ ໃນລະດັບອຸນຫະພູມສູງສຸດ 35 – 38 ອົງສາ ແລະ ຈະມີຝົນຕົກຢູ່ບາງທ້ອງຖິ່ນໃນເຂດພາກເໜືອລົງ ຫາ ພາກກາງ, ສ່ວນ ພາກໃຕ້ ຈະມີຝົນໜ້ອຍ. ໃນໄລຍະເດືອນ ກໍລະກົດ ຫາ ກັນຍາ, ປະກົດການແອວນິໂຍ (El Nino) ຈະຢູ່ໃນລະດັບອ່ອນ ຫາ ປານກາງ ຊຶ່ງຈະເຮັດໃຫ້ມີຝົນຕົກຫຼາຍຂື້ນໃນແຕ່ລະພາກ ແລະ ອາດເກີດມີໄພນໍ້າຖ້ວມຊູ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ ຂອງແຂວງພາກເໜືອ, ນໍ້າຖ້ວມ ຢູ່ເຂດພາກກາງ ແລະ ພາກໃຕ້.
ໃນໄລຍະເດືອນຕຸລາ ຫາ ເດືອນ ທັນວາ 2026 ປະກົດການແອວນິໂຍ (El Nino) ຈະສືບຕໍ່ເພີ້ມກໍາລັງແຮງເປັນ ລະດັບປານກາງ ຫາ ແຮງ ທີ່ຈະພາເກີດໃຫ້ມີຝົນຕົກໜ້ອຍໃນທົ່ວທຸກພາກຂອງປະເທດ. ຖ້າຫາກສະພາບ ແລະ ປະກົດການ ດັ່ງກ່າວບໍ່ມີການປ່ຽນແປງ ແລະ ແກ່ຍາວຮອດຕົ້ນປີ 2027 ອາດຈະສົງຜົນໃຫ້ເກີດມີສະພາບແຫ້ງແລ້ງຢູ່ຫຼາຍທ້ອງຖິ່ນໃນທົ່ວ ທຸກພາກຂອງປະເທດ.
ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃຫ້ວາງ ແຜນການນໍາໃຊ້ນໍ້າ ແລະ ປ້ອງກັນໄພແຫ້ງແລ້ງ ທີ່ອາດຈະສົ່ງຜົນກະທົບຕໍ່ການກະສິກຳ, ປູກຝັງ, ລ້ຽງສັດ, ອຸດສາຫະກຳ, ໂຍທາ ທິການ ແລະ ການຂົນສົ່ງ ແລະ ຂະແໜງການອື່ນໆ. ຂໍໃຫ້ຕິດຕາມຂ່າວພະະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກ ກະສາດ ກະຊວງກະສິກຳ ແລະສິ່ງແວດລ້ອມ ຢ່າງຕໍ່ເນື່ອງ.


