ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ຢືນຢັນ ຂ່າວພົບແຂ້ຢູ່ບ້ານຫາງສະດຳ ແມ່ນບໍ່ມີມູນຄວາມຈິງ

ຈາກກໍລະນີທີ່ມີການເຜີຍແຜ່ຄລິບວິດີໂອຜ່ານສື່ສັງຄົມອອນລາຍ (Facebook) ໂດຍຜູ້ໃຊ້ຊື່ວ່າ “ດອກແກ້ວ ໄຊຍະວົງ” ທີ່ລະບຸວ່າ: ມີການພົບເຫັນແຂ້ຢູ່ເຂດບ້ານຫາງສະດຳ ເມືອງໂຂງ ແຂວງຈຳປາສັກ ໃນຕົ້ນອາທິດຜ່ານມານັ້ນ, ໄດ້ສ້າງຄວາມແຕກຕື່ນ ແລະ ເຮັດໃຫ້ສັງຄົມມີຄວາມສັບສົນເປັນວົງກວ້າງ.

ຕໍ່ກັບເຫດການດັ່ງກ່າວ, ໃນວັນທີ 8 ພຶດສະພາ 2026, ທ່ານ ປອ ບັນດິດ ສິງຫາທຳ ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໂຂງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນວ່າ: ພາກສ່ວນກ່ຽວຂ້ອງ ກໍຄືຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ພ້ອມດ້ວຍຄະນະກຳມະການປົກຄອງຕາແສງຄອນ ໄດ້ລົງພື້ນທີ່ຕົວຈິງເພື່ອເກັບກຳຂໍ້ມູນ ແລະ ກວດກາຂໍ້ເທັດຈິງຢ່າງລະອຽດ. ຜ່ານການລົງກວດກາ ແລະ ສອບຖາມຂໍ້ມູນຈາກພາກສ່ວນກ່ຽວຂ້ອງໃນພື້ນທີ່, ທ່ານ ປອ ບັນດິດ ສິງຫາທຳ ໄດ້ຢືນຢັນວ່າ: “ຂໍ້ມູນທີ່ມີການແຊຣ໌ກັນໃນສື່ອອນລາຍນັ້ນ ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ”. ຄລິບວິດີໂອດັ່ງກ່າວບໍ່ໄດ້ເກີດຂຶ້ນຢູ່ເຂດບ້ານຫາງສະດຳ ແລະ ບໍ່ມີແຫຼ່ງທີ່ມາທີ່ຊັດເຈນ, ເຊິ່ງການກະທຳດັ່ງກ່າວຖືເປັນການສ້າງກະແສຂ່າວປອມ (Fake News) ທີ່ເຮັດໃຫ້ເກີດຄວາມບໍ່ສະຫງົບໃນສັງຄົມ.

ໃນໂອກາດນີ້, ທາງພາກສ່ວນກ່ຽວຂ້ອງຈຶ່ງຂໍແຈ້ງເຕືອນ ແລະ ແນະນຳມາຍັງພໍ່ແມ່ປະຊາຊົນ ກໍຄືຜູ້ໃຊ້ສື່ອອນລາຍທຸກທ່ານ ໃຫ້ມີສະຕິໃນການຮັບຂໍ້ມູນຂ່າວສານດັ່ງນີ້: ຂໍໃຫ້ຕິດຕາມຂ່າວສານຈາກແຫຼ່ງຂ່າວທີ່ເປັນທາງການຂອງພາກລັດ, ສື່ມວນຊົນທີ່ໜ້າເຊື່ອຖື ຫຼື ຈາກພາກສ່ວນທີ່ກ່ຽວຂ້ອງໂດຍກົງເທົ່ານັ້ນ;

ຢຸດການແຊຣ໌ຂໍ້ມູນທີ່ບໍ່ມີແຫຼ່ງທີ່ມາ ກໍຄືການສົ່ງຕໍ່ຂໍ້ມູນທີ່ບໍ່ຖືກຕ້ອງ ບໍ່ພຽງແຕ່ສ້າງຄວາມປັ່ນປ່ວນໃຫ້ສັງຄົມ ແຕ່ຍັງອາດມີຄວາມຜິດທາງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກຳທາງຄອມພິວເຕີ.

ຂໍ້ມູນ: ສະຖານີວິທະຍຸແລະໂທລະພາບເມືອງໂຂງ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles