ເພື່ອຄວາມປອດໄພ ເມືອງຊະນະສົມບູນ ແຂວງຈຳປາສັກ ສັ່ງຫ້າມນຳປາທີ່ຕາຍຢູ່ນ້ຳເຊໂດນມາບໍລິໂພກ ແລະ ຫ້າມເອົານ້ຳເຊມາໃຊ້

ປະທານຄະນະກໍາມະການປົກຄອງເມືອງຊະນະສົມບູນ ຈື່ງໄດ້ແຈ້ງການເຖິງຄະນະພັກຮາກຖານຕາແສງ, ນາຍບ້ານ, ທີ່ອາໃສຢູ່ຕາມຂອບເຂດແຄມແມ່ນໍ້າເຊໂດນພາຍໃນເມືອງ ຊະນະສົມບູນ.

ໂດຍເຫັນວ່າໃນຊ້ວງວັນທີ 28 ເມສາ 2026 ຫາ ວັນທີ 4 ພຶດສະພາ 2016 ເກີດປະກົດເຫັນປາຕາຍຈໍານວນຫຼາຍໃນແມ່ນໍ້າເຊໂຕນ ເຊິ່ງຍັງບໍ່ທັນຮູ້ສາເຫດການຕາຍຂອງປາ ຈິ່ງໄດ້ໃຫ້ການຈັດຕັ້ງທຸກພາກສ່ວນ ເອົາໃຈໃສ່ໃນການຕິດຕາມເຝົ້າລະວັງສະພາບການດັ່ງກ່າວ.

1. ມອບໃຫ້ຫ້ອງການກະສິກໍາ ແລະ ສິ່ງ ແວດລ້ອມ ເມືອງ ຊະນະສົມບູນປະສານສົມທົບກັບການຈັດຕັ້ງທຸກພາກ ສ່ວນລົງຕິດຕາມຢ່າງໃກ້ຊິດ, ເພື່ອບໍ່ໃຫ້ເກີດການແຜ່ລະບາດເປັນວົງກ້ວາງເຊັ່ນ: ສັດ-ສັດ, ສັດ-ຄົນ, ທີ່ອາດຈະເກີດ ຂື້ນໄດ້ພ້ອມທັງເກັບມຽນທໍາລາຍ ຊາກປາທີ່ຕາຍເຫນົ່າເປື່ອຍຢູ່ຕາມແຄມແມ່ນໍ້າເຊໂດນຂື້ນມາທໍາລາຍຖິ້ມ.

2. ມອບໃຫ້ຫ້ອງການສາທາລະນະສຸກເມືອງ ຊະນະສົມບູນ ລົງຕິດຕາມກວດກາກ່ຽວກັບພະຍາດທີ່ເກີດຂື້ນ.

3. ຫ້າມບໍ່ໃຫ້ພໍ່, ແມ່ ປະຊາຊົນທີ່ອາໃສຢູ່ຕາມແຄມແມ່ນໍ້າເຊໂດນໂດຍສະເພາະຂອບເຂດບໍລິເວນທີ່ປາຕາຍບໍ່ໃຫ້ນໍ ເອົາປາມາບໍລິໂພກເດັດຂາດ

4. ຫ້າມນໍາເອົານໍ້າເຊຂື້ນມານໍາໃຊ້ໃນຊີວິດປະຈໍາວັນຄົວເຮືອນ ຫຼື ນໍາມາລ້ຽງສັດເດັດຂາດຈົນກ່ວາສະພາບນໍ້າຈະເປັນ ປົກກະຕິ

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ລາຍລະອຽດຕາມແຈ້ງການດ້ານລຸ່ມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles