ຍີ່ປຸ່ນ ຊ່ວຍເຫຼືອລ້າກວ່າ 370 ລ້ານກີບ ເພື່ອກໍ່ສ້າງລະບົບນ້ຳລິນ ຢູ່ເມືອງບູນໃຕ້ ແຂວງຜົງສາລີ

ໃນວັນທີ 4 ມີນາ 2026​ ນີ້, ທີ່ສຳນັກງານປົກຄອງແຂວງຜົ້ງສາລີ ໄດ້ມີພິທີເຊັນສັນຍາຮັບທຶນຊ່ວຍເຫຼືອລ້າ ເພື່ອກໍ່ສ້າງລະບົບນ້ຳລິນ ຢູ່ບ້ານມູຕຶນ ເມືອງບູນໃຕ້.

ໂຄງການດັ່ງກ່າວ​ ເປັນສ່ວນໜຶ່ງຂອງ “ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນພື້ນຖານ (GGP)” ຈາກລັດຖະບານຍີ່ປຸ່ນ.

ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ. ຜູ້ຮ່ວມລົງນາມໃນສັນຍາປະກອບມີ:

ຝ່າຍຍີ່ປຸ່ນ: ທ່ານ ໂຄອິຊຶມິ ຊຶໂຕມຸ, ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ.

ຝ່າຍລາວ: ທ່ານ ນາງ ແປງ ສຸກລາສີ, ຫົວໜ້າຫ້ອງການສາທາລະນະສຸກເມືອງບູນໃຕ້.

ລັດຖະບານຍີ່ປຸ່ນ ໄດ້ຕົກລົງມອບທຶນຊ່ວຍເຫຼືອລ້າໃນຄັ້ງນີ້ ເປັນມູນຄ່າທັງໝົດ 17,400 ໂດລາສະຫະລັດ ຫຼື ປະມານ 370​ກວ່າລ້ານກີບ.

ການກໍ່ສ້າງລະບົບນ້ຳລິນໃນຄັ້ງນີ້ ແມ່ນແນໃສ່ຍົກລະດັບຄຸນນະພາບຊີວິດ ແລະ ສຸຂະອະນາໄມຂອງປະຊາຊົນໃນເຂດຫ່າງໄກສອກຫຼີກ ໃຫ້ສາມາດເຂົ້າເຖິງແຫຼ່ງນ້ຳທີ່ສະອາດ ແລະ ພຽງພໍຕໍ່ການຊົມໃຊ້ໃນຊີວິດປະຈຳວັນ.

ທີ່ມາ: ຂ່າວສານແຂວງຜົ້ງສາລີ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles