ຫ້ອງວ່າການເມືອງ ຂໍຖືເປັນກຽດແຈ້ງມາຍັງ ບັນດາທ່ານຫົວຫນ້າຫ້ອງການ, ອົງການທຽບເທົ່າຂັ້ນເມືອງ, ຫົວ ຫນ້າກອງບັນຊາການ ປກຊ-ປກສ ເມືອງ, ຫ້ອງການໄຟຟ້າ, ອໍານວຍການໂຮງຮຽນ ແລະ ໂຮງຫນໍຊຸມຊົນ, ບັນດາທ່ານ ເລຂາຄະນະພັກຮາກຖານກຸ່ມ 8 ກຸ່ມ, ເລຂາພັກ-ນາຍບ້ານໃນທົ່ວເມືອງຜົ້ງສາລີຊາບ, ເລຶ່ອງການເຄື່ອນໄຫວຂອງພວກ ສະແກມເມີ ເຂົ້າມາຢູ່ເມືອງຜົ້ງສາລີ. ເພື່ອເປັນການຈັດຕັ້ງປະຕິບັດ ໃນການດໍາລົງຊີວິດປະຈໍາວັນຂອງພະນັກງານທຸກ ທ່ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພຕໍ່ສັບສິນເງິນຄໍາຂອງທຸກທ່ານຈົ່ງມີ ສະຕິລະວັງຕົວເນື່ອງຈາກວ່າພວກກຸ່ມຄົນບໍ່ດີບໍ່ຫວັງດີເປັນຕົ້ນແມ່ນພວກສະແກມເມີ ຈະດຶງດູດເງິນໃນບັນຊີຂອງທ່ານ ໂດຍທີ່ບໍ່ຮູ້ສຶກຕົວຢ່າຫຼົງເຊື່ອໃນການໃຫ້ຂໍ້ມູນຂອງທ່ານໂດຍບໍ່ປະຕິບັດຕາມຂັ້ນຕອນເວລາມີຜູ້ໂທຫາຫ້າມບໍ່ຕ້ອງໃຫ້ຂໍ້ ມູນໃນການແນະນໍາຂອງພວກສະແກມເມີໂດຍເດັດຂາດເປັນຕົ້ນຄໍາເວົ້າທີ່ວ່າທ່ານເປັນຜູ້ໂຊກດີ, ທ່ານຖືກລາງວັນເປັນ ເງິນສົດ, ໄດ້ຮັບໂທລະສັບໄອໂຟນ, ບໍ່ໃຫ້ຂໍ້ມູນເລກບັນຊີ ແລະ ອື່ນໆ .
(ຫ້າມຮັບໂທລະສັບເບີແປກ ຫຼື ເບີທີ່ທ່ານບໍ່ ຮູ້ຈັກ). ໂດຍສະເພາະເບີທີ່ມີ ຫມາຍບວກເຊັ່ນ: +888021113927, +18446963068 ນອກຈາກນີ້ກໍ່ຍັງມີຫຼາຍເບີ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງໃຫ້ທຸກທ່ານຈົ່ງຮັບຮູ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.
ລາຍລະອຽດຕາມແຈ້ງການ


