ແຂວງຈຳປາສັກ ຕັ້ງເປົ້າ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 4 ຫຼຽນທອງແດງ ໃນງານກີລາຄົນພິການແຫ່ງຊາດ

ໃນວັນທີ​ 10 ທັນວາ​ 2025​ ທີ່ຜ່ານມາ​ ທ່ານ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງຈຳປາສັກ ພ້ອມດ້ວຍ​ຄະນະການນໍາ​ແຂວງ​ ໄດ້ເຄື່ອນໄຫວພົບປະໂອ້ລົມຊຸກຍູ້ ແລະ​ ໃຫ້ກໍາລັງໃຈ ນັກກິລາທີ່ເຂົ້າຮ່ວມແຂ່ງຂັນ​ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ IV​ ທີ່ນະຄອນ​ຫຼວງວຽງຈັນ​ ຈັດຂຶ້ນ​ໃນວັນທີ 13 -​ 19 ທັນວາ 2025​ ນີ້.

ໂດຍຈະມີການຊີງໄຊກັນທັງໝົດ 172 ລາຍການ ໃນ 9 ປະເພດກິລາ​ ຄື: ກິລາຍົກນ້ຳໜັກ,​ ລອຍນ້ຳ,​ ແລ່ນ – ລານ,​ ໂກນບານ,​ ບານບ້ວງລໍ້ເລື່ອນ,​ ບານເຕະ 5 ຄົນ ພິການຕາ,​ ບອ໋ດເຊຍ, ດອກປີກໄກ່​ ແລະ​ ກິລາຟັນດາບ.​

ສໍາລັບແຂວງຈຳປາສັກ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 38 ລາຍການ ໃນ 5 ປະເພດ​ ຄື: ກິລາແລ່ນ – ລານ,​ ຍົກນ້ຳໜັກ,​ ລອຍນ້ຳ,​ ບອ໋ດເຊຍ​ ແລະ​ ກິລາບານບ້ວງລໍ້ເລື່ອນ.​

ແຜນຄາດຄະເນ ຈະສູ້ຊົນໃຫ້ໄດ້ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 4 ຫຼຽນທອງ ໃຫ້ໄດ້ຢູ່ອັນດັບທີ 7 ໃນທົ່ວປະເທດ.​

ທ່ານ​ ອາລຸນໄຊ​ ສູນນະລາດ​ ໄດ້ມີຄໍາເຫັນ​ໂອ້ລົມ​ ວ່າ​: ກ່ອນອື່ນ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງວຽກງານກິລາ​ ຕໍ່ກັບການພັດທະນາເສດຖະກິດ -​ ສັງຄົມ​ ທັງເປັນການສ້າງຜົນງານ,​ ສ້າງຂະບວນການຂໍ່ານັບຊົມເຊີຍວັນສໍາຄັນຂອງພັກ – ຂອງຊາດ​.​

ພ້ອມນີ້​ ທ່ານຍັງເນັ້ນໜັກໃຫ້ຄະນະ​ນໍາ,​ ຄູຝຶກ ແລະ ນັກກິລາທຸກຄົນ​ ໃຫ້ຮັບຮູ້ເຂົ້າໃຈພາລະບົດບາດຂອງຕົນ ທີ່ເຂົ້າຮ່ວມແຂ່ງຂັນ ແມ່ນໃນນາມເປັນຕົວແທນຂອງແຂວງ,​ ຍ້ອນແນວນັ້ນ ນັກກິລາທຸກຄົນຕ້ອງມີຄວາມສາມັກຄີ,​ ມີນໍ້າໃຈເສຍສະຫຼະ, ມີຄວາມອົດທົນ ແລະ ມີຄວາມຮັບຜິດຊອບສູງ​ ຕໍ່ໜ້າທີ່ຂອງຕົນ, ຮັກສາ​ສຸຂະພາບ,​ ຟັງຄວາມຄູຝຶກ,​ ໄປລາມາຄອບ, ຮັກສາ​ ແລະ​ ມີມາລະຍາດ,​ ຄຸນສົມບັດຂອງນັກກິລາ ທັງເກັ່ງ​ ທັງດີ ແລະ​ ມີລະບຽບວິໄນ,​ ບໍ່ໃຊ້ກໍາລັງ,​ ຮູ້ໄດ້​ ຮູ້ເສຍ,​ ຮູ້ໃຫ້ອະໄພ,​ ກິລາ​ເພື່ອ​ສຸຂະພາບ​ມິດຕະພາບ​ ແລະ​ ການພັດທະນາ​,​ ເວລາແຂ່ງຂັນ​ ກໍເຮັດໃຫ້ສຸດຄວາມສາມາດ, ສູ້ດ້ວຍນໍ້າໃຈນັກກິລາ,​ ກິລາ​ເພື່ອ​ສຸຂະພາບ, ເພື່ອມິດຕະພາບ​ ແລະ​ ການພັດທະນາ, ບຸກບືນສູ້ຊົນຍາດໃຫ້ໄດ້ໄຊຊະນະ, ຊະນະເລີດ ມາໃຫ້ພໍ່ແມ່ພິ່ນ້ອງຊາວແຂວງຈໍາປາສັກ.​

ທີ່ມາ: ຈຳປາໃໝ່

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles