ຄົນທຳອິດ ໃນອາຊຽນແລ່ນ 100 ແມັດ ໃຊ້ເວລາຕ່ຳກວ່າ 10 ວິນາທີ

ນັກກິລາແລ່ນລານ​ ຊາວໄທ ທ້າວ​ ພູຣິພົນ ບຸນສັນ ໄວ​ 19​ ປີ​ ສ້າງປະຫວັດສາດໜ້າໃໝ່​ໃນອາຊຽນ​ ແລະ​ ອາຊີ ໂດຍສະເພາະໃນງານມະຫະກຳກິລາຊີເກມ ຄັ້ງທີ​ 33 ທີ່ປະເທດໄທ​ເປັນ​ເຈົ້າພາບ.​

ເຊິ່ງ ນັກກິລາແລ່ນລານ​ ທີມຊາດໄທ ໄດ້ແລ່ນເຂົ້າເສັ້ນໄຊ 100 ແມັດຊາຍ ໃນຮອບຄັດເລືອກ ຊີເກມ 2025 ດ້ວຍເວລາ 9.94 ວິນາທີ, ເຊິ່ງຖືເປັນສະຖິຕິທີ່ຕ່ຳກວ່າ 10 ວິນາທີ, ກ່ອນທີ່ຈະຄວ້າຫຼຽນຄໍາໃນຮອບຊີງຊະນະເລີດ​ ດ້ວຍເວລາ 10.00 ວິນາທີ ເມື່ອວັນພະຫັດ ທີ 11 ທັນວາ 2025​ ທີ່ຜ່ານມາ.

ຫຼ້າສຸດ, ສະຫະພັນກິລາໂລກ (World Athletics) ໄດ້ທຳການຮັບຮອງສະຖິຕິຂອງນັກແລ່ນໄທ​ ໄວ​ 19​ ປີ​ ຄົນນີ້ແລ້ວ, ສະຖິຕິດັ່ງກ່າວເປັນສະຖິຕິທີ່ດີສຸດຂອງ ພູຣິພົນ ແລະ ເປັນສະຖິຕິໃໝ່ຂອງທະວີບອາຊີ ໃນຮຸ່ນອາຍຸ 20 ປີ.

ຈາກສະຖິຕິດັ່ງກ່າວ, ເຮັດໃຫ້ “ບິວ” ກ້າວຂຶ້ນເປັນ ນັກແລ່ນທີ່ໄວທີ່ສຸດອັນດັບ 5 ຂອງໂລກ ໃນຮຸ່ນອາຍຸ 20 ປີ, ລວມທັງເປັນ ນັກແລ່ນທີ່ໄວທີ່ສຸດອັນດັບ 3 ຕະຫຼອດການຂອງທະວີບອາຊີ, ເປັນຮອງພຽງ:

– ຊູ ປິງ ທຽນ ນັກແລ່ນຈາກຈີນ ເຄີຍເຮັດໄວ້ທີ່ 9.83 ວິນາທີ ໃນໂອແລມປິກ ປີ 2021.​

– ເຟມີ ໂອກູໂນເດ ຈາກກາຕາ 9.91 ວິນາທີ ທີ່ເຮັດໄວ້ໃນກິລາຊີງແຊ້ມອາຊີ 2015 ທີ່ປະເທດຈີນ.

ນອກຈາກນີ້, ຍັງຖືເປັນແຊ້ມສະໄໝທີ 2 ຂອງລາວ​ ໃນລາຍການຊີເກມ ຫຼັງຈາກທີ່ເຄີຍເຮັດໄດ້ໃນປີ 2021.

ທີ່ມາ: ໂທລະພາບ​ PPTV​ 36

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles