ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ອອກແຈ້ງການ (ເລກທີ 2382/ສກນວ, ລົງວັນທີ 22 ກໍລະກົດ 2026) ເຖິງນ້ອງໆ ນັກຮຽນທີ່ຮຽນຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ໃນປີສຶກສາ 2025-2026 ທົ່ວນະຄອນຫຼວງວຽງຈັນ ທັງພາກລັດ, ເອກະຊົນ ແລະ ມັດທະຍົມສົມບູນ ທີ່ມີຄວາມສົນໃຈສະໝັກຮັບທຶນການສຶກສາ ເພື່ອເຂົ້າຮຽນຕໍ່ຢູ່ ມະຫາວິທະຍາໄລແຫ່ງຊາດ!
ເງື່ອນໄຂ ແລະ ລາຍລະອຽດການສະໝັກ:
ເງື່ອນໄຂຜູ້ສະໝັກ: ຕ້ອງເປັນຜູ້ທີ່ມີຜົນການຮຽນດີ , ຄະແນນສອບເສັງຈົບຊັ້ນ ມ.7 ປີສຶກສາ 2025-2026 ຄະແນນສະເລ່ຍບໍ່ຫຼຸດ 7 ຄະແນນ ແລະ ຄະແນນຂອງແຕ່ລະວິຊາ ບໍ່ຫຼຸດ 6 ຄະແນນ.
ການເລືອກສາຂາຮຽນ: ນັກຮຽນ 1 ຄົນ ສາມາດເລືອກເອົາວິຊາຫຼັກໄດ້ 1 ສາຂາວິຊາຮຽນ ແລະ ເລືອກວິຊາສຳຮອງໄດ້ 1 ສາຂາວິຊາຮຽນ.
ເອກະສານປະກອບ: ສຳເນົາ (ກ໋ອບປີ່) ໃບປະກາດ, ໃບຄະແນນ ແລະ ເອກະສານຄັດຕິດຕາມແບບຟອມ.
ກຳນົດເວລາ ແລະ ສະຖານທີ່: ຍື່ນຟອມສະໝັກໄດ້ຕັ້ງແຕ່ ວັນທີ 27 ກໍລະກົດ ຫາ 24 ສິງຫາ 2026 ຢູ່ທີ່ ຂະແໜງວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ (ຊັ້ນ 3, ຫ້ອງ 15) ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ.
ໝາຍເຫດ: ຖ້ານັກຮຽນຜູ້ໃດທີ່ໄດ້ຮັບທຶນເບ້ຍລ້ຽງຈາກຕົວເລກແບ່ງປັນແລ້ວ ບໍ່ໄປລົງທະບຽນຕາມກຳນົດເວລາ ຫຼື ລົງທະບຽນແລ້ວແຕ່ບໍ່ໄປຮຽນ ຈະບໍ່ສາມາດປ່ຽນແທນໄດ້ ແລະ ຖືວ່ານັກຮຽນຜູ້ຄົນນັ້ນສະຫຼະສິດ!
ນ້ອງໆ ມ.7 ຜູ້ໃດທີ່ມີຄະແນນເຖິງເກນ ແລະ ຢາກຄວ້າໂອກາດຮຽນຕໍ່ ມຊ ຢ່າລືມຮີບຮ້ອນປະກອບເອກະສານ ແລ້ວໄປຍື່ນໃຫ້ທັນຕາມກຳນົດເວລາເດີ້!


