ປີໃໝ່ປີນີ້ ລູກຫລານທັງຫລາຍ ຢ່າລືມພາກັນ ຫົດສົງພຣະອໍລະຫັນຢູ່ເຮືອນແດ່ເດີ!

ຖ້າວ່າ: ໃນກໍລະນີ ພໍ່ແມ່ລົ້ມຫາຍຕາຍຈາກ ໃຫ້ເອົາ ເອື້ອຍກົກ ອ້າຍກົກແທນກໍ່ໄດ້ ຫລື ມາລ້າງອັດຖິເຈດີ ຂອງພໍ່ແມ່ ຂອງຍາດ ຫລື ຜູ້ມີພະຄຸນທັງຫລາຍ ຖ້າລູກຫລານ ພາກັນເຮັດໄດ້ ກໍ່ຍິ່ງເປັນການດີ.

ພິທີຫົດສົງ ລ້າງມື ລ້າງຕີນ ຂໍຂະມາ ພໍ່-ແມ່ ຫົດນ້ຳ ຂໍພອນ ມື້ສົງການ ວັນປີໃໝ່ລາວ ປະເພນີຫົດນ້ຳ ດຳຫົວ ຂໍຂະມາຂໍໂທດ ຜູ້ໃຫຍ່, ຜູ້ມີພະຄຸນ ທີ່ຕົນຮັກ ແລະເຄົາລົບນັບຖື ຖືວ່າເປັນເລື່ອງສຳຄັນ ໃນຊ່ວງເທສະການສົງການນີ້ ການຂໍຂະມາ ພໍ່ ແລະ ແມ່ ຕາມທຳນຽມບູຮານເຮົາຖືກັນມາ ເປັນການສະແດງເຖິງຄວາມກະຕັນຍູ ກະຕະເວທີຕໍ່ຜູ້ມີພະຄຸນ ຫລື ເອີ້ນອິກຢ່າງໜຶ່ງວ່າ ເປັນການລ້າງອາຖັນ ເສີມມົງຄົນຊີວິດ ເພື່ອປົດປ່ອຍ ວິບາກກຳ ທີ່ບາງຄົນ ບາງທ່ານ ກຳລັງຜະເຊີນ ກັບເລື່ອງລາວຕ່າງໆ ເອີ້ນວ່າອະກຸສົນວິບາກ.

ໃນການສະສົມບຳເພັນຕົນໃຫ້ດີຂຶ້ນ ຊຶ່ງປະເພນີຫົດນ້ຳດຳຫົວ ເປັນສິ່ງທີ່ເຮັດຕໍ່ເນື່ອງກັນມາຍາວນານໃນປີໃໝ່ລາວເຮົາ ພ້ອມທັງ ຮັບຄຳອວຍພອນຈາກພໍ່ແມ່ ຄູບາອາຈານ ເພື່ອສິຣິມົງຄຸນຂອງຊີວິດ ແລະ ປະເພນີນີ້ ຍັງຊົງຄຸນຄ່າມາຈົນເຖິງທຸກມື້ນີ້ ດັ່ງນັ້ນແລ້ວ ຄົນລາວເຮົາ ບໍ່ຄວນເບິ່ງຂ້າມ.

ສິ່ງທີ່ຕ້ອງກຽມຄື:

ພາພານ. ​

ທຽນຂັນ​ 5.

ສີ້ນຜືນແພວາ.

ພວງມາໄລ ດອກໄມ້ 1 ພວງ.

ຊອງໃສ່ປັດໄຈໃຫ້ພໍ່ແມ່ເທົ່າໃດກໍ່ໄດ້ ຖືວ່າເປັນການຊື້ຊີວິດໃໝ່ ຈາກບຸບປະກາຣີ.

ຊື້ຊຸດໃໝ່ໃຫ້ພໍ່ແມ່ ທີ່ທ່ານມັກ.

ຂັນ ຫຼື ໂອ ໃສ່ນ້ຳອົບ ນ້ຳຫອມ.

ຜ້າເຊັດມື ເຊັດຕີນ ຜືນໃໝ່.

ຜ້າຂາວ.

ຈາກນັ້ນ ພາກັນຕັ້ງຈິດອະທິຖານ, ກາບລົງ 3 ເທື່ອ ຍໍຂັນ 5, ຕັ້ງນະໂມ ແລ້ວກ່າວຄຳຂໍຂະມາ ລາໂທດ.

ຄຳຂໍຂະມາລາໂທດ:

ຕັ້ງນະໂມ 3 ຮອບ (ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສໍາມາສໍາພຸດທັດສະ)

ກາຍະກຳມັງ ວະຈີກຳມັງ

ມະໂນກຳມັງ ໂຍໂທໂສ

(ຂ້າພະເຈົ້າຊື່……..)

ລູກຂໍຂະມາ ກາບໄຫວ້ ຂໍບູຊາ ບິດາ ມານດາ ຜູ້ມີພະຄຸນ ຜູ້ເປັນພະອໍຣະຫັນ ຜູ້ເປັນພະພົມ ເປັນເທບທິດາເຈົ້າ ແລະ ເປັນສິ່ງສັກສິດຂອງລູກທັງຫຼາຍ ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ ອັນລູກທັງຫຼາຍ ໄດ້ກະທຳປະມາດພາດພັ້ງລ່ວງເກີນໄປແລ້ວ ດ້ວຍຄວາມໂງ່ເຂົາ ເບົາປັນຍາ ທັງຕໍ່ໜ້າ ແລະ ລັບຫຼັງກໍ່ດີ ທັງໃນໃຈກໍ່ດີ ທັງໃນອະດີດກໍ່ດີ ທັງໃນປັດຈຸບັນກໍ່ດີ ໂດຍເຈດຕະນາກໍ່ດີ ບໍ່ໄດ້ເຈດຕະນາກໍ່ດີ ການກະທຳໃດ ອັນພວກລູກ ໄດ້ກະທຳແລ້ວ​ ດ້ວຍ ໂລພະຈະລິດ ໂທສະຈະລິດ ໂມຫະຈະລິດ ຕໍ່ບິດາມານດາ ຜູ້ມີພະຄຸນ.

ມື້ນີ້ ລູກໄດ້ພ້ອມພຽງກັນນຳມາ ມີດອກໄມ້ ທູບທຽນ ຂອງຫອມ ກັບນ້ຳອັນບໍລິສຸດນີ້ ຕະຫລອດເຖິງຊັບບັນນາການ ອັນຫາມາໄດ້ໂດຍຍາກ ລູກຂໍບູຊາ ພະຄຸນ ບິດາ ມານດາ ຜູ້ໃຫ້ກຳເນີດລູກມາ ແລະໄດ້ລ້ຽງດູ ທະນຸທະໜອມ ໃຫ້ສັບພະວິຊາຄວາມຮູ້ ຈົນເຕີບໃຫຍ່ ຫາລ້ຽງຕົນໄດ້ ໃນປະຈຸບັນນີ້ ລູກຈະບໍ່ລືມພະຄຸນ ຈະຕັ້ງຕົນເປັນຄົນດີ ໃຫ້ສົມກັບທີ່ໄດ້ເກີດມາເປັນລູກຂອງພໍ່ແມ່.

ດ້ວຍອຳນາດແຫ່ງຄວາມຮັກ ແລະ ສັດຈະວາຈານີ້ ລູກກາບຂໍຂະມາ ຕໍ່ພໍ່ແມ່ ກຳທັງຫລາຍ ທັງປວງ ທີ່ລູກໄດ້ກະທຳໄປແລ້ວ ນັບຈາກອະດີດ ຈົນເຖິງປະຈຸບັນ.

ຂໍພໍ່ແມ່ ຜູ້ມີພະຄຸນ ຈົ່ງເມດຕາງົດເສຍຍັງໂທດ 🕊️ ທີ່ລູກໄດ້ລ່ວງເກີນໄປນັ້ນ ແລະ ຂໍໃຫ້ພໍ່ແມ່ຈົ່ງອະໂຫສິກໍາໃຫ້ແກ່ພວກລູກ ເພື່ອບໍ່ໃຫ້ເປັນບາບເປັນກໍາ ການກະທໍາທັງຫມົດ ທີ່ລູກໄດ້ກະທໍາ ຕໍ່ບິດາ ມານດາໃນການຕໍ່ໄປ ບຸນທັງຫຼາຍທີ່ລູກໄດ້ກະທຳມາແລ້ວ ທັງອາດີດຈົນເຖິງ ປັດຈຸບັນ ຂໍພໍ່ແມ່ ຈົ່ງເປັນຜູ້ມີສ່ວນຮ່ວມ ໃນບຸນຂອງລູກນັ້ນ ຂໍໃຫ້ພໍ່ແມ່ຈົ່ງເປັນຜູ້ມີອາຍຸຍືນ ມີສຸຂະພາບ ຮ່າງກາຍ ແຂງແຮງ ແລະ ຈິດໃຈເຂັ້ມແຂງ ປາສະຈາກທຸກໂສກ ແລະ ຫາຍພະຍາດໂລຄາ ໂລກໄພທັງປວງ ຢູ່ເປັນຮົ່ມໂພ ຮົ່ມໄຊ ແລະ ເປັນເນື້ອນາມບຸນ ຂອງລູກທັງຫຼາຍ ຕະຫຼອດໄປ ເທີ້ນ ສາທຸ ສາທຸ ສາທຸ…..

(ຈາກນັ້ນ ພວກລູກ ກາບລົງ )

ກາເຍນະ ວາຈາຍະວະເຈ ຕະສາວາ ມາຕາປິຕຸຄຸນັງ ກຸກັມມັງ ປະກະຕັງ ມະຍາຍັງ ມາຕາປິຕຸ ກຸກັມມະ ອັດຈະຍັນຕັງ ກາຣັນຕະເຣ ສັງວະຣິຕຸງ ມາຕາປິຕະເຣ.

ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ ທີ່ລູກໄດ້ກະທຳລ່ວງເກີນຕໍ່ ບີດາ ມານດາ ຕໍ່ຜູ້ມີພະຄຸນ ຂໍບິດາ ມານດາ ຜູ້ມີພະຄຸນ ຈົ່ງງົດເສຍຍັງໂທດ ທີ່ລູກລ່ວງເກີນນັ້ນ ຂໍໃຫ້ພໍ່ແມ່ ຈົ່ງອະໂຫສີກຳ ໃຫ້ແກ່ລູກທັງຫຼາຍດ້ວຍເທີ້ນ.

(ຈາກນັ້ນພໍ່ແມ່ ກ່າວຄຳວ່າ ສາທຸ)

ລູກກາບ 3 ເທື່ອ ແລ້ວເຄນພານດອກໄມ້ ຫົດສົງນ້ຳທີ່ມື ຫົດສົງນ້ຳທີ່ຕີນ ເພື່ອຄວາມເປັນສິຣິມົງຄຸນ ຂອງພວກລູກທັງຫລາຍ.

ຂອບໃຈຂໍ້ມູນດີໆຈາກ: ພຣະອາຈານ ໄຊພອນ ພາວົງສັກ.

Lao Youth​ Radio​ FM​90​MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles