ວັນທີ 23 ມີນາ ຂອງທຸກປີ ບໍ່ແມ່ນມື້ທຳມະດາ ເພາະມັນຄືມື້ທີ່ທົ່ວໂລກພ້ອມໃຈກັນມອບຄວາມຮັກໃຫ້ກັບເຈົ້າສີ່ຂາໂຕນ້ອຍ ໃນ “ວັນລູກໝານ້ອຍແຫ່ງຊາດ” ທີ່ເລີ່ມກໍ່ຕັ້ງມາຕັ້ງແຕ່ປີ 2006 ໂດຍທ່ານ Colleen Paige ຜູ້ຊ່ຽວຊານດ້ານສັດລ້ຽງນັ້ນເອງ.
ແຕ່ຮູ້ບໍ່ວ່າ… ມື້ນີ້ເພິ່ນບໍ່ໄດ້ຕັ້ງຂຶ້ນມາເພື່ອເບິ່ງຄວາມໜ້າຮັກຢ່າງດຽວ ແຕ່ຍັງມີພາລະກິດທີ່ຍິ່ງໃຫຍ່ຊ້ອນຢູ່ນຳ:
1. ຮັບລ້ຽງແທນການຊື້
ເປັນການສົງເຄາະ ແລະ ມອບຊີວິດໃໝ່ໃຫ້ກັບລູກໝາທີ່ບໍ່ມີເຮືອນ ຫຼື ເຈົ້າຂອງ ຕາມສະຖານສົງເຄາະຕ່າງໆ. ການຮັບລ້ຽງຄືການຊ່ວຍໃຫ້ພວກເຂົາໄດ້ມີຄອບຄົວທີ່ອົບອຸ່ນອີກຄັ້ງ.
2. ຢຸດສະໜັບສະໜູນຟາມທີ່ທາລຸນສັດ
ຮ່ວມກັນຕໍ່ຕ້ານຟາມລູກໝາທີ່ເນັ້ນແຕ່ກຳໄລ ໂດຍບໍ່ສົນໃຈສຸຂະພາບຂອງແມ່ພັນ ແລະ ລູກໝາ. ການເລືອກຮັບລ້ຽງທີ່ຖືກວິທີ ຈະຊ່ວຍຫຼຸດຜ່ອນຂະບວນການທີ່ໂຫດຮ້າຍນີ້ໄດ້.
3. ການຮຽນຮູ້ຄວາມຮັບຜິດຊອບ
ການລ້ຽງລູກໝາ 1 ໂຕ ບໍ່ແມ່ນແຕ່ຄວາມມ່ວນຊົ່ວຄາວ ແຕ່ມັນຄື “ພັນທະໄລຍະຍາວ” ທີ່ເຮົາຕ້ອງກຽມພ້ອມທັງຄວາມຮັກ ເວລາ ແລະ ທຶນຮອນໃນການເບິ່ງແຍງສຸຂະພາບຂອງພວກເຂົາ.
ໂພສຮູບໜ້າຮັກໆຂອງນ້ອງໝາເພື່ອສ້າງຮອຍຍິ້ມໃຫ້ໝູ່ເພື່ອນ ແລ້ວຢ່າລືມຕິດແຮັສແທັກ #NationalPuppyDay ນຳເດີ້
ແຫຼ່ງຂໍ້ມູນ: TNN Health


