ບໍລິສັດ ຈ້າງແມວໃຫ້ຍ່າງກວດກາພາຍໃນຫ້ອງການ ມີບັດພະນັກງານ-ສັນຍາຈ້າງ ແລະ ສະຫວັດດີການ

ບໍລິສັດ Geotest ບໍລິສັດວິສະວະກຳ ທາງທໍລະນີໃນປະເທດເມັກຊິກ ກຳລັງກາຍເປັນໄວຣັລ ຫຼັງຈາກມີ “ພະນັກງານ” ທີ່ພິເສດສຸດໆ ບໍ່ຕ້ອງເຂົ້າປະຊຸມ ບໍ່ຕ້ອງຂຽນລາຍງານ ໜ້າທີ່ມີພຽງແຕ່ຢ່າງກວດກາ ແລະ ສ້າງຄວາມສຸກພາຍໃນຫ້ອງການ

ເລື່ອງລາວສຸດອົບອຸ່ນເລີ່ມຈາກພະນັກງານຂອງບໍລິສັດໄດ້ຊ່ວຍແມວຈອນຈັດໂຕໜຶ່ງເອົາໄວ້ ແລະ ຕັ້ງຊື່ໃຫ້ວ່າ “Miauricio” ຄວາມໜ້າຮັກຂອງມັນເຮັດໃຫ້ພະນັກງານທັງຫ້ອງການຕົກຂຸມຮັກ ຈຶ່ງຕັດສິນໃຈຮັບລ້ຽງຮ່ວມກັນ ແລະ ໃຫ້ຫ້ອງການກາຍເປັນເຮືອນຂອງມັນ

ເພື່ອໃຫ້ຮູ້ສຶກວ່າເປັນສ່ວນໜຶ່ງຂອງອົງກອນ ບໍລິສັດຈຶ່ງໄດ້ໃສ່ຊື່ແມວໂຕນີ້ເຂົ້າໃນທະບຽນພະນັກງານລູກຈ້າງຢ່າງເປັນທາງການ ພ້ອມຕິດຮູບຖ່າຍໃນຫ້ອງການ ເປັນຮູບທີ່ມັນໃສ່ຊຸດສູດນ້ອຍໆ ໜ້າຕາຈິງຈັງ ວາງຄູ່ກັບຮູບວິສະວະກອນຄົນອື່ນໆ

ສິ່ງທີ່ຫຼາຍຄົນອິດສາທີ່ສຸດຄື “ສັນຍາຈ້າງວຽກສະເພາະ” ຂອງເຈົ້າແມວ ທີ່ເຕັມໄປດ້ວຍຄວາມອົບອຸ່ນພ້ອມກັບຮ້ອຍຍິ້ມ ເຊັ່ນ ເລີ່ມວຽກທັນທີຫຼັງຕື່ນນອນ, ເລີກວຽກເມື່ອຮູ້ສຶກເບື່ອ ແລະ ມີສິດນອນຢ່າງໜ້ອຍມື້ລະ 7 ຄັ້ງ.

ດ້ານໜ້າທີ່ຮັບຜິດຊອບ ປະກອບມີ ເຝົ້າທາງເຂົ້າອອກດ້ວຍສາຍຕາທີ່ເຕັມໄປດ້ວຍຄວາມຮັກ, ກວດກະເປົາເພື່ອນຮ່ວມງານໂດຍບໍ່ຕ້ອງມີໝາຍ ແລະ ນັ່ງທັບເອກະສານສຳຄັນ ເປັນຕົ້ນ ສ່ວນສະຫວັດດີການກໍມີທັງປະກັນສັດລ້ຽງ ແລະ ງົບປະມານຊື້ອາຫານ

ສິ່ງທີ່ບໍລິສັດໄດ້ຮັບຕອບແທນຈາກພະນັກງານແມວໂຕນີ້ຄື “ສຽງອອນ” ຢ່າງມືອາຊີບ ແລະ ການຍອມໃຫ້ພະນັກງານລູບໂຕໄດ້

ສາມາດເອີ້ນໄດ້ວ່າ ສັນຍາຈ້າງວຽກທີ່ເຕັມໄປດ້ວຍຄວາມຮັກສະບັບນີ້ ເຮັດໃຫ້ບໍລິສັດວິສະວະກຳທີ່ເບິ່ງຄືຈິງຈັງເຄັ່ງຄຽດ ເຕັມໄປດ້ວຍຄວາມອົບອຸ່ນ ແລະ ຮອຍຍິ້ມໃນທັນທີ

ທີ່ມາຈາກ: bastillepost

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles