Eugene Dela Cruz ອາຍຸ 25 ປີ, ຈາກປະເທດຟິລິບປິນ ຜູ້ເຄຍເປັນຂໍທານ ໄດ້ສ້າງແຮງບັນດານໃຈໃຫ້ໃຜຫຼາຍໆຄົນໃນສັງຄົມ. ເມື່ອລາວໄດ້ສຳເລັດການສຶກສາລະດັບປະລິນຍາຕີ ຈາກມະຫາວິທະຍາໄລ Ateneo de Manila University ເຊິ່ງເປັນໜຶ່ງໃນສະຖາບັນການສຶກສາທີ່ເກົ່າແກ່, ມີຊື່ສຽງທີ່ສຸດ ແລະຕິດອັນດັບສອງຂອງມະຫາວິທະຍາໄລໃນປະເທດຟິລິບປິນ.
ໃນອະດີດ, ລາວເຄຍອາໄສນອນຕາມກ້ອງລົດສາມລໍ້, ອາບນ້ຳຕາມຫ້ອງນ້ຳສາທາລະນະ ແລະຂໍທານຕາມຖະໜົນຫົນທາງ ໃນນະຄອນຫຼວງມະນິລາ ຕັ້ງແຕ່ອາຍຸ 12 ປີ ພາຍຫຼັງທີ່ຄອບຄົວແຕກແຍກ. ແຕ່ຊີວິດກໍໄດ້ປ່ຽນໄປ ເມື່ອລາວໄດ້ຮັບໂອກາດຈາກອົງກອນບໍ່ສະແຫວງຫາຜົນກຳໄລ ໃຫ້ກັບເຂົ້າສູ່ລະບົບການສຶກສາອີກຄັ້ງ ແລະໄດ້ຮັບທຶນການສຶກສາ ຈາກສະມາຄົມສິດເກົ່າ Ateneo ຈົນລາວຮຽນຈົບມະຫາວິທະຍາໄລ ລະດັບປະລິນຍາຕີດ້ານເສດຖະສາດການເງິນ ແລະໄດ້ຮັບລາງວັນວິທະຍານິພົນປະເພດດີເດັ່ນ ອັນດັບທີ່ສາມ.
Eugene Dela Cruz ໄດ້ກ່າວວ່າ: “ ສະມາຄົມສິດເກົ່າ Ateneo ບໍ່ໄດ້ເຫັນພຽງເອກະສານສະມັກທີ່ໄດ້ຍື່ນໄປ ແຕ່ເຫັນເຖິງໂອກາດຂອງເດັກນ້ອຍຄົນໜຶ່ງ ທີ່ກຳລັງໝົດຫວັງ ແລະໄດ້ໃຫ້ໂອກາດແກ່ລາວ” ເລື່ອງລາວດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງ ພະລັງຂອງຄວາມພະຍາຍາມ, ໂອກາດ ແລະຄວາມສຳຄັນຂອງການສຶກສາ ທີ່ສາມາດປ່ຽນຊີວິດຂອງຄົນໆໜຶ່ງ ໄດ້ຢ່າງແທ້ຈິງ.
ທີ່ມາ: Vnexpress

