26 C
Vientiane
Saturday, June 7, 2025

ໝາກໄຟນອກຈາກກິນເປັນໝາກໄມ້ສົດ ສາມາດນຳໄປເຮັດເມນູໃດໄດ້ແນ່

ໝາກໄຟ ເປັນໝາກໄມ້ທຳມະຊາດທີ່ສາມາດກິນໄດ້ ແລະ ມີຫຼາຍເຂດທີ່ສາມາດພົບໄດ້ໃນ ພາກເໜືອຂອງລາວ ໃນເຂດປ່າປະສົມປ່ຽນໃບ ຫຼື ປ່າດົງດິບແຫ້ງ, ບາງເຂດພົບຕາມປ່າແຄມຫ້ວຍທີ່ມີຄວາມຊຸ່ມເຢັນ, ໝາກໄຟນີ້ ສາມາດພົບ ໄດ້ຕາມຕະຫຼາດ ທົ່ວໄປໃນຊ່ວງປະມານເດືອນພືດສະພາ ເຖີງເດືອນຕຸລາ, ໂດຍສະເພາະແມ່ນ ຊ່ວງ ບຸນເຂົ້າສະຫຼາກ ແລະ ບຸນເຂົ້າປະດັບດິນຈະມັກພົບຫຼາຍຕາມຕະຫຼາດຫຼວງພະບາງ. ສ່ວນລາຄາ ເເມ່ນອີງຕາມລະດູການຖ້າລະດູໃດມີຫຼາຍຈະລາຄາຂ້ອນຂ້າງຖືກ.

ໝາກໄຟເມື່ອສຸກແລ້ວ ຈະມີລົດຊາດຫວານ ແລະ ມີສານອາຫານຫຼາຍຊະນິດ ລວມໄປເຖີງວີຕາມີຊີ, ນ້ຳຕານ ແລະ ອື່ນໆ ທີ່ເປັນປະໂຫຍດຕໍ່ຮ່າງກາຍ ນີຍົມກີນເປັນໝາກໄມ້ສົດ ຫຼື ນຳໄປເຮັດນ້ຳໝາກໄມ້ ນອກຈາກໝາກຂອງມັນ ແລ້ວສ່ວນ ອື່ນໆ ກໍ່ມີປະໂຫຍດເຊັ່ນກັນເຊັ່ນ: ໃບ ແລະ ຮາກ ຕ່າງກໍ່ມີປະໂຫຍດໂດຍມີສັບພະຄຸນໃນກາຮັກສາພະຍາດຕ່າງໆເຊັ່ນ: ແກ້ໄອ, ແກ້ຫວັດ, ແກ້ໄຂ້ ມາເລເຣຍ, ເມື່ອຕົ້ມຮາກຈະຊ່ວຍໃນການຂັບນ້ຳປັດສະວະ. ໜາກໄຟມີວິຕາມີນຊີຊ່ວຍ ໃນການສ້າງຄໍລາເຈນເຮັດໃຫ້ຜີວລຽບນຽນສົດໃສ, ຊ່ວຍໃເຮັດໃຫ້ຜີວຊຸ່ມຊື່ນ, ຊ່ວຍແກ້ຫາຍໃຈຝືດ ຫຼື ແກ້ອາການ ທ້ອງ ອືດທ້ອງເຟີ, ໝາກອ່ອນຈະມີລົດຊາດສົ້ມມັກແກ້ງສົ້ມປາ. ນອກນັ້ນໝາກໄຟສຸກຍັງສາມາດເຮັດນ້ຳເຊື່ອມໄດ້.

ທີ່ມາ: ພາເຂົ້າລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles