ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສົມທົບກັບຳກສ່ວນກ່ຽວຂ້ອງ ລົງເຖິງສະໂນທີຖົມດິນທີ່ລະເມີດລະບຽບການ ພ້ອມສັງໂຈະການຖົມດິນຈຸດດັ່ງກ່າວ ຂະນະທີ່ຍັງໄດ້ເນັ້ນໃຫ້ຜູ້ທີ່ລະເມີດປະກອບເອກະສານໃຫ້ຖືກຕາມຂັ້ນຕອນ ເຮັດຮ່ອງລະບາຍນ້ຳ ປັດກວາດດິນຕົກເຮ່ຍ ດ່ອນສືບຕໍ່ກຳເນີນການ.
ໃນວັນທີ 1 ມິຖຸນາ 2025 ທາງ ເຈົ້າໜ້າທີ່ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສົມທົບກັບ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂະແໜງເຄຫາ-ຜັງເມືອງ ສຸຂາພິບານ ແລະ ນໍ້າປະປາ ໜ່ວຍງານຕິດຕາມ ກວດກາຜັງເມືອງ ແລະ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນ ປກສ ກຸ່ມ 4 ສາລາຄໍາ ແລະ ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ລົງຕິດຕາມກວດກາການລະເມີດຖົມດິນຂອງບຸກ ຄົນເພື່ອຍົກລະດັບໜ້າດິນ ຢູ່ແຄມທາງຫຼວງສາຍຖະໜົນທ່າເດື່ອ ເຂດບ້ານໜອງແຫ້ວ ໂດຍບໍ່ໄດ້ຮັບອະນຸຍາດ.
ຜ່ານການລົງຕິດຕາມ ໄດ້ເຮັດບົດບັນທຶກກັບຜູ້ລະເມີດຖົມດິນ ເຊິ່ງຕາມເນື້ອໃນຂອງບົດບັນທຶກໃຫ້ຮູ້ວ່າ: ຜູ້ກ່ຽວໄດ້ມີການລັກລອບຖົມດິນໃນວັນທີ 30 ພຶດສະພາ 2025 ໂດຍທີ່ທາງຜູ້ກ່ຽວນັ້ນບໍ່ໄດ້ແຈ້ງເອກະສານໃດໆຕໍ່ພາກສ່ວນກ່ຽວຂ້ອງເພື່ອຂໍຮັບອະນຸຍາດ ແລະ ຫຼັງຈາກນັ້ນກໍ່ໄດ້ມີການດໍາເນີນການຖົມດິນໂດຍບໍ່ປະຕິບັດຕາມລະ ບຽບ ແລະ ບໍ່ຄໍານຶງເຖິງຜົນເສຍຕ່າງໆທີ່ຕາມມາ ເປັນຕົ້ນແມ່ນ ການລະເມີດຖົມດິນໃນລະດູຝົນທີ່ອີງໃສ່ສະພາບອາກາດໃນປັດຈຸບັນທີ່ບໍ່ເໝາະສົມນັ້ນ ແມ່ນຈະສ້າງຜົນກະທົບຕໍ່ກັບສະພາບແວດລ້ອມ ເຮັດໃຫ້ເສັ້ນທາງເປື້ອນເປິະ ເກີດມີຄວາມບໍ່ສະອາດງາມຕາ ເຮັດໃຫ້ການຈະລາຈອນ ບໍ່ສະດວກ ຍ້ອນມີຂີ້ດິນເປັນຕົມ ເປັນບວກ ປຽກນໍ້າ ແລະ ມື່ນ ໂດຍລວມແລ້ວແມ່ນສົ່ງຜົນຕໍ່ການເດີນທາງໄປມາລໍາບາກ ນອກ ຈາກນັ້ນການຖົມດິນຢູ່ຈຸດດັ່ງກ່າວຍັງໄດ້ໄປຕັນຮ່ອງລະບາຍນໍ້າແຄມທາງ ເຊິ່ງເຮັດໃຫ້ນໍ້າບໍ່ໄຫຼ ພ້ອມນັ້ນຍັງມີຕົ້ນໄມ້ທີ່ປູກຢູ່ແຄມທາງຈຸດັ່ງກ່າວເສຍຫາຍຫັກ 3 ຕົ້ນ ລວມທັງຍັງເຮັດໃຫ້ໂຄງສ້າງເສັ້ນທາງຢູ່ບາງຈຸດນັ້ນກໍເປ່ເພນຳອີກ.
ດັ່ງນັ້້ນທາງເຈົ້າໜ້າທີ່ຫ້ອງການໂຍທາງເມືອງ ພະແນກ ແລະ ພາກສ່ວນກ່ຽວຂ້ອງ ຈື່ງໄດ້ຮ່ວມກັນແກ້ໄຂ ໂດຍໄດ້ສັ່ງໃຫ້ຜູ້ປະກອບການຢຸດໂຈະການຖົມດິນ ໃຫ້ໄປແຈ້ງເອກະສານນໍາພະແນກໂຍທານະຄອນຫຼວງວຽງຈັນ ພ້ອມທັງໃຫ້ຈົກຮ່ອງລະບາຍນໍ້າບໍ່ໃຫ້ມີແນວມາຕັນ ແລະ ພ້ອມທັງໃຫ້ຜູ້ປະກອບການເຮັດອານາໄມທໍາຄວາມສະອາດເສັ້ນທາງໃຫ້ກັບຄືນສູ່ສະພາບເດີມ ແລະ ພ້ອມດຽວກັນນັ້ນ ທາງຫ້ອງການໂຍທາທິ ການ-ຂົນສົ່ງເມືອງ ຍັງໄດ້ນໍາເອົາລົດຈົກ 1 ຄັນເພື່ອມາຂຸດຮ່ອງລະບາຍນໍ້າ ແລະ ຊ່ວຍໃນການແກ້ໄຂສະພາບຂອງນໍ້າອັ່ງ-ນໍ້າຂັງໃນໄລຍະລະດູຝົນ.
ທີ່ມາ: ວຽງຈັນໃໝ່