ໃນຍຸກທີ່ AI ຢ່າງ ChatGPT ເຂົ້າມາປ່ຽນວິທີການຮຽນຮູ້ ແລະ ເຮັດວຽກຂອງນັກຮຽນ-ນັກສຶກສາໃນທົ່ວສະຫະລັດອາເມຣິກາ ກັບພົບວ່າການໃຊ້ AI ກາຍເປັນເຄື່ອງມືຊ່ວຍ “ໂກງຂໍ້ສອບເສັງ” ທີ່ແຜ່ຫຼາຍຢ່າງໄວວາ ຈົນມະຫາວິທະຍາໄລຫຼາຍແຫ່ງຕ້ອງຫັນກັບມາໃຊ້ “ຂໍ້ສອບ Blue Book” ຂຽນດ້ວຍລາຍມືແບບດັ້ງເດີມ ເພື່ອຢຸດຢັ້ງວິກິດຄວາມໜ້າເຊື່ອຖືໃນລະບົບການສຶກສາ ເຊິ່ງສະທ້ອນເຖິງຄວາມທ້າທາຍທີ່ເຕັກໂນໂລຊີໃໝ່ໆ ກຳລັງສ້າງໃຫ້ກັບວົງການຮຽນຮູ້ທົ່ວໂລກ.
ເຖິງເເມ່ນວ່າ Blue Book ຈະຊ່ວຍຢືນຢັນວ່າຜົນສອບເສັງມາຈາກຄວາມສາມາດຂອງນັກຮຽນແທ້ໆ, ແຕ່ຜູ້ຊ່ຽວຊານກັບເຕືອນວ່າ “ການສອບໃນຫ້ອງພຽງຢ່າງດຽວ ບໍ່ສາມາດແທນທີ່ການຮຽນຮູ້ເຊີງເລິກທີ່ຕ້ອງໃຊ້ການຄົ້ນຄວ້າ ແລະ ວິເຄາະຢ່າງຈິງຈັງໃນໄລຍະຍາວໄດ້”. ດັ່ງນັ້ນ, ການກັບມາໃຊ້ຂໍ້ສອບເສັງ ຈຶ່ງເປັນພຽງຈຸດເລີ່ມຕົ້ນຂອງການຮັບມືກັບ AI ທີ່ຕ້ອງຄຽງຄູ່ກັບການວາງກົດລະບຽບ ແລະ ພັດທະນາທັກສະການຄິດຢ່າງມີວິຈານຍານ.
ຄຳຖາມສຳຄັນແມ່ນ ແລ້ວເຮົາຈະປ່ອຍໃຫ້ AI ກາຍເປັນ “ເຄື່ອງມືໂກງ” ທີ່ທຳລາຍຄຸນຄ່າຂອງການສຶກສາ ຫຼື ຈະຮ່ວມກັນສ້າງວັດທະນະທຳການຮຽນຮູ້ທີ່ຊື່ສັດ ແລະ ຮູ້ເທົ່າທັນເຕັກໂນໂລຊີ? ການສຶກສາໃນຍຸກ AI ບໍ່ແມ່ນພຽງແຕ່ເລື່ອງຂອງການ “ຫ້າມໃຊ້” ແຕ່ແມ່ນການເຂົ້າໃຈ ແລະ ກະກຽມພ້ອມຮັບມືໂລກອະນາຄົດທີ່ປ່ຽນແປງຢ່າງໄວວາ.
ທີ່ມາ: Gizmodo