31 C
Vientiane
Monday, June 2, 2025

ທ່ານຢາກເຫັນ ສາຍການບິນ ທີ່ສະໜອງປີ້ຢືນ ຫຼືບໍ່?

ເຖິງແມ່ນວ່າ ສາຍການບິນ ລາຄາປະຢັດ Ryanair ແລະ ບໍລິສັດຜູ້ຜະລິດທີ່ນັ່ງ Aviointeriors ຈາກປະເທດ Ireland ໄດ້ປະຕິເສດຢ່າງເປັນທາງການແລ້ວ, ແຕ່ຂ່າວລືກ່ຽວກັບ ການຊື້ປີ້ຢືນນັ່ງ ແບບຢືນ ຄືກັບລົດຖີບ ຍັງຄົງແຜ່ກະຈາຍຢູ່ໃນໂລກອອນລາຍ.

ເລື່ອງນີ້ເກີດຂຶ້ນເມື່ອສິບປີກ່ອນ ເມື່ອ CEO ຂອງ Ryanair ທ່ານ Michael O’Leary ໄດ້ອອກມາປະກາດສິ່ງທີ່ຂັດກັບຫຼາຍສາຍການບິນ ກ່ຽວກັບການບັນຈຸຜູ້ໂດຍສານໃຫ້ຫຼາຍຂຶ້ນໃນເຮືອບິນ ໃນຮູບແບບ ຕັ່ງຢືນ, ແຕ່ ສ່ວນໃຫຍ່ແມ່ນ ໄດ້ຮັບຄຳເວົ້າ ຈາກມວນຊົນວ່າ ເປັນໄອເດຍ ລໍ້ຫຼິ້ນ ຫຼື ການໂຄສະນາ ທີ່ເປັນໄປບໍ່ໄດ້.

ແນວຄິດ “Skyrider” ແມ່ນບ່ອນນັ່ງແບບເຄິ່ງຢືນ ທີ່ມີສາຍຮັດ ເຊິ່ງຜ່ານການທົດສອບຄວາມປອດໄພພື້ນຖານແລ້ວ, ແຕ່ແນວຄິດນີ້ຍັງແຜ່ກະຈາຍຕໍ່ໄປ ເພາະມັນສະທ້ອນໃຫ້ເຫັນ ຄວາມຢ້ານກົວແລະ ບໍ່ປອດໄພ ຂອງສາຍການບິນ ທີ່ບໍ່ສະດວກສະບາຍ ບໍ່ປອດໄພ ແລະສົນໃຈ ແຕ່ກຳໄລຫຼາຍຂຶ້ນ.

ຂ່າວລືນີ້ຍັງຄົງແຜ່ກະຈາຍຕໍ່ໄປ ເພາະມັນເບິ່ງຄືຈະເປັນໄປໄດ້ໃນອຸດສາຫະກຳການບິນໃນປັດຈຸບັນ, ທີ່ພື້ນທີ່ ໃຊ້ໄວ້ຢືດຂາ ມີທ່າອ່ຽງໜ້ອຍລົງທຸກໆປີ ແລະ ສິ່ງອຳນວຍຄວາມສະດວກພື້ນຖານກໍ່ກາຍເປັນບໍລິການເສີມທີ່ແພງ.

ສາຍການບິນ Ryanair ເຕີບໂຕຢູ່ກັບຄວາມຂັດແຍ່ງ ແລະຢູ່ໃນການຕັດຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ. ດັ່ງນັ້ນເມື່ອເລື່ອງເຫຼົ່ານີ້ແຜ່ກະຈາຍ, ຜູ້ຄົນຈຶ່ງຄິດວ່າ “ມັນເປັນເລື່ອງທີ່ອາດເປັນໄປໄດ້” ແທນທີ່ຈະປະຕິເສດວ່າເປັນເລື່ອງຈອມປອມ.

ເຖິງແມ່ນຜູ້ໂດຍສານຈະບໍ່ຕ້ອງຢືນໃນຖ້ຽວບິນໃນໄວໆນີ້, ແຕ່ການແຜ່ກະຈາຍຂອງ “ແນວຄິດປີ້ຍົນແບບຢືນ” ນີ້ ຈະເປັນປະໂຫຍດຕໍ່ ສາຍການບິນ Ryanair, ໂດຍສະເພາະ ຈະເຮັດໃຫ້ພວກເຂົາຢູ່ໃນໃຈຂອງນັກທ່ອງທ່ຽວທີ່ມີງົບປະມານຈຳກັດ ທີ່ຍິນດີແລກປ່ຽນຄວາມສະດວກສະບາຍກັບການຊື້ປີ້ແບບຢືນ ໃນລາຄາພຽງ 9 ຢູໂຣ. ບໍ່ວ່າຈະເປັນການຕັ້ງໃຈ ຫຼື ບໍ່, ຂ່າວທີ່ກະຈາຍອອກໄປ ເປັນການໂຄສະນາຟຣີ ທີ່ເປັນປະໂຫຍດຕໍ່ແບບຈຳລອງທຸລະກິດຂອງພວກເຂົາ ໃນອະນາຄົດ.

ທີ່ມາ: EuroWeekly

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles